ກອງທັບປະຊາຊົນລາວ

ວັນຈັນ, ວັນທີ 05 ທັນວາ 2022



ສ້າງ​ຄົນ​ສ້າງ​ມິດຕະພາບ​ຍືນ​ຍົງ
ເວລາອອກຂ່າວ: 2022-09-27 09:41:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 3 | ຄວາມນິຍົມ:



ມູນເຊື້ອ​ຄວາມ​ສາມັກຄີ​ຖານ​ສະຫາຍ​ອ້າຍ​ນ້ອງ ລາວ-ຫວຽດ ນາມ ສຸດ​ທີ່​ສວຍ​ງາມ​ເປັນ​ເລື່ອງ​ທີ່​ມະຫັດສະຈັນ​ບໍ່​ສາມາດ​ທີ່​ຈະ​ພັນ​ລະ​ນາ​ນັບ​ໄດ້, ມູນເຊື້ອ​ຄວາມ​ສາມັກຄີ​ດັ່ງກ່າວ​ໄດ້​ຮັບ​ປົກ​ປັກ​ຮັກສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ຮຸ່ນ​ສູ່​ຮຸ່ນ​ຕໍ່ໆກັນ​ມາ, ເຮັດ​ໃຫ້​ຄວາມ​ສາມັກຄີ​ຮັກແພງ​ດ້ວຍ​ຈິດໃຈ ແລະ ອຸດົມ​ການ​ອັນ​ສູງ​ສົ່ງ​ນັ້ນ​ໝັ້ນຄົງ​ທະ​ນົງ​ແກ່ນ​ຕະຫຼອດ​ມາ. ໃນ​ຄວາມ​ຮູ້ສຶກ​ສ່ວນ​ຕົວ​ແລ້ວ, ຂ້າພະເຈົ້າ​ມີ​ຄວາມ​ສົນໃຈ ແລະ ມີ​ຄວາມ​ຮູ້ສຶກ​ດີ​ຕໍ່​ສາຍ​ພົວພັນ​ ລາວ-ຫວຽດນາມ ​ຕັ້ງແຕ່​ຍັງ​ເປັນ​ເຍົາວະ​ຊົນ, ຈົນ​ມາ​ເຖິງ​ໄວ​ໜຸ່ມ ແລະ ມີ​ໂອກາດ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ປະລິນຍາ​ຕີ​ຢູ່​ຫວຽດນາມ. ພາຍຫຼັງ​ທີ່​ສຳເລັດ​ການ​ສຶກ​ສາ​ທີ່ ມະຫາວິທະຍາໄລ​ຮ່າ​ຕິ໋ງ ​ສສ ຫວຽດນາມ​ ຈຶ່ງເຮັດ​ໃຫ້​ຂ້າພະ ເຈົ້າ​ຮັບ​ຮູ້ ແລະ ເຂົ້າໃຈແຈ້ງກ່ຽວ​ກັບ​ມູນເຊື້ອສາຍສຳພັນ ແລະ ການ​ ຮ່ວມ​ມືລະຫວ່າງ ສອງ​ພັກ-ສອງລັດ-ສອງ​ກອງທັບ ແລະ ປະຊາ ຊົນ​ສອງ​ຊາດ ລາວ-ຫວຽດນາມ, ເຊິ່ງ​ເຮັດ​ໃຫ້​ຂ້າພະເຈົ້າ​ມີ​ຄວາມ​ຊາບ​ຊຶ້ງ ແລະ ພາກພູມ​ໃຈ​ທີ່​ສຸດ​ຕໍ່​ການ​ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ຂອງ​ສອງ​ປະ ເທດ, ທີ່​ບໍ່​ຄື​ປະເທດ​ໃດ ແລະ ບໍ່​ມີ​ປະເທດ​ໃດ​ຄື​ໃນ​ໂລກ, ປະຊາຊົນ​ລາວ ແລະ ຫວຽດນາມ, ມີ​ຄວາມ ສາມັກຄີ​ຮັກແພງ​ກັນ​ຖານ​ສະ ຫາຍ​ອ້າຍ​ນ້ອງ. ໃນ​ໄລຍະ​ທີ່​ຂ້າ ພະເຈົ້າ​ດຳລົງ​ຊີວິດ​ຮໍ່າຮຽນ​ຢູ່ ​ສສ ຫວຽດນາມ​ເປັນ​ເວລາ 5 ປີ​ນັ້ນ ( 2015-2021) ຂ້າພະເຈົ້າ ​ຮູ້ສຶກ​ວ່າ​ບໍ່​ໄດ້​ແຕກ​ຕ່າງ​ກັນກັບ​ ຢູ່​ຖິ່ນ​ຖານ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ເອງ​ເລີຍ ບັນດາ​ຄູ​ອາ ຈານ, ພໍ່​ຮັກ-ແມ່​ຮັກ, ອ້າຍ, ເອື້ອຍ, ນ້ອງ ແລະ ໝູ່​ເພື່ອນ​ມິດ​ສະຫາຍ​ຄົນ​ຫວຽດນາມ ໄດ້​ໃຫ້​ຄວາມ​ຮັກແພງ ແລະ ຊ່ວຍ​ເຫຼືອ​ເຊິ່ງ​ຫາ​ອັນ​ປຽບ​ບໍ່​ໄດ້. ຫຼັງ​ຈາກ​ສຳເລັດ​ການ​ສຶກ​ສາ​ຈາກ ​ສສ ຫວຽດນາມ ຂ້າພະເຈົ້າ​ຍັງ​ບໍ່​ຫຼົງ​ລືມ​ຮູບ​ພາບ ແລະ ຄວາມ​ຊົງ​ຈຳ​ຕ່າງໆ​ໃນ​ການ​ດຳລົງ​ຊີວິດ ໃນ​ສະພາບ​ແວດ​ລ້ອມ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກແພງ ແລະ ອົບ​ອຸ່ນ ກັບ​ບັນດາອ້າຍ​ເອື້ອຍ​ນ້ອງ ເພື່ອນ​ມິດ​ສະຫາຍ​ຫວຽດນາມ ໄດ້​ເປັນ​ສາເຫດ​ເຮັດ​ຂ້າພະເຈົ້າ​ຍັງ​ຕໍ່​ຍອດ​ຄວາມ​ຄິດໃນ​ການ​ສຶກ ​ສາ​ຄົ້ນຄວ້າ​ຮໍ່າຮຽນ ກ່ຽວ​ກັບ ສາຍ ພົວພັນ​ອັນ​ດີງາມ ລະຫວ່າງ​ປະຊາຊົນສອງ​ຊາດ​ລາວ ແລະ ຫວຽດນາມ, ເກີດ​ມີ​ຄວາມ​ສົນໃຈ ແລະ ທົບ​ທວນຄືນ​ໃນ​ເລື່ອງ​ເລົ່າ ຂອງ​ລຸງ​ຂ້າພະເຈົ້າ ເຊິ່ງ​ເພິ່ນ​ຍັງ​ແມ່ນ​ພະນັກງານ​ຂັ້ນ​ສູງຢູ່​ໃນ​ ຖັນ​ແຖວ​ຂອງ​ກອງທັບ​ປະຊາ ຊົນລາວ ເພິ່ນ​ເອງ​ເປັນ​ອະດີດ​ນັກຮຽນ​ໂຮງ​ຮຽນວຽງ​ໄຊໄລຍະ ປີ 1972-1978. ໂດຍ​ລຸງ​ໄດ້​ເລົ່າ​ເລື່ອງ​ລາວ​ຄວາມ​ເປັນ​ມາຂອງ​ໂຮງຮຽນ​ຊວນ​ທັນ​ ຫຼື​ ໂຮງຮຽນ​ວັດທະນະທຳ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ລາວ​ໃນ​ເມື່ອ​ກ່ອນ (ໂຮງຮຽນ​ກໍ່ສ້າງ​ນາຍ​ສິບເລກ 2 ວຽງ​ໄຊ​ໃນ​ປັດຈຸບັນ) ເຊິ່ງ​ເປັນ​ສັນຍາ​ລັກ​ແຫ່ງ​ການ​ພົວພັນ​ທີ່​ດູດດື່ມ​ທີ່​ສຸດ​ລະຫວ່າງ​ສອງ​ກອງທັບລາວ ແລະ ຫວຽດນາມ ປຽບ​ດັ່ງ​ດວງ​ມາລາ​ດອກ​ໄມ້​ທີ່​ຫອມ​ຫວນ​ບໍ່​ມີ​ວັນ​ຈາງ​ຫາຍ​ຢູ່​ໃນ​ສວນ​ອຸທິຍານ​ແຫ່ງ​ມິດຕະພາບ ລາວ-ຫວຽດນາມ ໂດຍ​ລຸງ​ໄດ້​ເລົ່າ​ໃຫ້​ຟັງ​ວ່າ: ເມື່ອ 60 ປີ​ກ່ອນ, ໃນ​ຄໍ່າຄືນ​ ວັນ​ທີ 18 ພຶດສະພາ 1960 ດ້ວຍ​ຈິດໃຈ​ຮັກ​ຊາດ​ອັນ​ສູງ​ສົ່ງ​ ທີ່​ເດັດດ່ຽວ​ບໍ່​ຍອມ​ຈຳນົນ​ຕໍ່​ກົນ ອຸບາຍ​ອັນ​ເລີກ​ແລບ​ແນບ​ນຽນ​ຂອງ​ສັດຕູ​ນັບ​ທັງ​ການ​ຊື້​ຈ້າງ​ຈອບ​ອອຍ​ຈົນ​ເຖິງ​ການ​ນາບ​ຂູ່​ ດ້ວຍ​ຮູບ​ການ​ຕ່າງໆ, ແຕ່​ພະ ນັກງານ-ນັກຮົບ​ກອງພັນ​ທີ 2 ວິລະ​ຊົນ​ລວມ​ທັງ​ຄອບຄົວ​ທີ່​ມີ​ ແມ່​ຖືພາ​ຮອດ​ເດືອນ​ຄອງ​ກໍ​ບໍ່​ ຍອມ​ຈຳນົນ, ຈຶ່ງ​ໄດ້​ພ້ອມ​ກັນຕັດ ສິນ​ໃຈ​ຜ່າ​ວົງ​ປິດ​ລ້ອມ​ອັນ​ໜາ ​ແໜ້ນ​ຂອງ​ສັດຕູ​ຢູ່​ເຂດ​ທົ່ງ​ໄຫ​ຫີນ​ແຂວງ​ຊຽງ​ຂວາງ​ອອກ​ໄປ​ສູ່​ເຂດ​ທີ່​ໝັ້ນ​ເບື້ອງ​ປະເທດ​ຫວຽດນາມ​ຢ່າງ​ພິລະ​ອາດ​ຫານ. ພາຍຫຼັງ​ທີ່​ພັກ ແລະ ລັດຖະບານ​ຫວຽດ ນາມ ຮູ້​ຂ່າວ​ວ່າ​ກອງພັນ​ທີ 2 ຂອງ​ຝ່າຍ​ປະເທດ​ລາວ​ໄດ້​ຜ່າວົງ ​ປິດ​ລ້ອມ​ຢູ່​ທົ່ງ​ໄຫ​ຫີນ​ຊຽງ​ຂວາງ ໄປ​ສູ່​ເຂດ​ທີ່​ໝັ້ນ​ແລ້ວ ພັກ, ລັດ, ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດ ນາມ ກໍ​ໄດ້​ຮີບ​ຮ້ອນ​ມອບ​ໝາຍ​ໃຫ້​ກອງພັນ​ໃຫຍ່ 120 ທີ່​ຂຶ້ນ​ກັບກອງ​ບັນຊາ​ການ​ທະຫານ​ເຂດ 4 ຕັ້ງ​ຢູ່ ຕາແສງ​ຊວນ​ທັນ ເມືອງເຫງ້ຍ​ດ່ານ ແຂວງ​ເງະ​ອານ ກະກຽມ​ຕ້ອນຮັບ​ກອງພັນ​ທີ 2. ພາຍຫຼັງ​ເດີນທາງ​ມາ​ຮອດ ພະນັກງານ-ນັກຮົບ ກອງພັນ​ທີ 2, ເຊິ່ງ​ມີ​ທັງ​ຜູ້​ໄດ້​ຮັບ​ບາດ ເຈັບ​ເນື່ອງ​ຈາກ​ມີ​ການ​ສູ້​ຮົບເປີດ​ເສັ້ນທາງ ແລະ ມີ​ທັງ​ແມ່ລູກ ອ່ອນ​ທີ່​ອ່ອນເພຍ​ຍ້ອນ​ເກີດ​ລູກ​ໃນ​ລະຫວ່າງ​ການ​ເດີນທາງ​ຕ້ອງ​ໄດ້​ຫາມ​ກັນ​ມາ, ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຮັບ​ການ​ເບິ່ງແຍງ​ດູ​ແລ​ຈາກ​ແພດ​ໝໍ ແລະ ພະນັກງານ-ນັກຮົບ​ກອງພັນ​ໃຫຍ່ 120 ຂອງ​ຫວຽດນາມ​ເປັນ​ຢ່າງ​ດີ ດັ່ງອ້າຍ​ ເອື້ອຍ​ນ້ອງ​ຄອບຄົວ​ດຽວ​ກັນ. ພາຍຫຼັງ​ພັກຜ່ອນ, ປິ່ນປົວ​ຜູ້ໄດ້​ ຮັບ​ບາດເຈັບ ແລະ ບຳ​ລຸງ​ຜູ້​ ອ່ອນເພຍ​ແຂງແຮງ​ດີ​ແລ້ວ, ກອງ ພັນ​ໃຫຍ່ 120 ຂອງ​ເພື່ອນ​ກໍ​ໄດ້​ ຈັດ​ຕັ້ງ​ຮໍ່າຮຽນ​ການເມືອງເຝິກ ແອບ​ການ​ທະຫານປັບປຸງ​ກໍ່ສ້າງ​ກຳລັງ, ເມື່ອ​ເຫັນ​ວ່າ ພະນັກງານ- ນັກຮົບກອງພັນ​ທີ 2 ມີ​ຫຼາຍ​ຄົນ ​ບໍ່ຮູ້​ໜັງສື ແລະ ລະດັບ​ວັດທະນະ ທຳ​ຍັງ​ຕໍ່າ ກອງພັນ​ໃຫຍ່ 120 ກໍ​ ໄດ້​ປຶກສາ​ເອກະ​ພາບ​ກັບ​ຄະນະ​ ພັກ-ຄະນະ​ບັນຊາ​ກອງພັນທີ 2 ຈັດ​ຕັ້ງ​ຮໍ່າຮຽນ​ບຳລຸງວັດທະນະ ທຳ​ຂຶ້ນ. ອີງ​ຕາມ​ການ​ສະເໜີ​ຂອງ​ກອງ​ບັນຊາ​ການ​ສູງ​ສຸດ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ລາວ​ຕໍ່​ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດນາມ​ວັນ​ທີ 22 ພະຈິກ​ປີ 1962 ຈຶ່ງ​ ໄດ້​ຈັດ​ຕັ້ງ​ສູນ​ເຝິກອົບຮົມ​ການ ເມືອງ-ການ​ທະຫານ ແລະ ບຳ ລຸງ​ວັດທະນາ​ທຳ​ຂຶ້ນ​ຢູ່​ຕາແສງ​ຊວນ​ທັນ ເມືອງ​ເຫງ້ຍ​ດານ ແຂວງ​ເຫງະ​ອານ ເປັນ​ອັນວ່າ​ໂຮງຮຽນ​ວັດທະນະທຳ​ຊວນ​ທັນ ​ຫຼື​ ໂຮງຮຽນ​ວັດທະນະທຳ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ລາວ ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ໂດຍ​ໄດ້​ແຕ່ງຕັ້ງ​ໃຫ້​ສະຫາຍ ​ພັນ​ໂທ ຫງວ​​ຽນ​ເຈືອງ​ຊິງ ຫົວໜ້າ​ກອງພັນ​ໃຫຍ່ 120 ເປັນ​ຫົວໜ້າ​ຄະນະ​ອຳນວຍ​ການ​ໂຮງຮຽນ, ສະຫາຍ​ ພັນ​ໂທ ເຈືອງ​ດຶກ​ກູ ຮອງ​ຫົວໜ້າ​ກອງພັນ​ໃຫຍ່ 120 ເປັນ​ຮອງ​ອຳ​ນວນ​ການ​ໂຮງຮຽນ, ສະຫາຍ ສຸບັນ ລິດ​ແສນ​ຫວັງ ທີ່​ເປັນ​ນັກຮົບ​ກອງພັນ​ທີ 2, ອະດີດ​ຫົວໜ້າ​ກຳລັງ​ພົນ ຫ້ອງ​ເສນາ​ທິ​ການ​ກອງ​ບັນຊາ​ການ​ສູງ​ສຸດ​ກອງທັບ​ປົດ​ປ່ອຍ​ປະ ຊາຊົນ​ລາວ​ເປັນ​ຜູ້​ຮັບຜິດຊອບ​ວຽກ​ງານ​ກວດກາ​ເກັບ​ກຳ​ສະຖິຕິ​ພະນັກງານ-ນັກຮົບ​ຂອງ​ຝ່າຍ​ປະເທດ​ລາວ​ເຂົ້າ​ຮ່ວມ​ເປັນ​ຄະນະ​ຊີ້​ນຳ ( ຄະນະ​ອຳນວຍ​ການ) ທັງ​ເປັນ​ນັກຮຽນ​ໄປ​ພ້ອມ. (ອ່ານຕໍ່ສະບັບໜ້າ) ສະຫາຍ ພັນ​ເອກ ​ພິເສດ ຫງວ​​ຽນ ​ເຈືອງ​ຊິງ, ສະຫາຍ ສຸບັນ ລິດ​ແສນ​ຫວັງ ຫົວໜ້າ​ຄະ ນະ​ອຳນວຍ​ການໂຮງຮຽນ​ຊວນ​ທັນ​ຄົນ​ທຳ​ອິດ ອຳນວຍ​ການ​ຜູ້​ຮັບຜິດຊອບ​ວຽກ​ງານ​ກວດກາ​ເກັບ​ກຳ​ສະຖິຕິນັກຮຽນ​ຝ່າຍ​ປະ ເທດ​ລາວ​ທັງ​ເປັນ​ນັກຮຽນເບື້ອງ​ຕົ້ນ​ກໍ່ໄດ້​ຈັດ​ຕັ້ງ​ໃຫ້​ພະນັກງານ​ຢູ່​ກອງພັນ​ໃຫຍ່ 120 ສອນເອງ ຕໍ່​ມາ​ເມື່ອ​ກະຊວງ​ສຶກ​ສາຫວຽດ ນາມ​ເຫັນ​ວ່າ​ຄູ​ອາຈານ​ຢູ່​ນີ້​ຍັງ ​ບໍ່​ພຽງພໍ​ຈຶ່ງ​ໄດ້​ສົ່ງ​ຄູ​ທີ່​ໄດ້​ມາດ ຕະຖານ​ໄປ​ໃຫ້​ຕື່ມ​ຕາມ​ຄວາມ​ເໝາະ​ສົມ. ສຳລັບ​ການ​ຮຽນ​ແມ່ນ​ຮຽນ​ທັງ​ພາສາ​ລາວ ແລະ ພາສາ​ຫວຽດນາມ ຫຼັກສູດ​ການ​ສອນ​ເນັ້ນ​ໃສ່​ແຕ່​ວິຊາ​ທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ສູ້​ຮົບ​ເທົ່າ​ນັ້ນ​ເຊັ່ນ: ວິຊາ​ເລກ, ວັດຖຸ, ເຄ​ມີ. ໄລຍະ​ຕົ້ນ​ແມ່ນ​ຮຽນ​ລະບົບ​ເລັ່ງ​ລັດ​ປີ 1 ຮຽນ​ໃຫ້​ໄດ້ 3 ຫ້ອງ ຕໍ່​ມາ​ປີ1 ຮຽນ​ໃຫ້​ ໄດ້ 2 ຫ້ອງ ແລະ ຕໍ່ໆ​ມາ​ແມ່ນ​ຮຽນ​ປີ​ລະ​ຫ້ອງ​ຄື​ກັບ​ລະບົບ​ສາ ມັນ​ທົ່ວ​ໄປ. (ອ່ານຕໍ່ສະບັບໜ້າ) ວັນ​ທີ 15 ສິງຫາ 1964 ຈັກ ກະພັດ​ອາ​ເມ​ຣິ​ກາ​ໄດ້​ປະຕິບັດ​ຍຸດ​ທະ​ສາດ​ປີນ​ຂັ້ນໄດ​ສົງຄາມ​ທຳລາຍ​ຢ່າງ​ຮ້າຍ​ແຮງ​ກອງ​ບັນ ຊາ​ການ​ທະຫານ​ເຂດ 4 ຈຶ່ງ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຍົກຍ້າຍ​ໂຮງຮຽນ​ວັດທະນາ​ທຳ​ຊວນ​ທັນ​ເຂົ້າ​ໄປ​ລີ້​ຊ່ອນ​ຢູ່​ເຂດ​ທີ່​ມີ​ປ່າດົງ ພ້ອມ​ທັງ​ຂຸດ​ຂຸມ​ລີ້​ໄພ​ຢ່າງ​ຮີບ​ດ່ວນ. ເຊິ່ງ​ໂຮງຮຽນໄດ້​ຍ້າຍ​ໄປ​ຢູ່​ຫຼາຍ​ບ່ອນ​ຕາມ​ເຂດ​ຊົນນະບົດ​ທີ່​ມີ​ປ່າດົງ​ຕຶບໜາ​ຂອງ​ແຂວງ​ເງະ​ອານ ແລະ ແຂວງ​ແທງ​ຮວາ ເພື່ອ​ຮັບ ປະກັນ​ຄວາມ​ປອດ​ໄພ. ຕໍ່​ມາ​ໂຮງ ຮຽນກໍ​ໄດ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ພະນັກງານ​ນັກຮົບ ແລະ ປະຊາຊົນ​ລາວ​ໃຜໆ​ກໍ​ຮູ້ຈັກ ແລະ ຄຸ້ນ​ຫູ​ດີ​ກັບ​ຊື່​ສຽງ​ຂອງ​ໂຮງຮຽນ​ຊວນ​ທັນ​ແຫ່ງ​ນີ້ ເມື່ອ​ເຫັນ​ວ່າ ໂຮງຮຽນ​ແຫ່ງ​ນີ້ເປັນ​ໂຮງຮຽນທີ່​ມີ​ຄຸນ​ນະ​ພາບ​ດີ, ໄດ້​ ເສີມ​ອາວຸດ​ທາງ​ປັນຍາ​ໃຫ້ນັກ ຮົບ. ສະນັ້ນ​ກອງ​ບັນຊາ​ການສູງ​ ສຸດ ກອງທັບປົດ​ປ່ອຍ​ປະຊາຊົນ ​ລາວ​ຈຶ່ງ​ໄດ້​ມອບ​ໃຫ້​ຫ້ອງ​ການ ເມືອງ​ກອງ​ບັນຊາ​ການ​ສູງ​ສຸດ​ຈັດ​ຕັ້ງ​ເລືອກເຟັ້ນ​ເອົາພະນັກງານ-ນັກຮົບ ຜູ້​ທີ່​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ ແລະ ມີ​ຜົນງານ​ດີເດັ່ນ​ສູ້​ຮົບ​ອາດ​ຫານ ຈາກ​ບັນດາ​ກົມ​ກອງ​ໄປຮໍ່າຮຽນ​ຍົກ​ລະດັບ​ເພື່ອ​ສ້າງ​ເປັນພະນັກງານ​ສືບ​ທອດ​ໃນ​ກອງທັບ​ນັບ​ມື້​ນັບ​​ຫຼາຍ​ຂຶ້ນ. ໂຮງຮຽນ​ໄດ້​ເຕີບ​ໃຫຍ່ຂະ ຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ມີພະນັກ ງານ-ນັກຮົບ ໄປ​ຮໍ່າຮຽນ​ຫຼາຍ​ພັນ​ຄົນ, ໄດ້​ຈັດ​ຕັ້ງ​ເປັນ​ຫຼາຍ​ຫ້ອງ​ຮຽນ​ຫຼາຍ​ກຸ່ມ​ຂຶ້ນ, ພະນັກງານ-ນັກຮົບໂຮງຮຽນ​ນີ້​ບໍ່​ພຽງ​ແຕ່​ໄດ້​ຮໍ່າຮຽນ​ວັດທະນະທຳ​ເທົ່າ​ນັ້ນ​ແຕ່​ຍັງ​ໄດ້​ຮຽນ​ການເມືອງ, ເຝິກແອບ​ການ​ທະຫານ​ກຽມພ້ອມ​ກັບ​ຄືນ​ມາສູ້​ຮົບ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​ລາວ​ ໃນ​ເມື່ອ​ສະໜາມຮົບ​ມີ​ຄວາມ​ຕ້ອງການ. ແຕ່​ລະ​ປີ​ຈະ​ ມີ​ນັກຮຽນ​ໄດ້​ໄປ​ຮຽນ​ວິຊາ​ສະ ເພາະ​ຢູ່​ຫວຽດນາມ​ກໍ​ຄື​ບັນດາ​ປະເທດ​ສັງຄົມ​ນິຍົມ​ອື່ນໆ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກອງທັບ​ເປັນ​ຈຳນວນ​ຫຼາຍ, ອາດ​ຈະ​ໄປ​ເທື່ອ​ລະ​ຄົນ ຫຼື ເປັນ​ຊຸດ​ຫຼາຍ ​ຄົນ​ແລ້ວແຕ່​ຄວາມ​ຕ້ອງການ​ ຂອງ​ສະໜາມຮົບ​ໃນ​ເວລາ​ນັ້ນ. ຈົນ​ມາ​ຮອດ​ວັນ​ທີ 8 ກຸມພາ 1973 ພາຍຫຼັງ​ເຊັນ​ສັນຍາ​ປາ​ຣີ​ກ່ຽວ​ກັບ​ຫວຽດນາມ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ສູນ​ກາງ​ພັກ​ກອງ​ບັນ​​ນ​ຊາ​ການ​ສູງ​ສຸດ​ກອງ ທັບ​ປົດ​ປ່ອຍ​ປະຊາຊົນ​ລາວ, ໂຮງ ຮຽນ​ໄດ້​ຈັດ​ຕັ້ງ​ເອົາ​ກຳລັງ​ນັກ ຮຽນ​ຈັດ​ເປັນ 2 ກອງພັນ​ທະຫານ​ຮາບ​ໃຫ້​ກັບ​ຄືນ​ປະເທດ​ລາວ ​ເພື່ອ​ເຂົ້າ​ຮ່ວມ​ເປັນ​ກຳລັງ​ໝູນ​ຊ່ວຍ​ໃຫ້​ຂະ​ບວນ​ການ​ປະ​ຕິບັດ​ສັນຍາ 2 ຕົວ​ເມືອງ​ເປັນກາງ​ວຽງ​ຈັນ ແລະ ຫຼວງ​ພະ​ບາງ, ເຊິ່ງ​ກອງພັນ 801 ບັນຊາ​ໂດຍ ສະຫາຍ ​ແຜ້ວ ໄຊ​ຍະ​ວົງ ອຳນວຍ​ການ​ໂຮງຮຽນ​ຝ່າຍ​ລາວ ຂຶ້ນ​ມາ​ປ້ອງ​ກັນ​ເຂດ​ເມືອງ ເປິນ​ແຂວງ​ຫົວພັນ ແລະ ກອງພັນ​ທີ 802 ບັນຊາ​ໂດຍ ສະຫາຍ ​ຄຳ​ພິມ ຮອງ​ອຳນວຍ​ການໂຮງຮຽນ​ຝ່າຍ​ລາວ ຂຶ້ນ​ມາ​ປ້ອງ​ກັນ​ເຂດ​ໜອງ​ຄ້າງ ແຂວງ​ຫົວພັນ ເຮັດ​ໜ້າທີ່​ເຝິກແອບ​ຮໍ່າ ຮຽນ​ການ​ທະຫານ​ກຽມພ້ອມ​ສູ້​ຮົບ​ດັບ​ສູນ​ສັດຕູ​ທີ່​ອາດ​ຈະ​ໂດດ​ຈ້ອງ​ລົງ​ເຂດ​ແນວ​ຫຼັງ, ຂອງ​ແນວ​ລາວ​ຮັກ​ຊາດ ແລະ ເຮັດ​ໜ້າທີ່​ຂົນຂວາຍ​ປະຊາຊົນ​ກໍ່ສ້າງ​ຮາກ​ຖານ​ຈົນ​ກວ່າ​ເຊັນ​ສັນຍາ​ວຽງ​ຈັນ​ວັນ​ທີ 21 ກຸມພາ 1973 ວ່າ​ດ້ວຍ​ການ​ຟື້ນ​ຟູ​ສັນຕິພາບ ແລະ ປະຕິບັດ​ຄວາມ​ຖືກຕ້ອງ​ປອງ​ດອງ​ຂາດ​ຢູ​​ູ່​ລາວ ແລະ ປັກ​ຫຼັກ​ໝາຍ​ເຂດ​ແດນລະຫວ່າງ​ຝ່າຍ​ບັນດາ​ກຳລັງ​ຮັກ​ຊາດ ແລະ ຝ່າຍ​ຂວາ​ວຽງ​ຈັນ​ສຳເລັດ​ແລ້ວ​ຈຶ່ງ​ໄດ້​ກັບ​ຄືນ​ມາ​ຮຽນ​ຄືເກົ່າ ​ເວລາ​ນັ້ນ​ເອງ​ລຸງ​ເພິ່ນ​ກໍ​ໄດ້​ໄປ​ໃນ​ຖານະ​ເປັນ​ນັກຮົບ​ຂອງ​ກອງພັນ 801. ຄຽງ​ຄູ່​ກັນ​ນັ້ນ ຄະນະ​ອຳ​ນວນ​ການ​ໂຮງຮຽນ​ຍັງ​ໄດ້​ຄັດ​ເລືອກ​ເອົາພະນັກງານ​ນັກຮົບ​ຜູ້​ທີ່ຮຽນ​ດີ​ຮຽນ​ເກັ່ງ ມີ​ພອນ​ສະຫວັນ​ໃຫ້​ມາ​ເປັນ​ຄູ​ສອນ, ມາ​ເຝິກ​ອົບ​ຮົບ​ເພື່ອ​ສ້າງ​ເປັນ​ຄູ​ສອນ​ໄວ້​ປ່ຽນ​ແທນ​ອາຈານ​ຫວຽດນາມ​ໃນ​ອະ ນາຄົດ. ພາຍຫຼັງ​ປະເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ. ຈົນ​ມາ​ເຖິງ​ປີ 1976 ດ້ວຍ​ການ​ເຫັນ​ດີ​ເປັນ​ເອກະ​ພາບ​ຂອງ​ກະ ຊວງ​ປ້ອງ​ກັນ​ປະເທດ​ລາວ-ຫວຽດນາມ ໂດຍ​ການ​ຊ່ວຍເຫຼືອ​ຂອງ​ກອງພັນ​ລົດ ລຳລຽງ 410 ຂອງ​ຫວຽດນາມ ໂຮງຮຽນ ຊວນທັນ​ໄດ້​ຍ້າຍ​ຈາກ​ທີ່​ຕັ້ງ​ເດີມ​ທີ່ເມືອງ​ບາ​ເທື້ອກ ແຂວງ​ແທງ​ຮວາ​ຫວຽດນາມ, ມາ​ຕັ້ງ​ຢູ່​ທົ່ງ​ນາ​ໄກ່, ເມືອງ​ວຽງ​ໄຊ, ແຂວງ​ຫົວພັນ (ແຕ່​ກ່ອນ​ເອີ້ນ​ວ່າ​ເມືອງ​ສຳພັນ ແຂວງ​ຊຳ​ເໜືອ). ສຳລັບ​ໃນ​ເບື້ອງ​ຕົ້ນ, ອາຈານ ແລະ ພະ ນັກງານ​ຮັບ​ໃຊ້​ຄົນ​ຫວຽດນາມ​ກໍ​ມາ​ນຳ ແລະ ສືບຕໍ່​ສິດສອນ​ຫ້ອງ​ທີ່​ບໍ່​ທັນ​ມີ​ອາຈານ​ຄົນ​ລາວ​ສອນ​ພຽງພໍ, ທັງ​ເປັນ​ຊ່ຽວຊານ​ທັງ​ເປັນ​ຄູ​ສອນ​ພ້ອມ, ໃນ​ຂະນະ​ດຽວ​ກັນ​ນັ້ນ​ກໍ​ໄດ້​ສ້າງ​ຄູ​ໄປ​ພ້ອມ ເມື່ອ​ໂຮງຮຽນ​ມີ​ຄູ​ສອນພຽງ​ພໍ ແລ້ວ ອາຈານ​ຫວຽດ​ກໍ​ຄ່ອຍໆ​ຖອນ​ກັບ​ຄືນ​ສູ່​ປະເທດ​ຊາດ​ຕົນ​ໄປ​ເທື່ອ​ລະ​ນ້ອຍ​ຕາມ​ຄວາມ​ເໝາະ​ສົມ. ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ ຂອງ​ສະພາບ​ການ​ໄລຍະ​ໃໝ່ ໂຮງຮຽນ​ວັດທະນະທຳ​ຊວນທັນ​ ຈຶ່ງ​ຍ້າຍ​ຈາກ​ເມືອງ​ວຽງ​ໄຊ ແຂວງ​ຫົວພັນ​ລົງ​ມາ​ຕັ້ງ​ຢູ່​ແຂວງ​ຈຳປາ​ສັກ, ແຕ່​ຍັງ​ຮັກສາ​ຊື່​ວຽງ​ໄຊ​ໄວ້. ເພື່ອ​ເປັນ​ມູນເຊື້ອ​ຂອງ​ກອງທັບ​ປະຊາຊົນ​ລາວ ທັງ​ເປັນ​ການ​ຮັກສາ​ມູນເຊື້ອ​ແຫ່ງ​ການ​ສຳພັນ​ສູ້​ຮົບ ລະຫວ່າງ​ສອງ​ຊາດ​ສອງ​ກອງທັບ​ລາວ-ຫວຽດນາມ​ໂຮງຮຽນ​ໄດ້​ຍົກ​ບົດບາດ​ຈາກ ໂຮງຮຽນ​ວັດທະນາ​ທຳ​ຂຶ້ນ​ມາ​ເປັນ​ໂຮງຮຽນ​ນາຍ​ສິບ​ທະຫານ​ຮາບ​ເລກ 2 ວຽງ​ໄຊ​ໃຫ້​ພົ້ນ​ເດັ່ນ​ຂຶ້ນ. ນັກຮຽນ ແລະ ຄູ​ອາຈານໂຮງ ຮຽນ​ວັດທະນະທຳ​ຊວນ​ທັນ​ຖ່າຍ ຮູບ​ລວມ. ຕະຫຼອດ​ໄລຍະ​ເວລາ 14 ປີ​ທີ່​ໂຮງຮຽນ​ວັດທະນະ​ທຳ​ຊວນ​ທັນ​ໄດ້​ຮັບ​ການ​ສ້າງຕັ້ງ ແລະ ເຕີບ​ໃຫຍ່​ຂະຫຍາຍຕົວ​ຢູ່​ບົນ​ດິນແດນ​ປະເທດ​ຫວຽດນາມ​ແມ່ນ​ໄດ້​ຜ່ານ​ແປວໄຟ​ທີ່​ດຸເດືອດ​ຂ້ຽວ​ຂາດ​ລະ​ອິດ​ລະ​ອ້ຽວ​ຂອງ​ສົງຄາມ​ທຳ ລາຍ​ນັ້ນ, ໂຮງຮຽນ​ວັດທະນະ​ທຳ​ຊວນ​ທັນ​ສາມາດ​ສ້າງ​ນັກຮຽນ​ລາວ​ທີ່​ຈົບ​ຈາກ​ໂຮງຮຽນ​ໄດ້​ທັງ​ໝົດ 6.000 ກວ່າ​ຄົນ. ເຖິງ​ຈະ​ໄດ້​ຮຽນ​ຢູ່ດິນແດນ​ຂອງ​ຫວຽດນາມ ຮຽນ​ຢູ່​ເມືອງ​ວຽງ​ໄຊ ແຂວງ​ຫົວພັນ​ ຫຼື ຢູ່​ແຂວງ​ຈຳປາ​ສັກ ແຕ່​ບັນດາ​ສະ ຫາຍນັກຮຽນ​ໂຮງຮຽນ​ວຽງ​ໄຊ​ທຸກ​ຄົນ​ຍາມ​ໃດ​ກໍ​ຄິດ​ຮອດ​ຄິດ ​ເຖິງ​ຄະນະ​ອຳນວຍ​ການໂຮງ ຮຽນ, ບັນດາ​ຄູ​ອາຈານ, ອ້າຍ ​ເອື້ອຍ​ລ້ຽງ, ແພດ​ໝໍ ແລະ ພະ ນັກງານຮັບ​ໃຊ້​ອື່ນໆ​ຂອງ​ໂຮງ ຮຽນ​ຊວນ​ທັນ, ຄິດ​ຮອດພໍ່​ຮັກ​ແມ່​ຮັກ​ຄົນ​ຫວຽດນາມ​ທີ່​ເຄີຍ​ຮັກແພງຊ່ວຍເຫຼືອ​ນັກຮຽນ​ລາວ ຕະຫຼອດ​ຮອດ​ໄລຍະ​ເວລາ​ທີ່​ ໂຮງຮຽນ​ຕັ້ງ​ຢູ່ຫວຽດນາມ​ກໍ​ຄື​ ຢູ່​ເມືອງ​ວຽງ​ໄຊ. ຍັງ​ອີກ​ບໍ່​ດົນ​ໂຮງຮຽນ​ນາຍ​ສິບ​ທະຫານ​ບົກ​ເລກ 2 ວຽງ​ໄຊ ກໍ​ຈະ​ໄດ້​ຈັດ​ຕັ້ງ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ໂຮງຮຽນ​ຄົບຮອບ 60 ປີ​ດ້ວຍ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ການ​ປະກອບສ່ວນ​ສ້າງ​ພະນັກງານ​ສືບ​ທອດ​ທີ່​ມີ​ຄຸນ​ນະ​ພາບ​ໃຫ້​ແກ່​ພາລະກິດ​ປະຕິວັດ ປົດ​ປ່ອຍ​ຊາດ​ກໍ​ຄື ປົກ​ປັກ​ຮັກ ສາ​ສ້າງສາ ແລະ ພັດທະນາ​ປະ ເທດ​ຊາດ. ມີ​ນັກຮຽນ​ຈາກ​ໂຮງ ຮຽນວຽງໄຊ​ຫຼາຍ​ສະຫາຍ​ໄດ້​ກາຍເປັນ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ ແລະ ລັດ ເປັນ​ນາຍ​ທະຫານ​ຂັ້ນ​ສູງ​ຂອງ​ກອງທັບ​ປະຊາຊົນ​ລາວ. ເກືອບ​ທັງ​ໝົດ​ບັນດາ​ພະ ນັກງານ​-ນັກຮົບ ວິຊາ​ສະເພາະ​ເຕັກນິກ​ຕ່າງໆ​ຂອງ​ກອງທັບ​ເຊັ່ນ: ທະຫານ​ບົກ, ທະຫານ​ອາ ກາດ ປືນ​ໃຫຍ່​ໜ້າດິນ, ປ້ອງ​ກັນ​ອາກາດ, ລູກ​ສອນ​ໄຟ, ເສນາ​ທິ​ການ, ພະລາ​ທິ​ການ ແລະ ອື່ນໆ​ກໍລ້ວນ​ແລ້ວແຕ່​ແມ່ນ​ນັກຮຽນ​ຂອງ​ໂຮງຮຽນ​ວຽງ​ໄຊ​ໃນ​ເມື່ອ​ກ່ອນ​ທັງ​ໝົດ. ສາມາດ​ເວົ້າ​ໄດ້​ວ່າ: ໂຮງ ຮຽນ​ຊວນ​ທັນ​ໃນ​ເມື່ອ​ກ່ອນ ​ຫຼື​ໂຮງຮຽນ​ວຽງ​ໄຊ​ໃນ​ປັດຈຸບັນ ແລະ ບັນດາ​ນັກຮຽນ​ທີ່​ຈົບ​ມາ​ຈາກ​ໂຮງຮຽນ​ວຽງ​ໄຊ ແມ່ນທຶນ ຮອນ​ອັນ​ປະເສີດ​ທີ່​ພັກ, ລັດ, ກອງທັບ ແລະ ປະຊາຊົນ​ຫວຽດ ນາມ​ມອບ​ເປັນ​ຂອງຂວັນ​ໃຫ້ແກ່​ ພັກ, ລັດ, ກອງທັບ ແລະ ປະຊາ ຊົນລາວ, ແມ່ນ​ແນວ​ພັນ​ທີ່​ດີ​ ຂອງ​ມິດຕະພາບ​ລາວ-ຫວຽດ ນາມ. ປັດຈຸບັນ​ໂຮງຮຽນ​ວຽງ​ໄຊ​ໄດ້​ຮຽບ​ຮຽງ ແລະ ຈັດ​ພິມ​ປຶ້ມ​ມູນເຊື້ອ​ຂອງ​ກອງທັບ ​ເພື່ອ​ສຶກ​ສາ​ອົບຮົມ​ນັກຮຽນ​ຮຸ່ນ​ຕ່າງໆ​ເຂົ້າໃຈ ແລະ ເພີ່ມ​ທະວີ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ຊາດ​ ສອງ​ກອງທັບ ລາວ-ຫວຽດນາມ ໃຫ້​ແໜ້ນ​ແຟ້ນ​ໝັ້ນ ຄົງ​ຕະຫຼອດ​ໄປ. ໂດຍ: ວິໄລ​ພອນ​ ສອນ​ມະນີ​ລາ




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ