ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນາຍົກລັດຖະມົນຕີຍີ່ປຸ່ນ ມີແຜນຈະພົບປະຫາລືກັບຜູ້ນຳ ສປປ ເກົາຫຼີ
ເວລາອອກຂ່າວ: 2022-09-23 10:08:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ສໍານັກຂ່າວກຽວໂດລາຍ ງານໃນວັນທີ 22 ກັນຍາ ນີ້ວ່າ: ທ່ານ ຟູມິໂອະ ຄີຊີດະ ນາຍົກລັດ ຖະມົນຕີຍີ່ປຸ່ນ ໄດ້ຖະແຫຼງຕໍ່ທີ່ປະ ຊຸມສະມັດຊາໃຫຍ່ສະຫະປະຊາ ຊາດ ( ຢູເອັນຈີເອ ) ຄັ້ງທີ 77 ເຊິ່ງຈັດຂຶ້ນທີ່ນະຄອນນິວຢອກ ປະເທດສະຫະລັດ ໃນວັນທີ 19 ກັນຍາ ທີ່ຜ່ານມາວ່າ, ລັດຖະ ບານຍີ່ປຸ່ນຍັງຄົງຍຶດໝັ້ນຕາມນະ ໂຍບາຍການທູດຕໍ່ ສປປ ເກົາຫຼີ ຕາມແນວທາງຂອງ ທ່ານ ຈຸນ ອິຈິໂຣ ໂຄອິຊູມິ ອະດີດນາຍົກ ລັດຖະມົນຕີຍີ່ປຸ່ນ ເຊິ່ງສ້າງປະ ຫວັດສາດການເດີນທາງຢ້ຽມ ຢາມ ສປປ ເກົາຫຼີ ຢ່າງເປັນທາງ ການເມື່ອ 20 ປີກ່ອນ. ທ່ານ ຟູມິໂອະ ຄີຊີດະ ກ່າວຕື່ມ ອີກວ່າ: ຍີ່ປຸ່ນ ພ້ອມເຈລະຈາກັບ ສປປ ເກົາຫຼີ ແບບບໍ່ມີເງື່ອນໄຂ ໃນບັນຫາທີ່ທັງສອງປະເທດມີ ຄວາມວິຕົກກັງວົນຮ່ວມກັນ ແລະ ໃນສ່ວນຂອງທ່ານແມ່ນມີຄວາມ ພ້ອມ ແລະ ຍິນດີທີ່ຈະພົບປະຫາ ລືແບບເຊິ່ງໜ້າກັບ ທ່ານ ຄິມ ຈອງອຶນ ຜູ້ນໍາສູງສຸດຂອງ ສປປ ເກົາຫຼີ ໂດຍບໍ່ມີການກໍານົດເງື່ອນໄຂລ່ວງໜ້າ. ຕໍ່ບັນຫາດັ່ງກ່າວຝ່າຍ ສປປ ເກົາຫຼີ ຍັງບໍ່ໄດ້ອອກມາສະແດງ ຄວາມຄິດເຫັນໃດໆຢ່າງເປັນ ທາງການ. ທ່ານ ຈຸນອິຈິໂຣ ໂຄ ອິຊູມິ ເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການເມື່ອ ວັນທີ 17 ກັນຍາ 2002 ໂດຍ ໄດ້ຮັບການຕ້ອນຮັບຈາກ ທ່ານ ຄິມ ຈອງອິນ ຜູ້ນໍາສູງສຸດຂອງ ສປປ ເກົາຫຼີ ໃນເວລານັ້ນ ເຊິ່ງ ເປັນພໍ່ຂອງທ່ານ ຄິມ ຈອງອຶນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ