ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທີມ​ຊາດ​ອັງກິດ ຜົນງານ​ຂີ້ຮ້າຍ​ສຸດ​ໃນ​ຮອບ 22 ປີ ເມື່ອ​ຍິງ​ປະຕູ​ແບບ open play ບໍ່​ໄດ້​ເລີຍ ໃນ 5 ນັດ​ຫຼັງສຸດ
ເວລາອອກຂ່າວ: 2022-09-27 10:01:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 60 | ຄວາມນິຍົມ:



ທັບ​ສາມ​ພະຍາ​ສິງ ທີມ​ຊາດ​ອັງກິດ ປະສົບ​ກັບ​ບັນຫາ​ຟອມ​ຕົກ​ອີກ​ຄັ້ງ ໂດຍ​ນັດ​ຫຼ້າ​ສຸດ​ບຸກ​ເສຍ​ໃຫ້ ທັບ​​ອັຊ​ຊູ​ຣີ້ ທີມ​ຊາດ​ອີ​ຕາ​ລີ 0-1 ເຕະບານ ຢູ​ຟ້າ ເນ​ຊັ່ນ​ລີກ ລີກ A ລະດູ​ການ 2022-2023 ເຮັດ​ໃຫ້ ທີມ​ຊາດ​ອັງກິດ ຕົກ​ຊັ້ນ​ຈາກ ລີກ A ແນ່ນອນ​ແລ້ວ ມີ​ພຽງ 2 ຄະແນນ ຈາກ 5 ນັດ ເສຍ 3 ສະເໝີ 2 ແລະ ພົບ​ກັບ ອີ​ຕາ​ລີ 6 ນັດ​ຫຼັງ​ສຸດ​ລວມ​ທຸກ​ລາຍການ ຍັງ​ບໍ່​ຊະນະ ເສຍ 3 ສະເໝີ 3. ການ​ປະ​ລາ​ໄຊ​ນັດ​ນີ້ ກາຍເປັນ​ຜົນງານ​ທີ່​ຂີ້ຮ້າຍ​ສຸດ​ໃນ​ຮອບ 22 ປີ ເມື່ອ​ບໍ່​ສາມາດ​ຍິງ​ປະຕູ​ແບບ open play ບໍ່​ໄດ້​ເລີຍ ໃນ 5 ນັດ​ຫຼັງ​ສຸດ ໂດຍ​ບໍ່​ລວມ​ຈຸດ​ໂທດ ລວມ 495 ນາທີ ແລະ ບໍ່​ຊະນະ​ໃນ 5 ນັດ​ຫຼັງ​ສຸດ ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບຫຼາຍປີ ຕໍ່​ຈາກ​ປີ 2014 ຖ້າ​ຟອມ​ເປັນ​ແບບ​ນີ້ ບານ​ໂລກ ທ້າຍ​ປີ​ນີ້ ທີ່​ກ້າ​ຕ້າ ໜ້າ​ເປັນ​ຫ່ວງ ໂດຍ​ອັງກິດ ຢູ່​ກຸ່ມ B ຮ່ວມ​ກັບ ອີ​ຣານ, ສະຫະລັດ ອາ​ເມ​ຣິ​ກາ ແລະ ເວວ, ເປັນ​ງານ​ໜັກ​ຂອງ​ຄູ​ເຝິກ ແກ​ເຣັດ ເຊົາ​ເກດ ແນ່ນອນ ທີ່​ຕ້ອງ​ເລັ່ງ​ປັບ​ແກ້​ບັນຫາ ກ່ອນ​ບານ​ໂລກ ຈະ​ເກີດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 20 ພະຈິກ ຫາ​ວັນ​ທີ 18 ທັນວາ​ປີ​ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ