ລ້ຽງງົວຂາຍພາໃຫ້ຄອບຄົວພົ້ນທຸກ
ເວລາອອກຂ່າວ: 2022-09-26 09:32:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:
ການປູກ-ຝັງລ້ຽງສັດ ເພື່ອ ເປັນສິນຄ້າ ເຊິ່ງດຳເນີນຕາມກິດ ຈະກຳ ຕ້ອງມີແນວທາງນະໂຍ ບາຍຂອງພັກ-ລັດ ຊຸກດ້ານເຕັກ ນິກວິຊາການ ບວກກັບການດຸ ໝັ່ນຫ້າວຫັນ, ມີຫົວຄິດປະດິດສ້າງ ຈຶ່ງສາມາດນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ດັ່ງຄອບຄົວຂອງ ທ່ານ ຊຽງທອງວັນ ອາຍຸ 42 ປີ ອາຊີບ ປະຊາຊົນ ປັດຈຸບັນຢູ່ບ້ານເພຍ ເມືອງໃໝ່ ແຂວງຜົ້ງສາລີ, ມີສະມາຊິກຄອບຄົວ ທັງໝົດ 7 ຄົນ, ຍິງ 5 ຄົນ, ມີແຮງງານຕົ້ນ ຕໍ 2 ຄົນ ເປັນຄອບຄົວທີ່ຍຶດຖືເອົາການປູກຝັງ-ລ້ຽງສັດເປັນ ອາຊີບຕົ້ນຕໍ, ກ່ອນໜ້ານີ້ຫຼາຍປີໄດ້ຖືເອົາການເຮັດໄຮ່, ເຮັດ ສວນ, ເຮັດນາປູກເຂົ້າພໍແຕ່ກຸ້ມຢູ່ກຸ້ມກິນ.
ຄອບຄົວຂອງ ທ່ານ ຊຽງທອງວັນ ມີຄວາມດຸໜັ່ນຂະຫຍັນພຽນ ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ, ນັບຖືກົດໝາຍບ້ານເມືອງ, ນັບຖືຮີດ ຄອງປະເພນີອັນດີງາມ, ພາຍໃນຄອບຄົວມີຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ, ມີຄວາມສາ ມັກຄີຮັກແພງ ກັນເປັນຄອບຄົວທີມີຄວາມອົບອຸ່ນ ມີການປຶກສາກັນກ່ອນປະຕິບັດວຽກງານຕ່າງໆ ພາຍຫຼັງທີ່ພັກ-ລັດມີແນວທາງນະໂຍບາຍປ່ຽນແປງໃໝ່ ກ່ຽວກັບການຊຸກຍູ້ສົ່ງເສີມການຫັນການຜະລິດແບບປະຖົມປະຖານ ໄປສູ່ການຜະລິດໃຫ້ກາຍເປັນສີນຄ້າ ໃນຫຼາຍໆຮູບແບບ ເພື່ອໃຫ້ເໝາະສົມກັບກຳລັງການຜະລິດ ດັ່ງນັ້ນ: ຄອບຄົວຂອງເພິ່ນຈຶ່ງຫັນມາລ້ຽງງົວເປັນອາຊີບ ເຊິ່ງແຮງຈຸງໃຈກໍຍ້ອນພັກ-ລັດ ຂັ້ນເທິງໄດ້ມາຊຸກຍູ້ຊີ້ທິດເຍືອງທາງ ສົ່ງເສີມການຈັດຕັ້ງປະຕິບັດກິດ ຈະກຳ. ໃນເບື້ອງຕົ້ນເພິ່ນໄດ້ຊື້ງົວມາລ້ຽງ ຈຳນວນ 12 ໂຕ ໃຊ້ທຶນມູນຄ່າ 28.000.000 ກີບ, ສ່ວນເງິນທີ່ນຳມາລົງທຶນໄດ້ຕັດສິນໃຈຂຶ້ນແຜນກູ້ຢືມທະ ນາຄານສົມທົບກັບເງິນເກັບຂອງຄອບຄົວຈຳນວນໜຶ່ງ ແລະ ໄດ້ຮັບການຊ່ວຍເຫຼືອຈາກໂຄງ ການກະສິກຳເພື່ອໂພຊະນາການ ເປັນຕົ້ນແມ່ນ: ການຈັດສັນສະ ຖານທີ່ລ້ຽງ ເພື່ອໃຫ້ການລ້ຽງມີຂອບເຂດ, ເຫຼັກໜາມໝາກຈັບ ໃຊ້ລ້ອມສະຖານທີ່ລ້ຽງ ເພື່ອບໍ່ໃຫ້ສັດຢູ່ຊະຊາຍ, ສັງກະສີ ຕັ້ງເຮືອນຮົ່ມໃຫ້ງົວ, ແກ່ນຫຍ້າພັນປູກໃຫ້ງົວມີຫຍ້າກິນຕະຫຼອດປີ. ທ່ານ ຊຽງທອງວັນ ແລະ ຄອບຄົວໄດ້ເລີ່ມລ້ຽງງົວມາແຕ່ ປີ 2019, ພື້ນທີ່ໃນການລ້ຽງງົວທີ່ລ້ອມສຳເລັດມີປະມານ 3,5 ເຮັກຕາ ໄລຍະເວລາລ້ຽງ 3 ປີ, ເຊິ່ງວິທີໃນ ການລ້ຽງແມ່ນລ້ອມຮົ້ວໃຫ້ມີພື້ນທີ່ກວ້າງ ເໝາະສົມຕໍ່ການລ້ຽງ, ມີບ່ອນງົວກິນນໍ້າທີ່ສະອາດ, ຕັ້ງເຮືອນຮົ່ມໃຫ້ເປັນບ່ອນຢູ່, ຂະຫຍາຍພື້ນທີ່ການປູກຫຍ້າເລື້ອຍໆ, ສັກຢາປ້ອງກັນພະ ຍາດຕາມລະດູ ແລະ ດຸໝັ່ນບົວລະບັດເບິ່ງແຍງເອົາໃຈໃສ່ເປັນຢ່າງດີ. ປັດຈຸບັນນີ້ ຄອບຄົວຂອງ ທ່ານ ຊຽງທອງວັນ ມີງົວທັງໝົດ 20 ກວ່າໂຕ ແລະ ໄດ້ຂາຍເປັນສິນຄ້າ ຈຳນວນໜຶ່ງ ເຊິ່ງລາຍຮັບຈາກການຂາຍງົວໄດ້ 18.000.000 ກີບ. ນອກຈາກນັ້ນ ຄອບຄົວຂອງເພິ່ນຍັງມີນາ, ສວນໝາກແໜ່ງ, ສວນຢາງພາລາ ແລະ ເຮັດສວນປູກຜັກຫອມ ລວມພື້ນທີ່ທຳການຜະລິດ 5 ເຮັກຕາກວ່າ ສະເລ່ຍລາຍຮັບຈາກການຂາຍປະມານ 47.400.000 ກີບຕໍ່ປີ. ເຮັດໃຫ້ຄອບຄົວມີພື້ນຖານເສດ ຖະກິດນັບມື້ນັບດີຂຶ້ນກວ່າເກົ່າ ເຊິ່ງປັດ ຈຸບັນຄອບຄົວຂອງເພິ່ນມີເຮືອນແບບຖາວອນ 1 ຫຼັງ, ມີລົດໄຖນາ 1 ຄັນ, ລົດຈັກ 3 ຄັນ, ມີເງິນເກັບຈຳນວນໜຶ່ງ ເກັບແຮໄວ້ໃຊ້ໃນຍາມຈຳເປັນ ແລະ ທຶນສົ່ງລູກເຂົ້າໂຮງຮຽນ 2 ຄົນ.
ຍ້ອນມີຄວາມດຸໝັ່ນຂະຫຍັນພຽນຫ້າວຫັນ ແລະ ຄວາມສາ ມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນພາຍໃນຄອບຄົວ ໂດຍອີງໃສ່ການສ້າງຄອບຄົວ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ຈຶ່ງເຮັດໃຫ້ຄອບຄົວຫຼຸດພົ້ນຈາກຄອບຄົວທຸກຍາກ ແລະ ກາຍເປັນຄອບຄົວຕົວແບບໃນການລ້ຽງງົວຂອງບ້ານເພຍ ເມືອງໃໝ່ ແຂວງຜົ້ງສາລີ.
ໂດຍ: ທ ວັນວິໄລ ປະສົມຊັບ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ