ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນັກ​ກິລາ​ສິງກະໂປ ທຳລາຍ​ສະຖິຕິ​ໂລກ​ ຈາກ​ການ​ຍົກ​ນ້ຳໜັກ201 ກິ​ໂລກຣາມ
ເວລາອອກຂ່າວ: 2022-09-26 09:42:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ນາງ ຟາ​ຮານ​ນາ ຟາ​ລິດ (Farhanna Farid) ນັກ​ຍົກ​ນ້ຳໜັກ​ຈາກ​ສິງກະໂປ ໄດ້​ສ້າງ​ສະຖິຕິ​ໂລກ​ໃໝ່​ໃນ​ຕົ້ນ​ປີ​ນີ້ ໃນ​ລຸ້ນ​ນ້ຳໜັກ​ຕ່ຳ​ກວ່າ 52 ກິ​ໂລ ເມື່ອ​ທ້າຍ​ອາທິດ ຜ່ານ​ມາ​ນີ້. ນັກ​ຍົກ​ນ້ຳໜັກ ຮຸ່ນ​ອາຍຸ 29 ປີ ຍົກ​ນ້ຳໜັກ 201 ກິ​ໂລກ​ຣາມ ໃນ​ການ​ແຂ່ງຂັນ​ຊີງ​ແຊັມ​ອາຊີ​ຕາເວັນ​ອອກສຽງ​ໃຕ້ ປີ 2022 ທີ່​ເມືອງ Johor Bahru ປະເທດ​ມາ​ເລ​ເຊຍ, ທຳລາຍ​ສະຖິຕິ​ໂລກ​ຄັ້ງ​ກ່ອນ 200,5 ກິ​ໂລກ​ຣາມ. ເຊິ່ງ​ສະຖິຕິ​ທີ່​ລາວ​ໄດ້​ເຮັດ​ໄວ້​ຢູ່​ທີ່ World Open Classic Powerlifting Championships 2022 ເຊິ່ງ​ຈັດ​ຂຶ້ນ​ຢູ່ ອາ​ຟຣິ​ກາ ເມື່ອ​ວັນ​ທີ 6 ມິຖຸນາ 2022. ຟາ​ຮານ​ນາ ໄດ້​ບັນລຸ​ເປົ້າ​ໝາຍ​ໃນ​ການ​ຍົກ​ນ້ຳໜັກ ຄັ້ງ​ທີ 2 ຂອງ​ລາວ​ນີ້ ໂດຍ​ຄັ້ງ​ທຳ​ອິດ​ທີ່​ລາວ​ເຮັດ​ໄດ້​ແມ່ນ​ຢູ່​ທີ່ 192,5 ກິ​ໂລກ​ຣາມ. ຈາກ​ນັ້ນ ໄດ້​ສ້າງ​ສະຖິຕິ​ໂລກ​ໃນ​ການ​ພະຍາຍາມ​ຄັ້ງ​ທີ​ສອງ ແລະ ຍົກ​ນ້ຳໜັກ​ໄດ້ 201 ກິ​ໂລກ​ຣາມ ໄດ້​ຢ່າງ​ສຳເລັດ​ຜົນ. ນອກ​ນີ້, ຟາ​ຮານ​ນາ ກໍ​ຍັງ​ໄດ້​ພະຍາຍາມ​ທຳລາຍ​ສະຖິຕິ​ຂອງ​ລາວ​ອີກ​ເທື່ອ​ໜຶ່ງ​ໂດຍ​ການ​ຍົກ 203 ກິ​ໂລກ​ຣາມ ໃນ​ການ​ພະຍາຍາມ​ຄັ້ງ​ທີ​ສາມ​ຂອງ​ລາວ ແຕ່​ວ່າ​ບໍ່​ສຳເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ