ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງທັບ​ຟີ​ລິບ​ປິນ​ໄດ້​ຮັບ ເຮືອບິນ​ແບບ​ບໍ່​ມີ​ຄົນ​ຂັບ​ລຸ້ນ​ໃໝ່
ເວລາອອກຂ່າວ: 2022-09-23 09:47:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ສຳນັກ​ຂ່າວ ເຈນ ລາຍ​ງານ ​ໃນ​ວັນ​ທີ 21 ກັນຍາ​ນີ້​ວ່າ: ກອງ ທັບ​ເຮືອ ຂອງ​ຟີ​ລິບ​ປິນ​ໄດ້ຮັບ ເຮືອບິນແບບ​ບໍ່​ມີ​ຄົນ​ຂັບ​ລຸ້ນ MUARS-71 ງວດ​ທຳ​ອິດ​ຈາກ​ ສະຫະລັດ​ອາ​ເມ​ຣິ​ກາ, ໂດຍ​ພິ ທີ​ມອບ-ຮັບ​ມີ​ຂຶ້ນ​ທີ່ ຖານ​ທັບ​ ອາກາດ ອາ​ລາ​ໂນ ເມືອງ​ຄາ​ບຽດ ປະເທດ​ຟີ​ລີບ​ປິນ. ເຊິ່ງ​ທັງ​ສອງ​ຝ່າຍ​ໄດ້​ຕົກລົງ​ເຊັນ​ສັນຍາກັນ​ຕັ້ງແຕ່​ປີ 2020 ທີ່​ຜ່ານ​ມາ. ເຈົ້າ​ໜ້າທີ່​ລະດັບ​ສູງ​ຂອງ​ກອງທັບ​ຟີ​ລິບ​ປິນ​ໄດ້​ກ່າວ​ວ່າ: ພາຍຫຼັງ​ທີ່​ໄດ້​ຮັບ ເຮືອບິນ​ລຸ້ນ​ນີ້​ ແລ້ວ ກອງທັບ​ຟີ​ລິບ​ປິນ ກໍ​ຄື​ພາກ ສ່ວນ​ທີ່​ກ່ຽວຂ້ອງ​ຈະ​ຕ້ອງ​ໄດ້​ສຶກ​ ສາ​ທົດ​ລອງ​ນຳ​ໃຊ້​ເຮືອບິນ​ດັ່ງ ກ່າວ​ໃຫ້​ມີ​ຄວາມ​ຊຳນານ ເຊິ່ງ ຄາດ​ວ່າ​ຈະ​ຕ້ອງ​ໃຊ້​ເວລາປະມານ 1 ປີ ຈຶ່ງ​ຈະ​ສາມາດ​ທົດ​ລອງ​ໄດ້. ເຮືອບິນ​ລຸ້ນ​ນີ້ ຜະລິດ​ໂດຍ​ບໍລິ ສັດ ຊີ​ສະ​ແກນ ຂອງ​ສະຫະລັດ​ອາ​ເມ​ຣິ​ກາ, ຜະລິດ​ຂຶ້ນ​ທຳ​ອິດ​ເມື່ອ​ປີ 2002, ເຊິ່ງ​ມັນ​ຈະ​ເຮັດ​ໜ້າທີ່​ຄູ່​ກັບ​ກອງທັບ​ເຮືອ ໂດຍ​ຈະ​ເປັນ​ຕົວ​ສອດ​ແນມ ​ແລະ ລາດຕະເວນ​ຕາມ​ນ່ານ​ນ້ຳ​ທະເລ, ເຊິ່ງ​ມັນ​ຈະ​ ໃຊ້​ຜູ້​ບັງຄັບ​ພຽງ 1 ຄົນ​ເທົ່າ​ນັ້ນ, ໂດຍ​ມີ​ນ້ຳໜັກ 26 ກິ​ໂລກ​ຣາມ, ມີ​ລວງ​ຍາວ1,55 ແມັດ, ລວງ​ກວ້າງລວມ​ທັງ​ປີກ 3,17 ແມັດ ສາມາດ​ບິນ​ສູງ​ຈາກ​ໜ້ານ້ຳ​ທະເລ​ໄດ້​ປະມານ 5 ກິໂລແມັດ, ບິນ​ໃນ​ ຄວາມ​ໄວ​ສູງ​ສຸດ​ປະມານ 148 ກິໂລແມັດ​ຕໍ່​ຊົ່ວໂມງ. ໃນ​ເວລາ​ທີ່​ ອອກ​ລາດຕະເວນ​ແລ້ວ​ກວດ​ພົບ​ ເປົ້າ​ໝາຍ ມັນ​ຈະ​ມີ​ການ​ຄຳນວນ​ ປະ​ເມີນ​ຄ່າ​ຕ່າງໆ​ແບບ​ອັດຕະໂນ ມັດ ແລ້ວ​ສົ່ງ​ໄປ​ຍັງ​ສູນ​ບັນຊາ ລໍຖ້າ​ຄຳ​ສັ່ງ​ໃຫ້​ໂຈມ​ຕີ​ເປົ້າ​ໝາຍ​ອີກເທື່ອໜຶ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ