ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ແຂວງ​ສະຫວັນ​ນະ​ເຂດ ແລະ ຫ້ອງການ ​ພາສີ​ແຂວງ ຈັດການ​ແຂ່ງຂັນ​ບານເຕະ​ມິດຕະພາບ
ເວລາອອກຂ່າວ: 2022-09-29 08:32:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ:



ກອງ​ບັນຊາ​ການ​ທະຫານ​ ແຂວງ​ສະຫວັນ​ນະ​ເຂດ ແລະ ຫ້ອງການ​ພາສີ​ແຂວງ ໄດ້ຈັດ ການ​ແຂ່ງຂັນ​ກິລາ​ບານເຕະ​ມິດ ຕະພາບ ຂຶ້ນ​ໃນ​ວັນ​ທີ 22 ກັນຍາ ນີ້, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະ ຫາຍ ພົນ​ຈັດຕະວາ ສີ ທະວີ​ໄຊ ຫົວ​ໝ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ແລະ ສະຫາຍ ພົມ​ມະ​ຈັກ ສີ​ພັນ​ດອນ ຫົວ​ໝ້າ​ຫ້ອງການ​ພາ ສີ​ແຂວງ​ສະຫວັນ​ນະ​ເຂດ ທັງ​ເປັນ​ຄະນະ​ສະມາຄົມ​ກິລາ​ກ໊ອບ​ແຂວງ. ການ​ແຂ່ງຂັນ​ກິລາ​ມິດຕະ ພາບ​ຄັ້ງ​ນີ້ ກໍ​ເພື່ອ​ສ້າງ​ບັນຍາກາດ​ເບີກບານ​ມ່ວນຊື່ນ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ປະຫວັດສາດ​ສຳຄັນ​ຕ່າງໆ​ ຂອງ​ຊາດ, ຂອງ​ພັກ ກໍ​ຄື​ຂອງ​ກອງທັບ ທີ່​ຈະ​ໝູນວຽນ​ມາ​ບັນຈົບ​ຄົບຮອບ​ອີກ​ວາລະ​ໜຶ່ງ​ໃນຕໍ່ໜ້າ​ນີ້ ໃຫ້​ມີ​ເນື້ອ​ໃນ​ຄວາມ​ໝາຍ​ເລິກເຊິ່ງ ທັງ​ເປັນ​ການ​ສ້າງ​ຄວາມ​ສາມັກຄີ​ຮັກແພງ​ສະ ໜິດສະໜົມ ລະຫວ່າງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ແລະ ຫ້ອງການ​ພາສີ​ແຂວງ​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ໂອກາດ​ຈັດການ​ແຂ່ງຂັນ​ກິ ລາ​ຄັ້ງ​ນີ້, ສະຫາຍ ສົມ​ສະ​ໝຸກ ສີ​ຫາ​ຈັກ ປະທານ​ບໍລິສັດ ລາວ​ ມຸງຄຸນ​ກໍ່ສ້າງ​ຈຳກັດ​ໄດ້​ມອບ​ຕູ້​ ລຳ​ໂພງ 1 ຊຸດ ມູນ​ຄ່າ 144.000 ບາດ( ສະກຸນ​ເງິນ​ໄທ) ໃຫ້​ກອງ​ບັນຊາ​ການທະຫານແຂວງສະ ຫວັນ​ນະ​ເຂດ ແລະ ສະຫາຍ ພົມ​ມະ​ຈັກ ສີ​ພັນ​ດອນ ຫົວໜ້າ​ຫ້ອງ ການພາສີ​ແຂວງ ກໍໄດ້ໃຫ້ການ​ຊ່ວຍເຫຼືອ​ສ້ອມແປງລົດລວມ ​ຂອງ​ກອງ​ບັນຊາ​ການທະຫານ ​ແຂວງລວມ​ມູນ​ຄ່າ 25.000.000 ກີບ. ໂອກາດ​ດັ່ງກ່າວ​ນີ້, ສະຫາຍ ພົນ​ຈັດຕະວາ ສີ ທະວີ​ໄຊ ກໍ​ໄດ້​ມອບ​ໃບ​ກຽດ​ຕິ​ຄຸນ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະ​ຫວັນ​​ນະ​ເຂດ ໃຫ້​ແກ່​ປະທານ​ບໍລິສັດ ລາວ​ມຸງຄຸນ​ກໍ່ສ້າງ ຈຳ ກັດ ແລະ ສະມາຄົມ​ກິລາ​ກ໋ອບ​ແຂວງ​ສະ​ຫວັນ​​ນະ​ເຂດ ເພື່ອ​ສະແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ກັບ​ບໍລິສັດ​ລາວ​ມຸງຄຸນ​ກໍ່ສ້າງ ແລະ ສະມາຄົມ​ກິລາ​ກ໋ອບ​ຂອງ​ແຂວງ, ທີ່​ໄດ້​ນຳ​ເອົາ​ວັດຖຸ ແລະ ປັດ​ໄຈ ​ມາ​ມອບ​ໃຫ້​ກອງ​ບັນຊາການ​ທະຫານ​ແຂວງ​ສະ​ຫວັນ​ນະ​ເຂດ​ ໃນ​ຄັ້ງ​ນີ້ ພ້ອມ​ທັງ​ກ່າວສະແດງ​ ຄວາມ​ຂອບໃຈ​ຢ່າງ​ສູງຕໍ່ສອງ ​ພາກສ່ວນ​ທີ່​ໃຫ້ການ​ຊ່ວຍເຫຼືອ​ທະຫານ​ແຂວງ ອັນ​ໄດ້​ປະກອບ ສ່ວນ​ເຮັດ​ໃຫ້​ກຳລັງ​ປະກອບ​ອາ ວຸດ​ທ້ອງຖິ່ນ​ແຂວງ​ສະຫວັນນະ ​ເຂດ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ. ຂ່າວ: ໄຂ​ຄຳ ໂອນ​ທະ​ຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ