ກອງປະຊຸມຕ້ານການຄ້າມະນຸດ ຂອງຄະນະກຳມະການຕ້ານການຄ້າມະນຸດກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2022-09-27 08:59:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 292 | ຄວາມນິຍົມ:
ວັນທີ 26 ກັນຍາ 2022 ນີ້, ກົມທະຫານຊາຍແດນກົມໃຫຍ່ເສ ນາທິການກອງທັບ ໄດ້ຈັດກອງປະ ຊຸມວຽກງານຕ້ານການຄ້າມະ ນຸດຂອງຄະນະກຳມະການ ຕ້ານການຄ້າມະນຸດກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ຄະນະກຳມະການຕ້ານການຄ້າມະນຸດກະຊວງປ້ອງກັນປະເທດເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິ ການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການຕ້ານການຄ້າມະນຸດກະຊວງປ້ອງກັນປະເທດ ( ສະ ບັບປັບປຸງ ) ຕົກລົງແຕ່ງຕັ້ງ ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເປັນປະທານ, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ເປັນຮອງ, ສະຫາຍພົນຈັດຕະວາ ບຸນທອນ ສິດສຸວົງ ເປັນຄະນະ, ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ເປັນຄະນະ ທັງເປັນຜູ້ປະຈຳການ ແລະ ສະຫາຍ ພັນເອກ ຄຳຜິວ ມະນີວົງ ເປັນຄະນະ. ຈາກນັ້ນ ກໍໄດ້ຜ່ານບົດສະຫຼຸບ ວຽກງານດັ່ງກ່າວໃນ 6 ເດືອນຜ່ານມາ, ເຖິງວ່າຈະໄດ້ຮັບຜົນກະທົບໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງກໍຕາມ ແຕ່ຄະນະກຳມະການຕ້ານການຄ້າມະນຸດກະຊວງປ້ອງກັນປະເທດ ກໍໄດ້ເອົາໃຈໃສ່ຄົ້ນຄ້ວາຊອກຫາຊ່ອງທາງ ແລະ ວິທີການຈັດຕັ້ງປະຕິບັດໜ້າທີ່ວຽກງານຕ້ານການຄ້າມະນຸດຢ່າງຕໍ່ເນື່ອງ ໂດຍການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບວຽກງານຕ້ານການຄ້າມະນຸດ ຜ່ານທາງຄື້ນວິທະຍຸກະຈາຍສຽງກອງທັບ ແລະ ສື່ສັງຄົມອອນລາຍ, ຈັດກອງປະຊຸມປຶກສາຫາລືພາຍໃນກອງເລຂາ, ຄົ້ນຄວ້າປະກອບຄຳຄິດເຫັນໃສ່ບາງມາດຕາຂອງກົດໝາຍວ່າດ້ວຍການຄ້າມະນຸດ, ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງດ້ານວຽກງານການຄ້າມະນຸດໃຫ້ແກ່ນາຍ ແລະ ພົນທະຫານ, ເຂົ້າຮ່ວມກອງປະ ຊຸມສະຫຼຸບການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ແລະ ວາງທິດທາງແຜນການຂອງຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ
ພ້ອມກັນນັ້ນ, ກຳລັງທະຫານຊາຍແດນ ຍັງໄດ້ເພີ່ມທະວີເຄື່ອນໄຫວປ້ອງກັນຊາຍແດນ, ສະກັດກັ້ນ ແລະ ປ້ອງກັນການລັກລອບຂ້າມແດນແບບຜິດກົດໝາຍຕາມຂອບເຂດຮັບຜິດຊອບ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕາມບໍລິເວນຊາຍແດນ, ກຸ່ມບ້ານ ຊາຍແດນ, ດ່ານທ້ອງຖິ່ນ, ດ່ານ ປະເພນີ ແລະ ດ້ານສາກົນສຳເລັດ ຕາມການມອບໝາຍຂອງຂັ້ນເທິງ, ກຳລັງທະຫານຊາຍແດນໄດ້ຖືເອົາການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບວຽກງານຕ້ານການຄ້າມະນຸດໃຫ້ແກ່ພໍ່ແມ່ປະຊາຊົນ ຄຽງຄູ່ກັບວຽກງານວິຊາສະເພາະຂອງຕົນນັ້ນກໍຄືການຂົນຂວາຍກໍ່ສ້າງຮາກຖານ-ປ້ອງກັນຊາຍແດນຢ່າງຕໍ່ເນື່ອງ, ເຮັດແຈ້ງການເຖິງກອງບັນຊາການທະຫານແຂວງ, ນະຄອນຫຼວງ ທົ່ວປະເທດ, ເຮັດຂໍ້ຕົກລົງແຕ່ງຕັ້ງຄະນະອະນຸກຳ ມະການຕ້ານການຄ້າມະນຸດຂັ້ນ ແຂວງ (ກອງບັນຊາການແຂວງ, ນະຄອນຫຼວງ), ເຮັດຄຳສັ່ງ ແນະນຳ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ໃຫ້ກັບຄະ ນະອະນຸກຳມະການຕ້ານການຄ້າມະນຸດ ກອງບັນຊາການທະຫານແຂວງ 17 ແຂວງທົ່ວປະເທດ, ຈາກນັ້ນບັນດາຄະນະກຳມະການຕ້ານການຄ້າມະນຸດກະຊວງປ້ອງກັນປະເທດ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນກ່ຽວກັບວຽກງານຕ້ານການຄ້າມະນຸດ.
ໂດຍ: ອານຸສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ