ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດ​ຮັບຮອງ​ເອົາ 4 ບ້ານ ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ
ເວລາອອກຂ່າວ: 2022-09-28 08:53:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 167 | ຄວາມນິຍົມ:



ວັນ​ທີ 22 ກັນຍາ 2022 ນີ້, ຢູ່​ທີ່​ຫ້ອງການ​ບ້ານ​ນາ​ຫັນ ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ, ໄດ້​ປະກາດ​ຮັບຮອງ​ເອົາ 4 ບ້ານ​ຄື: ບ້ານ​ນາ​ຫັນ, ບ້ານ​ໂພນ​ໄຊ ບ້ານ​ໂພນ​ແຍງ ແລະ ບ້ານ​ໂພນ​ສົງ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ຈວງ​ຈັນ ລາດ​ຊະ​ວົງ ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ ຮອງ​ປະທານ ຜູ້​ປະຈຳການ​ຄະນະ​ກຳມະການ ​ປກຊ-​ປກສ ແຂວງ, ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ບໍ​ລິ​ຄຳ​ໄຊ, ມີ​ສະຫາຍວັນ​ເລີນ ປຸ້ຍ​ໄມ​ນີ ກຳມະການ​ພັກ​ແຂວງ ເລຂາ​ພັກ​ເມືອງ ເຈົ້າເມືອງ ເມືອງ​ບໍ​ລິ​ຄັນ, ມີຄະນະ ​ພັກ-ຄະນະ​ບັນຊາ ທະຫານ-ຕຳ ຫຼວດ​ເມືອງ ແລະ ອຳນາດ​ການ​ປົກຄອງ​ບ້ານ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ແສງ​ວອນ ເພັດ​ວົງ​ແສງ ກຳມະການ​ພັກ​ເມືອງ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ບໍ​ລິ​ຄັນ ໄດ້​ຜ່ານ​ບົດ​ສະຫຼຸບ​ໃນ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ຢູ່ 4 ບ້ານ​ຂອງ​ເມືອງ​ບໍ​ລິ​ຄັນ​ໃນ​ຄັ້ງ​ນີ້, ຄະນະ​ຮັບຜິດຊອບ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້​ສົບ​ທົບ​ກັບ​ບັນດາ​ອົງການ​ປົກຄອງ​ບ້ານ ນຳ​ເອົາ​ແນວທາງ​ນະໂຍບາຍ, ມະຕິ​ຄຳ​ສັ່ງ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ ແລະ ນິຕິ​ກຳ​ຕ່າງໆ​ຂອງ​ຂັ້ນ​ເທິງ, ສະເພາະ​ແມ່ນເອກະສານ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ມາ​ຈັດ​ຕັ້ງ​ເຜີຍ ແຜ່​ເຊື່ອມ​ຊຶມ​ໃຫ້​ປະຊາຊົນ​ເຂົ້າ ໃຈ​ແຈ້ງ​ຕໍ່​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​​ພັ​ກ​ຢ່າງ​ແຂງແຮງ ເຮັດ​ໃຫ້​ປະຊາຊົນ​ແຕ່​ລະ​ບ້ານ ມີ​ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ ພ້ອມ​ກັນ​ເຮັດ​ໜ້າທີ່​ຕິດຕາມ​ສະພາບ​ການເຄື່ອນໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີ ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ບ້ານ​ຢ່າງ​ເຂັ້ມ​ງວດ, ຕອບ​ຕ້ານ​ປະກົດ​ການ​ຫຍໍ້ທໍ້​ໄດ້​ທັນ​ເວລາ, ພ້ອມ​ນັ້ນ​ອຳນາດ​ການ​ປົກຄອງ,ປະຊາຊົນ​ແຕ່​ລະ​ບ້ານ​ຍັງ​ໄດ້​ເອົາໃຈໃສ່​ສ້າງສາ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ຕົນ​ດ້ວຍ​ການ​ຄ້າຂາຍ, ປູກຝັງ-ລ້ຽງສັດ ແລະ ອື່ນໆ ສາມາດ​ເຮັດ​ໃຫ້​ແຕ່​ລະ​ຄອບຄົວ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ, ໃນ 4 ບ້ານ​ມີ 407 ຫຼັງຄາ​ເຮືອນ, ໃນ​ນີ້​ສາມາດ​ຢັ້ງຢືນ​ເປັນ​ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້ 377 ຄອບຄົວ ແລະ ສາມາດ​ຢັ້ງ​ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້ 100%. ໂອກາດ​ດັ່ງກ່າວ, ສະຫາຍ ພົນ​ຈັດຕະວາ ຈວງ​ຈັນ ລາດ​ຊະ​ວົງ ໄດ້​ມອບ​ໃບຢັ້ງຢືນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໃຫ້ 4 ບ້ານ​ດັ່ງກ່າວ, ພ້ອມ​ທັງ​ໂອ້​ລົມ​ຫຼາຍ​ບັນຫາ​ທີ່​ສຳຄັນ​ໃນ​ການ​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ອຳນາດ​ການ​ປົກຄອງ​ບ້ານ​ຕ້ອງ​ເປັນ​ເສນາ​ທິ​ການ​ໃຫ້​ເມືອງ​ໃນ​ການ​ເປັນ​ຫູ​ເປັນຕາ​ສອດສ່ອງ​ເກັບ​ກຳ​ສະພາບ​ພາຍ​ໃນ​ບ້ານ​ຂອງ​ຕົນ​ໃຫ້​ມີ​ຄວາມ​ສະຫງົບ,ເອົາໃຈໃສ່​ສ້າງສາ​ພັດທະນາ​ບ້ານ​ໃຫ້​ນັບ​ມື​ມີ​ຄວາມ​ຈະເລີນ​ກ້າວໜ້າ,ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ. ໂດຍ: ສີ​ທອງ ຈັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ