ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ ຮອງຫົວໜ້າກົມອາວະກາດ ແຫ່ງ ສປ ຈີນ
ເວລາອອກຂ່າວ: 2022-09-26 08:46:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 374 | ຄວາມນິຍົມ:
ວັນທີ 23 ກັນຍາ 2022, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ອູ່ ຢ້ຽນ ຫົວ ຮອງ ຫົວໜ້າກົມອຸດສາຫະກຳເຕັກໂນໂລຢີປ້ອງກັນຊາດ ຮອງຫົວໜ້າກົມອາວະກາດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ເນື່ອງໃນໂອ ກາດ ທີ່ເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ ສະຫາຍ ອູ່ ຢ້ຽນ ຫົວ ພ້ອມດ້ວຍຄະນະ ທີ່ໄດ້ເດີນ ທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ພ້ອມທັງ, ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສປປ ລາວ-ສປ ຈີນ, ການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືດ້ານຕ່າງໆ ໃຫ້ມີຄວາມຮັດແໜ້ນຂຶ້ນ ໂດຍສະເພາະ ຂົງເຂດວຽກງານປ້ອງກັນຊາດ ໃນການກໍ່ສ້າງນາຍທະຫານ ກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ ເຂັ້ມແຂງ ແລະ ມີແບບແຜນທີ່ທັນສະໄໝ.
ສະຫາຍ ອູ່ ຢ້ຽນ ຫົວ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໄດ້ໃຫ້ການຕ້ອນ ຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍມີດໄມຕີຈິດມິດຕະພາບ ພ້ອມທັງ, ໄດ້ທົບທວນຄືນເຖິງສາຍພົວພັນມິດຕະພາບ, ການຮ່ວມມືທີ່ດີລະຫວ່າງ ສອງປະເທດ ຈີນ-ລາວ, ລາວ-ຈີນ ໃນໄລຍະຜ່ານມາ, ເຊິ່ງໄດ້ນຳເອົາຜົນປະ ໂຫຍດຕົວຈິງມາໃຫ້ປະຊາຊົນສອງປະເທດ ເປັນຕົ້ນແມ່ນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆ ໃນແຕ່ລະໄລຍະທັງໝົດລ້ວນແຕ່ແມ່ນການປະກອບ ສ່ວນເຮັດໃຫ້ການພົວພັນ, ການຮ່ວມມືຂອງສອງປະເທດ ໃຫ້ມີຄວາມແໜ້ນແຟ້ນຂະຫຍາຍຕົວຂຶ້ນຫຼາຍກວ່າເກົ່າ ແລະ ໄດ້ສະເໜີແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້ທີ່ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະ ຫຍາຍສາຍພົວພັນການຮ່ວມມືຂອງປະຊາຊົນສອງຊາດ ເວົ້າລວມ ເວົ້າສະເພາະການຮ່ວມມືຂອງສອງກອງທັບ ລາວ-ຈີນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິງໆຂຶ້ນ.
ໂດຍ : ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ