ທະຫານນະຄອນຫຼວງວຽງຈັນ ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2022-09-23 09:41:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ:
ພິທີປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະ ຫານຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ກັນ ຍາ 2022 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບົວເງິນ ຫົງໄຂຄຳ ຫົວໜ້າຫ້ອງ ການເມືອງ ກອງບັນຊາການທະ ຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາຈາກອົງ ການ 5 ຫ້ອງ, ກົມກອງອ້ອມຂ້າງ ແລະ ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ເຂັມເພັດ ຫັນທະວົງ ຫົວໜ້າພະແນກພະ ນັກງານ ທະຫານນະຄອນຫຼວງວຽງຈັນ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ, ກົມໃຫຍ່ ການເມືອງກອງທັບ ຕົກລົງເລື່ອນ ຊັ້ນ ແລະ ເລື່ອນທຽບຊັ້ນວາທີ ຂຶ້ນ ຮ້ອຍຕີ ຈຳນວນ 118 ສະຫາຍ; ໃນນີ້, ເລື່ອນຊັ້ນວາທີ ຂຶ້ນ ຮ້ອຍຕີ 105 ສະຫາຍ, ຍິງ 1 ສະຫາຍ ແລະ ເລື່ອນທຽບຊັ້ນວາທີ ຂຶ້ນຮ້ອຍຕີ 13 ສະຫາຍ.
ໂອກາດນີ້ ສະຫາຍ ພັນເອກ ບົວເງິນ ຫົງໄຂຄຳ ໄດ້ໃຫ້ກຽດ ປະດັບຊັ້ນໃຫ້ນາຍທະຫານຂອງ ຕົນ ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ ແຕ່ລະສະຫາຍພ້ອມກັນເອົາໃຈ ໃສ່ເຝິກຝົນຫຼໍ່ຫຼອມພັດທະນາຕົນເອງໃນທຸກດ້ານ, ປະຕິບັດຕາມຂໍ້ກຳນົດ, ກົດລະບຽບຂອງຂັ້ນເທິງ ກໍຄືກົມກອງວາງອອກໃຫ້ເຂັ້ມງວດ, ມີແບບແຜນວິທີເຮັດວຽກໃນການນຳພາ-ບັນຊາ, ຍົກ ສູງຄວາມຮັບຜິດຊອບໜ້າທີ່ການ ເມືອງຂອງຕົນຢ່າງຕັ້ງໜ້າເຮັດວຽກເປັນໝູ່ຄະນະມີຄວາມເສຍ ສະຫຼະສູງ ແລະ ເປັນແບບຢ່າງໃຫ້ ແກ່ນາຍ ແລະ ພົນທະຫານ ເພື່ອພ້ອມກັນສຸມໃສ່ເຮັດສຳເລັດທຸກ ໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍ.
ໂດຍ: ແສງດາລາ
ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ