ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສາງ ອ 5 ເຜີຍແຜ່​ຄຳ​ສັ່ງ​ແນະນຳ​ ການຈັດຕັ້ງ​ປະຕິບັດ​ດຳເນີນ​ການ​ແຈ້ງ​ຊັບ​ສິນ ແລະ ລາຍ​ຮັບ
ເວລາອອກຂ່າວ: 2022-09-23 10:18:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ວັນ​ທີ 12 ກັນຍາ 2022, ສາງ ອ 5 ໄດ້​​ເຜີຍແຜ່​ຄຳ​ສັ່ງ​ແນະນຳ​ການຈັດຕັ້ງ​ປະຕິບັດ​ດຳ ເນີນ​ການ​ແຈ້ງ​ຊັບ​ສິນ ແລະ ລາຍ​ຮັບ​ໃນ​ກໍລະນີ​ຕ່າງໆ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ລຽນ​ວິໄລ ພັນ​ທອງຄຳ ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ ສະຫາຍ ພັນ​ໂທ ຄຳ​ສາຍ ອູມ​ມາລີ ຫົວໜ້າ​ພະ​ແນກ​ກວດກາ ຫ້ອງ​ການເມືອງ ກົມ​ໃຫຍ່​ເຕັກນິກ​ກອງທັບ, ຄະນະ​ພັກ-ຄະນະ​ບັນຊາ ສາງ ອ 5, ພະແນກການ ຕະຫຼອດ​ຮອດພະ ນັກງານ​ຫຼັກ​ແຫຼ່ງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ສາຍ ອູມ​ມະ​ລີ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ການ​ຈັດ​​ຕັ້ງຄະນະ​ຊີ້​ນຳ​ລວມ ແລະ ຄະນະ​ຮັບຜິດຊອບ​ການ ເຄື່ອນໄຫວແຈ້ງ​ຊັບ​ສິນ ແລະ ລາຍ​ຮັບ ຮອບ​ພິເສດ​ໃນ​ກອງທັບ, ເຊິ່ງ​ການຈັດຕັ້ງ​ປະຕິບັດ​ດຳເນີນ​ການ​ແຈ້ງ​ຊັບ​ສິນ ແລະ ລາຍ​ຮັບ ໃນ​ກໍລະນີ​ຕ່າງໆຄັ້ງ​ນີ້ ເພື່ອ​ດຳ ເນີນ​ການ​ແຈ້ງ​ຊັບ​ສິນ-ລາຍ​ຮັບ ບັນດາ​ເປົ້າ​ໝາຍ​ນາຍ​ທະຫານ ຜູ້​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ດຳລົງ​ຕຳແໜ່ງ​ຂອງ​ອົງ​ການຈັດຕັ້ງພັກ, ລັດ ແລະ ອົງ​ການຈັດຕັ້ງ​ມະຫາ ຊົນ, ຜູ້​ທີ່​ໄດ້​ຮັບ​ຊັ້ນ​ໃໝ່, ໜ້າທີ່​ຕຳແໜ່ງ​ໃໝ່, ຜູ້​ທີ່​ຈະ​ພົ້ນ​ຕຳແໜ່ງ, ຜູ້​ຈະ​ຮັບ​ບຳນານ ຫຼື ຈະ​ອອກ​ຈາກ​ ລັດ​ຖະ​ການ​ໃນ​ຮູບ​ແບບ​ຕ່າງໆ ຕາມ​ແຈ້ງ​ການ​ຂອງ​ນາຍົກລັດ ຖະມົນຕີ ໃຫ້​ຖືກຕ້ອງ, ເປັນ​ເອກະ​ພາບ, ມີ​ປະ​ສິດທິ​ຜົນ ແລະ ທົ່ວ​ເຖິງ​ທຸກ​ເປົ້າ​ໝາຍ. ໂດຍ: ຫຼ້າ ແພງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ