ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ແຂວງ​ຫຼວງ​ພະ​ບາງ​ ປະກາດ​ການສ້າງຕັ້ງ​ກອງຮ້ອຍ​ຊາຍ​ແດນ
ເວລາອອກຂ່າວ: 2022-09-27 08:56:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ:



ພິທີ​ປະກາດ​ການສ້າງຕັ້ງ​ ກອງຮ້ອຍ​ຊາຍ​ແດນ 163 ຂອງ ກອງ​ບັນຊາ​ການ​ທະຫານ​ແຂວງ ຫຼວງ​ພະ​ບາງ ໄດ້​ຈັດຂຶ້ນ​​ໃນ​ວັນທີ 23 ກັນຍາ 2022 ນີ້, ໂດຍ​​ການ​ເປັນ​ປະທານຂອງ ສະຫາຍ ພົນ ​ຈັດຕະວາ ສີ​ພັນ ພຸດ​ທະ​ວົງ ຫົວ ໜ້າ​ກົມ​ທະຫານ​ຊາຍ​ແດນກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ, ພະແນກການ, ກົມ​ກອງ​ອ້ອມ​ຂ້າງ​ແຂວງ, ​ປກສ ແຂວງ, ອົງການ 6 ຫ້ອງ, ກອງ​ບັນຊາ​ການ​ທະຫານ​ເມືອງ​ໂພນ​ທອງ, ກອງຮ້ອຍທະຫານຊາຍແດນ 161, 162 ພ້ອມ​ດ້ວຍບັນດາ​ ພະແນກການ​ກ່ຽວ​ຂອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ສອນ ໂພທິ​ວັນ ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ທະຫານ​ແຂວງ​ຫລວງ​ພະ​ບາງ, ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ ກອງທັບ ໂດຍ​ອີງ​ຕາມ​ກົດ​ລະບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ພັກ​ຊຸດ​ໃໝ່ ແລະ ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ສ້າງຕັ້ງ​ກອງຮ້ອຍ​ທະຫານ​ຊາຍ​ແດນ 163 ແລະ ຂໍ້​ຕົກລົງ​ຂອງ​ຄະນະ​ພັກ​ກອງ​ບັນ ຊາ​ການ​ທະຫານ​ແຂວງຫຼວງ​ພະ​ບາງ ວ່າ​ດ້ວຍ​ການ​ສ້າງຕັ້ງ​ໜ່ວຍ​ພັກ​ກອງຮ້ອຍ​ທະຫານ​ຊາຍ​ແດນ 163 ຂຶ້ນ​ກັບ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ ແລະ ອີງ​ຕາມ​ການ​ຄົ້ນ​ຄວ້​​າ​ຕົກລົງ​ເຫັນ​ດີ​ເປັນ​ເອກະ​ພາບ​ຂອງ​ຄະ ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ ວ່າ​ດ້ວຍການ​ຕົກລົງ​ບົ່ງ​ຕົງ​ແຕ່ງຕັ້ງ ສະຫາຍ ຮ້ອຍ​ໂທ ບຸນ​ເພີງ ສຸກ​ສະ​ຫວັດ ເປັນ​ເລຂາ​ໜ່ວຍ​ພັກ ທັງ​ເປັນ​ຫົວໜ້າ​ການເມືອງ, ສະຫາຍ ຮ້ອຍ​ເອກ ສຸ​ລິ​ໄຊ ວັນນະ​ສີ ເປັນ​ຮອງ​ເລຂາ, ທັງ​ເປັນ​ຫົວໜ້າ​ການ​ທະຫານ, ສະຫາຍ ຮ້ອຍ​ໂທ ຍືນ​ເພັດ ປັນຍາ​ສິດ ເປັນ​ກຳມະການ ແລະ ເປັນ​ຮອງ​ຫົວໜ້າ​ການເມືອງ, ສະຫາຍ ຮ້ອຍ​ໂທ ສົມ​ຮັກ ໄຊ​ສົມ​ຫວັງ ເປັນ​ຮອງ​ຫົວໜ້າ​ການ​ທະຫານ, ສະຫາຍ ຮ້ອຍ​ເອກ ບົວ​ໄລ ຜົວ​ມະນີ​ວົງ​ເຫຼັກ ຮັບຜິດຊອບ​ວຽກ​ງານ​ພະ​ລາ​ເຕັກນິກ, ສະຫາຍ ຮ້ອຍ​ຕີ ສົມ​ສີ ອຸທິຍານ ເປັນ​ຫົວ ໜ້າ​ໝວດ 1 ແລະ ສະຫາຍ ຮ້ອຍ​ ໂທ ຍົມ ແກ້ວ​ອຸທິຍານ ເປັນ​ຫົວ ໜ້າ​ໝວດ 2. ໂອກາດ​ດັ່ງກ່າວ ປະທານ ກອງ​ປະຊຸມ ໄດ້​ໂອ້​ລົມ ແລະ ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ ທີ່​ໄດ້​ຮັບ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ໜ້າທີ່​ໃໝ່​ໃນ​ຄັ້ງ​ນີ້, ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ, ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ, ກຳ​ແໜ້ນ​ແນວທາງ​ນະ ໂຍບາຍຂອງ​ພັກ-ລັດ, ມີຄວາມ​ ອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ການ ເມືອງ​ ກໍຄື​ວຽກ​ງານ​ວິຊາສະ ເພາະ, ມີຄວາມ​ສາມັກຄີ​ພາຍ​ໃນ​ເປັນ​ປຶກແຜ່ນ​ແໜ້ນໜາ, ເຮັດ ​ວຽກ​ມີຫຼັກການ​ລວມ​ສູນ​ປະຊາ ທິປະໄຕ, ມີຄວາມ​ເປັນເອກະ​ພາບ ​ພາຍ​ໃນ​ໝູ່​ຄະນະ, ແບ່ງ​ວຽກ​ໃຫ້​ບຸກຄົນ​ຢ່າງ​ຮັດກຸມ, ມີ​ຈຸດ​ສຸມ ແລະ ຊັດ​ເຈນ, ມີ​ການ​ພົວພັນປະ ສານ​ສົມທົບ​ກັບ​ຄະນະ​ພັກອຳ ນາດ​ການ​ປົກຄອງ​ບ້ານ​ອ້ອມ​ຂ້າງ​ຢ່າງ​ກົມກຽວ ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໃນ​ພິທີ​ຍັງ​ໄດ້​ມອບ​ລົດ​ກາ​ຕຽນ​ຈຳນວນ 1 ຄັນ ແລະ ຄອມ​ພີວ​ເຕີ​ຈຳນວນ​ໜຶ່ງ​ຊຸດ​ໃຫ້​ກອງຮ້ອຍ​ຊາຍ​ແດນ 163 ຕື່ມ​ອີກ. ຂ່າວ: ບຸນ​ເພັງ ວົງ​ແກ້ວ​ມະນີ; ພາບ: ສົມ​ພອນ ສຸວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ