ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ດ່ານ​ພາສີ​ສາກົນ​ວັງ​ເຕົ່າ ແລະ ຫ້ອງການ​ພາສີ​ ປະຈຳ​ທ່າ​ບົກ​ວັງ​ເຕົ່າ ເກັບ​ລາຍ​ຮັບ​ໄດ້ 503 ຕື້​ກວ່າ​ກີບ
ເວລາອອກຂ່າວ: 2022-09-26 09:35:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1225 | ຄວາມນິຍົມ:



ທ່ານ ແກ້ວ​ອຸດອນ ພາ​ລີ​ຈັນ ຫົວໜ້າ​ດ່ານ​ພາສີ​ສາກົນ​ວັງ​ເຕົ່າ ໃຫ້​ສຳພາດ​ວ່າ: ແຜນການ​ຈັດ​ ເກັບລາຍ​ຮັບ​ເຂົ້າ​ງົບປະມານ​ຂອງ​ດ່ານ​ພາສີ​ສາກົນ​ວັງ​ເຕົ່າ ແລະ ຫ້ອງການ​ພາສີ​ປະຈຳ​ທ່າ​ບົກ-ວັງ​ເຕົ່າ ໃນ​ປີ 2022 ຈະ​ໃຫ້​ໄດ້​ທັງ​ໝົດ 796 ຕື້​ກີບ ຄື​ຈະ​ໃຫ້​ໄດ້​ຈາກ​ດ່ານ​ພາສີ​ສາກົນ ​ວັງ​ເຕົ່າ 581 ຕື້​ກີບ ແລະ​ ຫ້ອງ ການ​ພາສີ​ປະຈຳ​ທ່າ​ບົກວັງ​ເຕົ່າ 215 ຕື້​ກີບ, ແຕ່​ມາ​ໃນ​ໄລຍະ 8 ເດືອນ ປີ 2022 ສາມາດ​ເກັບ​ລາຍ​ຮັບ​ໄດ້ 503 ຕື້​ກວ່າ​ກີບ ​ເທົ່າ​ກັບ 63,27% ຂອງ​ແຜນ ການ​ປີ, ຖ້າ​ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່ອນ​ເພີ່ມ​ຂຶ້ນ 44 ຕື້​ກວ່າ​ກີບ ເທົ່າ​ກັບ 9,65%. ສຳລັບ​ລາຍ​ຮັບ​ທີ່​ພົ້ນ​ເດັ່ນ​ຫຼາຍ ​ກວ່າ​ໝູ່​ແມ່ນ​ໄດ້​ຈາກ​ນ້ຳມັນ​ເຊື້ອ​ໄຟ ກວມ​ເອົາ 37,85%, ຄ່າທຳ ນຽມ​ຄັງ​​ເເຮ​ນ້ຳມັນ​ເຊື້ອ​ໄຟ ກວມ ​ເອົາ 20,57% ຖັດ​ລົງ​ມາ​ແມ່ນ​ເຄື່ອງ​ອຸປະໂພກ-ບໍລິໂພກ ກວມ​ເອົາ 6,81%, ສິນຄ້າ​ນຳ​ເຂົ້າ ເພື່ອສົ່ງ​ອອກກວມ​ເອົາ 3,36%, ພາຫະນະກວມ​ເອົາ 0,62%, ຄ່າ​ທຳນຽມ​ຄົນ ແລະ ພາຫະນະ​ເຂົ້າ- ອອກ​ດ່ານ ກວມ​ເອົາ 0,74%, ນອກຈາກ​ການ​ຈັດ​ເກັບ​ລາຍ​ຮັບ​ຕາມ​ປົກກະຕິ​ແລ້ວ ດ່ານ​ພາສີ​ສາ ກົນ​ວັງ​ເຕົ່າ ຍັງ​ມີ​ລາຍ​ຮັບ​ທີ່​ຕ້ອງ​ໄດ້​ເພີ່ມ​ຕື່ມ​ ຈາກ​ບໍລິສັດ​ທີ່​ໄດ້​ຮັບ​ຄວາມ​ສະດວກ​ໃນ​ການ​ເລື່ອນ​ຊຳລະ​ອາກອນ​ຊົມໃຊ້, ອາກອນ​ມູນ​ຄ່າ​ເພີ່ມຈາກ​ການ​ນຳ​ເຂົ້າ​ສິນ ຄ້າ, ເຄື່ອງ​ຂອງ ແລະ ນໍ້າມັນ​ເຊື້ອ​ໄຟ​ໃນ 6 ເດືອນ​ຕົ້ນ​ປີ 2022 ຈຳນວນ 131 ຕື້​ກວ່າ​ກີບ. ທ່ານ ແກ້ວ​ອຸດອນ ພາ​ລີ​ຈັນ ກ່າວ​ຕື່ມ​ວ່າ: ສາເຫດ​ທີ່​ພາ​ໃຫ້ການ​ຈັດ​ເກັບ​ລາຍ​ຮັບໄດ້​ ເກີນ​ແຜນ ຍ້ອນ​ມີກົດໝາຍ​ພາສີ, ກົດໝາຍ​ຂອງ​ຂະ ແໜງການ​ອື່ນ​ທີ່​ກ່ຽວຂ້ອງ ແລະ ບັນດາ​ນິຕິ​ກຳ​ລຸ່ມ​ກົດໝາຍ ເປັນ​ບ່ອນ​ອີງ​ໃນ​ການຈັດຕັ້ງ​ປະຕິ ບັດ​ວຽກ​ງານ​ວິຊາ​ສະເພາະ, ມີ​ເຄື່ອງມື​ທີ່​ທັນ​ສະໄໝ​ນຳ​ໃຊ້​ເຂົ້າ​ໃນ​ການ​ບໍລິການ​ແຈ້ງ​ພາສີ​ເປັນ​ລາຍ​ລະອຽດ​ດ້ວຍ​ລະບົບ​ເອ​ເລັກ​ໂຕຣ​ນິກ (Asycuda), ການ​ກວດກາ​ສິນຄ້າ, ເຄື່ອງ​ຂອງ ເຂົ້າ-ອອກ ຜ່ານ​ດ່ານ​ດ້ວຍ​ລະ ບົບ​ສາຍ​ແສງ (Scanner), ນຳໃຊ້​ລະບົບ​ຄຸ້ມ​ຄອງ​ພາຫະນະ​ທ່ອງ​ທ່ຽວ​ຢ້ຽມຢາມ, ພາຫະນະ​ຂົນສົ່ງ​ສິນຄ້າ, ຕູ້​ບັນທຸກ​ສິນຄ້າ (ຕູ້​ຄອນ​ເທນ​ເນີ້) ດ້ວຍ​ລະບົບ​ເອ​ເລັກ​ໂຕຣ​ນິກ, ສຳຄັນ​ຄື​ຜູ້​ປະ ກອບ​ການ​ຈິງ​ໃຈ​ເສຍ​ພາສີ​ຕາມ​ລະບຽບ​ການ. ສຳລັບ​ທິດ​ທາງ​ວຽກ​ຈຸດ​ສຸມ ໃນ 4 ເດືອນ​ທ້າຍ​ປີ 2022, ຫົວໜ້າ​ພາສີ​ດ່ານ​ສາກົນ​ວັງ​ເຕົ່າ ກ່າວ​ວ່າ: ຈະ​ສູ້​ຊົນ​ຈັດ​ຕັ້ງ​ປະຕິ ບັດ​ການ​ຈັດ​ເກັບ​ລາຍ​ຮັບ​ມອບ​ ເຂົ້າ​ງົບປະມານ​ໃຫ້​ໄດ້​ຕາມ​ແຜນ ການ​ທີ່​ການຈັດຕັ້ງ​ມອບ​ໝາຍຄື: 295 ຕື້​ກີບ. ໃນ​ນັ້ນ ດ່ານ​ພາສີ​ສາກົນ​ວັງ​ເຕົ່າ ຈະ​ສູ້​ຊົນ​ປະຕິບັດ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້ 175 ຕື້​ກີບ ກວມ 30,12% ຂອງ​ແຜນ​ປີ; ຫ້ອງການ​ພາສີ​ປະຈຳ​ທ່າ​ບົກ​ວັງ​ເຕົ່າ ຈະ​ສູ້​ຊົນ​ປະຕິບັດ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້ 120 ຕື້​ກີບ ກວມ 55.68%. ເພື່ອ​ເຮັດ​ໃຫ້​ແຜນການ​ຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ 4 ເດືອນ ບັນລຸ​ຕາມ​ແຜນການ​ທີ່​ວາງ​ໄວ້ ​ຖື​ເອົາ​ການ​ສຶກ​ສາ​ອົບຮົມ​ການເມືອງ- ນຳພາແນວ​ຄິດ​ໃຫ້​ແກ່​ຖັນ​ແຖວ​ພະນັກງານ​ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ; ຖື​ເອົາ​ການ​ບັງຄັບ​ໃຊ້​ກົດໝາຍ​ພາສີ, ກົດໝາຍ​ຂະແໜງການ​ອື່ນ ລວມທັງ​ນິຕິ​ກຳ​ລຸ່ມ​ກົດໝາຍ​ທີ່​ກ່ຽວຂ້ອງເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ຢ່າງ​ເຂັ້ມ​ງວດ; ຕີ​ຖອຍ​ປະກົດການ​ຫຍໍ້ທໍ້ ແລະ ຫາງ​ສຽງ​ຂອງ​ສັງຄົມ​ທີ່​ມີ​ຕໍ່​ພະນັກງານ​ເຈົ້າ​ໜ້າທີ່​ພາສີ​ທີ່​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ຕົນໃຫ້​ຫຼຸດ​ລົງ​ເທື່ອ​ລະ​ກ້າວ; ຫ້າມ​ເຈົ້າ​ໜ້າທີ່​ພາສີສວຍ​ໃຊ້ໜ້າທີ່​ຕຳແໜ່ງ, ສວຍໂອກາດ​ເຄື່ອນ​ ໄຫວ​ໂດຍ​ບໍ່​ສອດຄ່ອງ​ຕາມລະ ບຽບ​ກົດໝາຍ, ຖື​ເອົາ​ການ​ປະ ຕິບັດ​ວາລະ​ແຫ່ງ​ຊາດ​ ວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ ທາງ​ດ້ານ​ເສດຖະກິດ-ການ​ເງິນ ​ຕິດ​ພັນ​ກັບ​ວຽກ​ງານ​ຂະ ແໜງການ​ຂອງ​ຕົນ​. ຈາກ​ນີ້​ ກໍ​ຮຽກຮ້ອງ​ໃຫ້​ຜູ້​ປະກອບ​ການ​ ນຳ​ເຂົ້າ-ສົ່ງ​ອອກ​ສິນຄ້າ​ຈິງ​ໃຈ​ ປະຕິບັດ​ພັນທະ​ຕາມ​ລະບຽບ​ການ​ ທີ່​ວາງ​ໄວ້.ໂດຍ: ເກດສະໜາ ແກ້ວ​ສຸວັນນະ​ແສງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ