ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງບໍ​ລິ​ຄຳ​ໄຊ ນຳ​ໃຊ້​ສູດ 1+2+3+4 ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ
ເວລາອອກຂ່າວ: 2022-09-27 09:30:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ໃນ​ໂອກາດ​ລາຍ​ງານຕໍ່​ກອງ​ ປະຊຸມ​ສະຫຼຸບ​ວຽກ​ງານກໍ່ສ້າງ​ ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ ແລະ ວຽກ 3 ສ້າງທົ່ວ​ປະເທດ ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ໃນ​ອາທິດ​ຜ່ານ​ມາ​ນີ້, ທ່ານ ກອງ​ແກ້ວ ໄຊ​ສົງຄາມ ເຈົ້າແຂວງ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ໃຫ້​ຮູ້​ກ່ຽວ​ກັບ​ການ​ປຸກລະດົມ​ທົ່ວ​ສັງຄົມ​ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ ຕິດ​ພັນ​ກັບ​ການ​ພັດທະນາ​ຂອງແຂວງ​ບໍ​ລິ​ ຄຳ​ໄຊ ວ່າ: ໄດ້​ຈັດ​ຕັ້ງ​ປະຕິບັດ​ຕາມ​ສູດ​ແກ້​ໄຂ. ບວກ 1: ໝາຍ​ເຖິງ​ຄວາມ​ເປັນ ​ເຈົ້າ: ເລີ່ມ​ຈາກ​ຄວາມ​ເປັນ​ເຈົ້າ​ຂອງ​ຄອບຄົວ​ຕົນ​ເອງ​ຢ່າງ​ແທ້​ຈິງ, ຢາກ​ໃຫ້​ຄອບຄົວ​ຂອງຕົນ​ເອງ​ພົ້ນ​ທຸກ ແລະ ເປັນ​ຄອບຄົວ​ພັດທະນາ ​ຕ້ອງ​ແມ່ນ​ຕົນ​ເອງ​ເປັນ​ຜູ້​ເຮັດ​ເອົາ​ເອງ ດ້ວຍ​ການ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ເຊິ່ງ​ບໍ່​ມີ​ໃຜ​ຈະ​ເຮັດ​ແທນ​ໄດ້. ບວກ 2: ໝາຍ​ເຖິງ 2 ການ​ຫັນປ່ຽນ: ຫັນປ່ຽນ​ອັນ​ທີ1: ແມ່ນ​ຈາກ​ແນວ​ຄິດ​ຮັກສາ​ເດີມ​ຂຶ້ນ​ກັບ​ທຳ​ມະ​ຊາດ ຫັນ​ໄປ​ສູ່​ແນວ​ຄິດ​ການ​ຜະລິດ​ທີ່​ນຳ​ໃຊ້​ເຕັກນິກ​ວິ ທະຍາສາດ​ທີ່​ກ້າວໜ້າ ແລະ ທັນ​ສະໄໝ. ຫັນປ່ຽນ​ອັນ​ທີ 2: ແມ່ນ​ວິທີ​ເຮັດ ຫຼື ວິທີ​ຜະລິດ​ແບບ​ກະ​ແຈກ​ກະຈາຍ ບໍ່​ມີ​ຈຸດ​ສຸມ ໄປ​ສູ່​ການ​ຜະລິດ​ທີ່​ມີ​ຈຸດ​ສຸມ, ຈັດ​ຕັ້ງ​ ເປັນ​ກຸ່ມ, ຜະລິດ​ໃຫ້​ຫຼາຍ​ກາຍເປັນ ​ສິນຄ້າ​ຕາມ​ຕະຫຼາດ​ຕ້ອງການ. ບວກ 3: ໝາຍ​ເຖິງ 3 ຕົວ​ຊ່ວຍເຫຼືອ: ຕົວ​ຊ່ວຍ​ທີ1: ແມ່ນ​ລັດຖະບານ, ອົງການ​ປົກຄອງ​ແຂວງ, ອົງ ການ​ປົກຄອງ​ເມືອງ​ໃຫ້ການ​ຊ່ວຍເຫຼືອສິ່ງ​ທີ່​ມີ​ການ​ລົງທຶນ​ສູງ ແລະ ມີ​ລະບົບ​ເຕັກນິກ​ສະເພາະ ທີ່​ປະຊາຊົນ​ບໍ່​ສາມາດ​ເຮັດ​ໄດ້ ເຊັ່ນ: ເສັ້ນທາງ, ຜັງ​ບ້ານ, ຊົນລະປະ ທານ, ສູນ​ເຝິກອົບຮົມ, ໄຟຟ້າ, ໂຮງໝໍ, ສຸກສາລາ, ນ້ຳ​ສະອາດ, ໂຮງຮຽນ, ​ນຳພາ​ໄປ​ທັດສະນະ​ ສຶກ​ສາ, ສະໜອງ​ແນວ​ພັນ, ເຕັກ ນິກ, ວິຊາ​ການ ແລະ ທຶນຮອນ​ທີ່​ ຈຳເປັນ. ຕົວ​ຊ່ວຍ​ທີ 2: ແມ່ນ​ໜ່ວຍ​ພັກ, ອົງການ​ປົກຄອງ, ອົງ​ການຈັດຕັ້ງ​ມະຫາຊົນ​ຂັ້ນ​ບ້ານ, ພາກສ່ວນ​ເສດຖະກິດ​ຕ່າງໆ, ເພື່ອນ​ສະຫາຍ​ອ້າຍ​ນ້ອງ, ຜູ້​ຮັ່ງມີ​ຊ່ວຍເຫຼືອ​ຜູ້​ທຸກ​ຍາກ ໂດຍ​ມີ​ການຈັດຕັ້ງ​ເປັນ​ຈຸ, ເປັນ​ກຸ່ມ ເພື່ອ​ນຳພາ​ຊ່ວຍເຫຼືອ​ກັນ. ຕົວ​ຊ່ວຍ​ທີ 3: ແມ່ນ​ອົງການ ຈັດຕັ້ງ​ສາກົນ, ອົງການຈັດຕັ້ງ​ ທາງສັງຄົມ​ຊ່ວຍເຫຼືອ,ໃຫ້​ທຶນ​ ກູ້​ຢືມ, ຊ່ວຍເຫຼືອ​ລ້າ, ສົ່ງເສີມ​ ການ​ປູກ, ການ​ລ້ຽງ, ເຝິກອົບຮົມ ​ເຕັກນິກ, ນຳພາ​ໄປ​ທັດສະນະ​ສຶກ​ສາ ແລະ ສ້າງ​ກອງ​ທຶນ​ບ້ານ. ບວກ 4: ໝາຍ​ເຖິງ​ນະໂຍບາຍ 4 ດ້ານ: ດ້ານ​ທີ 1: ແມ່ນ​ນະໂຍບາຍ​ຈັດ​ສັນ​ທີ່​ດິນ, ມອບ​ດິນ-ມອບ​ປ່າ ໃຫ້​ ປະຊາຊົນ​ຄຸ້ມ​ຄອງ​ນຳ​ໃຊ້, ຜູ້​ມີ​ດິນ​ຫຼາຍ​ ບໍ່​ທຳ​ການ​ຜະລິດ ຕ້ອງ​ແບ່ງປັນ​ໃຫ້​ຜູ້​ອື່ນ​ທີ່​ບໍ່​ມີ, ຜູ້​ມີ​ໜ້ອຍ​ບໍ່​ພໍ​ຊອກ​ເອົາ​ຕື່ມ, ຜູ້​ບໍ່​ມີ​ຊອກ​ເອົາ​ໃໝ່ ໂດຍ​ແມ່ນ​ອົງການ​ປົກຄອງ​ບ້ານ​ເປັນ​ຜູ້ນຳ​ພາ​ຊອກ ແຕ່​ບໍ່​ແຕະຕ້ອງ​ເຂດ​ປ່າ​ຫວງ​ຫ້າມ ແລະ ເຂດ​ສະຫງວນ​ຂອງ​ລັດ​ຕາມ​ກົດໝາຍ​ທີ່​ດິນ ແລະ ກົດໝາຍ​ປ່າໄມ້. ດ້ານ​ທີ 2: ແມ່ນ​ນະໂຍບາຍ​ຈັດ​ສັນ​ພູມລຳເນົາ ຈັດ​ສັນ​ອາຊີບ, ເຕົ້າໂຮມ​ບ້ານ​ນ້ອຍ​ໃຫ້​ເປັນ​ບ້ານ​ໃຫຍ່​ ເຮັດ​ໃຫ້​ມີ​ເງື່ອນໄຂ​ການ ​ພັດທະນາ. ດ້ານ​ທີ 3: ແມ່ນ​ນະໂຍບາຍ​ສົ່ງເສີມ​ດ້ານ​ພາສີ, ອາກອນ, ດອກ ​ເບ້ຍ​ເງິນ​ກູ້, ໄມ້​ປຸກ​ສ້າງ​ຕາມ​ປະເພນີ. ດ້ານ​ທີ 4: ແມ່ນ​ນະໂຍບາຍ ຫັນ​ວຽກ, ຫັນ​ພະນັກງານ, ຫັນ​ງົບປະມານ​ລົງ​ສູ່​ຮາກ​ຖານ​ຊົນນະບົດ, ແຂວງ​ຊີ້​ນຳ​ເມືອງ, ເມືອງ​ຊີ້​ນຳ​ບ້ານ ແລະ ບ້ານ​ນຳພາ​ປະ ຊາຊົນ​ຈັດ​ຕັ້ງ​ປະຕິບັດ ເຊິ່ງ​ໄດ້​ດຳເນີນ​ໄປ​ຕາມ 5 ຂັ້ນ​ຕອນ ດັ່ງ ນີ້: ຂັ້ນ​ຕອນ​ການ​ກະກຽມ, ຂັ້ນ​ການ​ເກັບ​ກຳ​ຂໍ້​ມູນ, ຂັ້ນ​ຕອນ​ການ​ປຸກລະດົມ​ທົ່ວ​ສັງຄົມ, ຂັ້ນ​ຕອນ​ການຈັດຕັ້ງ​ປະຕິບັດ ແລະ ຂັ້ນ​ຕອນ​ການ​ກວດກາ​ປະ​ເມີນ​ຜົນ ແລະ ຖອດ​ຖອນ​ບົດຮຽນ. ທ່ານ ກອງ​ແກ້ວ ໄຊ​ສົງຄາມ ໃຫ້​ຮູ້​ຕື່ມ​ວ່າ: ຜ່ານ​ການ​ແກ້​ໄຂ​ຄວາມທຸກ​ຍາກ ແລະ ການ​ພັດ ທະນາ ຕາມ​ດຳລັດ 348/​ລບ ມາ​ຮອດ​ປັດຈຸບັນ ທົ່ວ​ແຂວງ​ບໍ​ລິ​ຄຳ​ໄຊ ປະກອບ​ດ້ວຍ 7 ເມືອງ, 284 ບ້ານ, ມີ 57.663 ຄອບຄົວ, ມີ​ພົນລະເມືອງ​ທັງ​ໝົດ 318.179 ຄົນ, ຍິງ 157.371 ຄົນ, ໃນ​ນີ້: ຄອບຄົວ​ພົ້ນ​ທຸກ ມີ 55.480 ຄອບຄົວ ກວມ​ເອົາ 96,13%, ຄອບຄົວ​ທຸກ​ຍາກ​ຍັງ​ເຫຼືອ 2.232 ຄອບຄົວ ກວມ​ເອົາ 3,8%. ຄອບ ຄົວ​ອະນາຖາມີ 102 ຄອບຄົວ ຫຼຸດ​ລົງ 86 ຄອບຄົວ. ບ້ານ​ພົ້ນ​ທຸກ 260 ບ້ານ ກວມ​ເອົາ 92%, ບ້ານ​ທີ່​ຍັງ​ທຸກ​ຍາກ​ມີ 24 ບ້ານ ກວມ​ເອົາ 8% ຫຼຸດ​ລົງ 7 ບ້ານ. ຄອບຄົວ​ພັດທະນາ ມີ 50.755 ຄອບຄົວ ກວມ​ເອົາ 87,95% ເພີ່ມ​ຂຶ້ນ​ຈາກ​ປີ 2015 ຈຳນວນ 8.946 ຄອບຄົວ. ບ້ານ​ພັດທະນາ ມີ 226 ບ້ານ ກວມ​ເອົາ79,57% ເພີ່ມ​ຂຶ້ນ 22 ບ້ານ. ປະກາດ​ຮັບຮອງ​ເປັນ​ບ້ານ​ໃຫຍ່​ທີ່​ມີ​ສີສັນ​ຕົວ​ເມືອງ​ນ້ອຍ​ຢູ່​ໃນ​ຊົນນະບົດ ຕາມ​ມາດຕະຖານ​ມີ 2 ບ້ານ ຄື: ບ້ານ​ຜາ​ເມືອງ ເມືອງ​ບໍ​ລິ​ຄັນ ແລະ ບ້ານ​ວຽງ​ຄຳ ເມືອງ​ປາກ​ກະດິງ. ເມືອງ​ທີ່​ພົ້ນ​ທຸກ​ແລ້ວ​ມີ 5 ເມືອງ, ສ່ວນ​ອີກ 2 ເມືອງ​ທີ່​ຍັງ​ບໍ່​ທັນ​ພົ້ນ​ທຸກ ຄື: ເມືອງ​ວຽງ​ທອງ ແລະ ເມືອງ​ໄຊ​ຈຳ​ພອນ. ໂດຍ: ຈັນທະ​ວົງ ອຸ່ນ​ວິໄລ​ຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ