ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 11ເປີດ​ກອງ​ປະຊຸມ​ ບັ້ນ​ຊ້ອມ​ຮົບ​ບັນຊາ-ເສນາ 2 ຂັ້ນ​ຝ່າຍ​ດຽວ
ເວລາອອກຂ່າວ: 2022-09-27 09:01:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 318 | ຄວາມນິຍົມ:



ກອງພັນໃຫ​ຍ່ 11 ໄດ້ເປີດ​ກອງ​ປະຊຸມ​ບັ້ນ​ຊ້ອມ​ຮົບ​ບັນຊາ-ເສນາ 02 ຂັ້ນ​ຝ່າຍ​ດຽວ ປະຈຳ​ປີ 2022 (ກຳປັ້ນ​ເຫຼັກ 03) ໃນ​ວັນ​ທີ 23 ກັນຍາ2022 ຢູ່​ທີ່​ສະໂມສອນ ກອງພັນ​ໃຫຍ່ 11, ໂດຍ​ການເປັນ​ປະທານຂອງ ສະຫາຍ ພົນ​ຕີ ຄຳ​ລຽງ ອຸ​ທະ​ໄກສອນ ຮອງ​ລັດຖະມົນຕີ​ກະ ຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການກອງທັບ, ມີຄະນະ​ພັກ-ຄະນະ​ບັນຊາ, ພະ ນັກງານຫຼັກ​ແຫຼ່ງ ກອງພັນ​ໃຫຍ່ 11 ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ແພງ ແກ້ວ​ສີ​ລາ ຫົວໜ້າ​ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 11 ໄດ້​ຜ່ານ​ຂໍ້​ຕົກລົງ ແລະ ແຜນການ ໂດຍ​ອີງໃສ່​ຄຳ​ສັ່ງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍການ​ອົບຮົມ-ຫັດ​ແອບ​ການເມືອງ ການ​ທະຫານ, ພະລາທິການ-ເຕັກນິກ ໃຫ້​ບັນດາ​ກົມ​ກອງກຳ ລັງ​ຫຼວງ-ກຳລັງ​ທອງ​ຖິ່ນ​ໃນທົ່ວ​ ປະເທດ​ປະຈຳ​ປີ 2022, ເພື່ອ​ຕີ​ລາຄາ​ຜົນ​ໄດ້​ຮັບ​ຂອງ​ການ​ອົບ ​ຮົບ-ຫັດ​ແອບ ວຽກ​ງານ​ກຽມ ພ້ອມ​ສູ້​ຮົບ​ຮອບດ້ານ ແລະ ຄວາມ​ສາ​​ມາດ​ສູ້​ຮົບ​ຕົວ​ຈິງ​ຂອງ​ກຳລັງ​ພົນ ແລະ ພາຫະນະອາວຸດ​ຍຸດ​ໂທ​ປະກອນ​ໃນ​ໄລຍະ​ຜ່ານ​ມາ ແລະ ເພື່ອ​ຍົກ​ສູງ​ລະດັບ​ຄວາມ​ຮູ້ຄວາມ​ສາມາດ​ຄວາມ​ເຂົ້າໃຈ​ກ່ຽວ​ກັບ​ວຽກ​ງານ​ເສນາ​ທິ​ການ ແລະ​ເຕັກນິກ​ຮັບ​ໃຊ້​ສູ້​ຮົບ​ໃຫ້​ຜູ້ນຳ​ພາ-ບັນຊາ ແລະ ພາກສ່ວນ​ຮັບ ປະກັນ​ທີ່​ຂຶ້ນ​ກັບ​ກອງພັນ​ນ້ອຍ, ກອງຮ້ອຍ ແລະ ໜວດ ສົມທົບ​ກັບ​ຜູ້ນຳ​ພາ-ບັນຊາ​ແຕ່​ລະ​ຂັ້ນ ແລະ ພະນັກງານ​ນັກຮົບ​ໃນ​ກົມ​ກອງ​ໄດ້​ເຝິກຝົນ​ຫຼໍ່​ຫຼອມ​ຄຸນ​ທາດ​ການເມືອງ, ເຝິກແອບ​ຮໍ່າຮຽນ​ດ້ານ​ສິນລະປະ​ຍຸດ-ຍຸດທະວິທີ ລະບຽບ​ແບບແຜນ ແລະ ເຝິກ​ກຳລັງ​ແຮງ​ກາຍ ເປັນ​ກິດຈະກຳ​ປະຈຳ​ວັນ ຕໍ່​ເນື່ອງ​ຊຳນິ​ຊຳນານ​ໃນ​ການເຄື່ອນໄຫວ​ສູ້​ຮົບ​ໃນພູມີ​ປະເທດ​ຕົວ​ຈິງ ໂດຍ​ຕິດ​ພັນ​ກັບ​ຄວາມ​ຕັດສິນ​ໃຈ​ຕີ​ລາຄາ​ສະພາບ​ການ ກົນອຸບາຍ​ເລ​ລ່ຽມ​ສູ້​ຮົບ​ຂອງ​ກຸ່ມ​ຄົນ​ບໍ່ດີ​ຢູ່​ພາຍ​ໃນ ເພື່ອ​ກຽມພ້ອມ​ຕອບ​ຕ້ານ​ໄດ້​ທຸກ​ເວລາ​ໃຫ້​ມີ​ປະສິດທິພາບ​ສູງ ເຊິ່ງ ສະຫາຍ ພັນ​ເອກ ກົງ​ທອງ ສຸຂະວົງ ຫົວໜ້າ​ການ​ທະຫານ​ກອງພັນ​ໃຫຍ່ 11 ໄດ້​ຂຶ້ນ​ຊີ້​ແຈ້ງ​ບາງ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຊ້ອມ​ຮົບ​ໃນ​ແຕ່​ລະ​ບາດກ້າວ​ເພື່ອ​ເຮັດ​ໃຫ້​ບັ້ນ​ຊ້ອມ​ຮົບ​ຄັ້ງ​ນີ້​ບັນລຸ​ໄດ້​ຕາມ​ເປົ້າ​ໝາຍ. ໂອກາດ​ດັ່ງກ່າວ, ສະຫາຍ ພົນ​ຕີ ຄຳ​ລຽງ ອຸ​ທະ​ໄກສອນ ໄດ້​ໂອ້​ລົມ ແລະ ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ທຸກ​ພາກສ່ວນ​ໃນ​ ການ​ປະຕິບັດ​ໜ້າທີ່​ການເມືອງ ​ໃນ​ໄລຍະ​ຜ່ານ​ມາ ກໍ​ຄືການຈັດ ຕັ້ງ​ກະກຽມ​ຊ້ອມ​ຮົບ​ຄັ້ງ​ນີ້​ມີ​ເນື້ອ​ຢ່າງ​ຄົບ​ຖ້ວນ ແລະ ຖືກຕ້ອງ​ຕາມ​ຫຼັກການ, ພ້ອມ​ນີ້​ ກໍຮຽກຮ້ອງ​ໃຫ້ຄະນະ​ພັກ-ຄະນະ​ບັນຊາ ເປັນ​ເຈົ້າ​ການ​ໃນການນຳພາ-ຊີ້​ນຳ, ຮັບຜິດຊອບ​ແຜນການ ເຄື່ອນໄຫວ​ຕາມ​ຂັ້ນ​ຕອນ​ຫຼັກການເອົາໃຈໃສ່​ດ້ານ​ເນື້ອ​ໃນ, ວັດຖຸ​ຫັດ​ແອບກຳລັງພາຫະນະ ຕ່າງໆແລະ ວຽກ​ງານ​ຮັບປະກັນ​ດ້ານ​ພະ​ລາ-ເຕັກນິກ​ໃຫ້​ຄົບ​ຖ້ວນ ເພື່ອ​ບັນລຸ​ຕາມ​ແຜນການ​ທີ່​ວາງ​ໄວ້.​



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ