ແຂ່ງຂັນບານເຕະມິດຕະພາບ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ
ເວລາອອກຂ່າວ: 2022-09-26 09:43:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:
ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ວິທະຍາໄລມິດຕະພາບ ວຽງຈັນ-ຮ່າໂນ້ຍ, ໂຮງຮຽນ ມສ ລາວ-ຫວຽດນາມ,
ມ ປາຍ ໂຮ່ຈີມິງ, ມສ ວຽງຈັນ ແລະ ມສ ຫວງຽນຢູ, ຈັດການ
ແຂ່ງຂັນບານເຕະມິດຕະພາບ ຂຶ້ນວັນທີ 22 ກັນຍາ 2022 ຢູ່ເດີ່ນກິລາບານເຕະຮ່ອງຄ້າ ໂດຍມີທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນວ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ມີຜູ້ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ສະມາຄົມ
ການສຶກສາພາກເອກະຊົນ, ຕະຫຼອດເຖິງຄູເຝິກ ແລະ ນັກກິລາທຸກພາກສ່ວນເຂົ້າຮ່ວມ.
ທ່ານ ສົມພອນ ສອນດາລາ ກ່າວວ່າ:ການແຂ່ງຂັນຄັ້ງນີ້ແມ່ນ
ຈັດຂຶ້ນ ເພື່ອເປັນສ້າງຂະບວນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປະຈຳປີ 2022 ແລະ ເພື່ອສະຫຼອງວັນປະຫວັດສາດການຮ່ວມມືແບບພິເສດ ລາວ-ຫວຽດນາມ ຄືວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ໃຫ້ມີເນື້ອໃນ ແລະ ບັນຍາກາດຟົດຟື້ນມ່ວນຊື່ນໃນຂະແໜງການສຶກສາ ແລະ ກິລາ.
ໃນນາມຄະນະຈັດການແຂ່ງຂັນບານເຕະມິດຕະພາບຄັ້ງນີ້ ໂດຍປະຕິບັດການເຄື່ອນໄຫວ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ທີ່ຮັກແພງກັນຢ່າງກົມກຽວ ຄຽງບ່າຄຽງໄຫຼ່ຕໍ່ສູ້ກູ້ຊາດ ຕະຫຼອດຮອດການຮ່ວມມືແບບອ້າຍນ້ອງ
ຄອບຄົວ ເພື່ອສົ່ງເສີມເຊິ່ງກັນ ແລະ ກັນ ໃນການສ້າງສາພັດທະນາປະເທດຊາດ ໄດ້ມີຄວາມຈະເລີນຮຸ່ງເຮື່ອງຈົນຮອດປັດຈຸບັນ ເພື່ອເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງສອງປະເທດໃຫ້ງອກງາມ ມີປະສິດທິຜົນຕົວຈິງ ແລະ ຕາມແຜນຍຸດທະສາດການພັດທະນາວຽກງານການສຶກສາ-ກິລາ ແຕ່ນີ້ຮອດປີ 2025 ໃນທົ່ວ ນວ ໃຫ້ປະກົດຜົນເປັນຈິງຕາມ 3 ລັກສະນະ 5 ຫຼັກມູນ ແລະ 4 ບຸກທະລຸ ຂອງການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ແນວໃດກໍຕາມ ຂໍຮຽກຮ້ອງມາຍັງບັນດາທ່ານຄະນະຮັບຜິດຊອບຈັດການແຂ່ງ
ຂັນ ນັກກິລາທຸກຄົນ ທີ່ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ຈົ່ງໄດ້ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຮັບຜິດຊອບຂອງຕົນ ຢຶດໝັ້ນຄວາມສາມັກຄີ ມີລະບຽບວິໄນ ບົນຫຼັກການລະບຽບກະຕິກາຂອງການແຂ່ງຂັນ ຮູ້ເສຍ-ຮູ້ຊະນະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ.
ສຳລັບການແຂ່ງຂັນບານເຕະມິດຕະພາບ ຄັ້ງນີ້ ປະກອບມີ 4 ຄະນະ ຄື:ທີມຄະນະນຳຈາກກົມພົວພັນຕ່າງປະເທດສູນກາງພັກ, ທີມຄະນະນຳຈາກສະຖານທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ທີມຄະນະນຳຈາກກະຊວງສຶກສາທິການ ແລະ ກິລາ ແລະ ທີມຄະນະນຳຈາກອົງການປົກຄອງນະຄອນຫຼວງວຽງຈັນ ເຊິ່ງບັນຍາກາດການແຂ່ງຂັນ ເຕັມໄປດ້ວຍຄວາມສາມັກຄີມິດຕະພາບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ