ທີມຊາດອັງກິດ ຜົນງານຂີ້ຮ້າຍສຸດໃນຮອບ 22 ປີ ເມື່ອຍິງປະຕູແບບ open play ບໍ່ໄດ້ເລີຍ ໃນ 5 ນັດຫຼັງສຸດ
ເວລາອອກຂ່າວ: 2022-09-27 10:01:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:
ທັບສາມພະຍາສິງ ທີມຊາດອັງກິດ ປະສົບກັບບັນຫາຟອມຕົກອີກຄັ້ງ ໂດຍນັດຫຼ້າສຸດບຸກເສຍໃຫ້ ທັບອັຊຊູຣີ້ ທີມຊາດອີຕາລີ 0-1 ເຕະບານ ຢູຟ້າ ເນຊັ່ນລີກ ລີກ A ລະດູການ 2022-2023 ເຮັດໃຫ້ ທີມຊາດອັງກິດ ຕົກຊັ້ນຈາກ ລີກ A ແນ່ນອນແລ້ວ ມີພຽງ 2 ຄະແນນ ຈາກ 5 ນັດ ເສຍ 3 ສະເໝີ 2 ແລະ ພົບກັບ ອີຕາລີ 6 ນັດຫຼັງສຸດລວມທຸກລາຍການ ຍັງບໍ່ຊະນະ ເສຍ 3 ສະເໝີ 3.
ການປະລາໄຊນັດນີ້ ກາຍເປັນຜົນງານທີ່ຂີ້ຮ້າຍສຸດໃນຮອບ 22 ປີ ເມື່ອບໍ່ສາມາດຍິງປະຕູແບບ open play ບໍ່ໄດ້ເລີຍ ໃນ 5 ນັດຫຼັງສຸດ ໂດຍບໍ່ລວມຈຸດໂທດ ລວມ 495 ນາທີ ແລະ ບໍ່ຊະນະໃນ 5 ນັດຫຼັງສຸດ ເປັນຄັ້ງທຳອິດໃນຮອບຫຼາຍປີ ຕໍ່ຈາກປີ 2014 ຖ້າຟອມເປັນແບບນີ້ ບານໂລກ ທ້າຍປີນີ້ ທີ່ກ້າຕ້າ ໜ້າເປັນຫ່ວງ ໂດຍອັງກິດ ຢູ່ກຸ່ມ B ຮ່ວມກັບ ອີຣານ, ສະຫະລັດ ອາເມຣິກາ ແລະ ເວວ, ເປັນງານໜັກຂອງຄູເຝິກ ແກເຣັດ ເຊົາເກດ ແນ່ນອນ ທີ່ຕ້ອງເລັ່ງປັບແກ້ບັນຫາ ກ່ອນບານໂລກ ຈະເກີດຂຶ້ນໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວາປີນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ