ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ນະຄອນຫຼວງ​ວຽງ​ຈັນ ປະກາດການ​ເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2022-09-23 09:41:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 77 | ຄວາມນິຍົມ:



ພິທີ​ປະກາດການ​ເລື່ອນຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍທະ ຫານ​ຢູ່ກອງ​ບັນຊາ​ການທະຫານ ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 20 ກັນ ຍາ 2022 ນີ້, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ບົວ​ເງິນ ຫົງ​ໄຂ​ຄຳ ຫົວໜ້າຫ້ອງ​ ການເມືອງ ກອງ​ບັນຊາ​ການ​ທະ ຫານ​ນະຄອນຫຼວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ບັນຊາຈາກ​ອົງ ການ 5 ຫ້ອງ, ກົມກອງອ້ອມຂ້າງ ແລະ ພະແນກການທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ​ນາຍ​ທະຫານທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ເຂັມເພັດ ຫັນ​ທະ​ວົງ ຫົວໜ້າພະ​ແນກ​ພະ ນັກງານ​ ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ ການ​ເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ​ຢູ່ກອງ​ບັນຊາ​ການ​ທະຫານນະ ຄອນຫຼວງ​ວຽງ​ຈັນ, ກົມ​ໃຫຍ່ ການເມືອງ​ກອງທັບ ຕົກລົງເລື່ອນ ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ວາທີ ຂຶ້ນ ຮ້ອຍ​ຕີ ຈຳນວນ 118 ສະຫາຍ; ໃນ​ນີ້, ເລື່ອນ​ຊັ້ນ​ວາທີ ຂຶ້ນ ຮ້ອຍ​ຕີ 105 ສະຫາຍ, ຍິງ 1 ສະຫາຍ ແລະ ເລື່ອນ​ທຽບ​ຊັ້ນ​ວາທີ​ ຂຶ້ນ​ຮ້ອຍ​ຕີ 13 ສະຫາຍ. ໂອກາດ​ນີ້ ສະຫາຍ ພັນເອກ ບົວ​ເງິນ ຫົງ​ໄຂ​ຄຳ ໄດ້​ໃຫ້ກຽດ ​ປະດັບ​ຊັ້ນ​ໃຫ້​ນາຍ​ທະຫານຂອງ ​ຕົນ ພ້ອມ​ທັງ​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ແລະ ເນັ້ນ​ໜັກໃຫ້​ ແຕ່​ລະ​ສະຫາຍ​ພ້ອມ​ກັນເອົາໃຈ ໃສ່​ເຝິກ​ຝົນ​ຫຼໍ່​ຫຼອມ​ພັດທະນາ​ຕົນ​ເອງ​ໃນ​ທຸກ​ດ້ານ, ປະຕິບັດ​ຕາມ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງຂັ້ນ​ເທິງ ກໍຄື​ກົມ​ກອງ​ວາງ​ອອກ​ໃຫ້​ເຂັ້ມ​ງວດ, ມີ​ແບບແຜນ​ວິທີເຮັດ​ວຽກ​ໃນ​ການ​ນຳພາ-ບັນຊາ, ຍົກ​ ສູງ​ຄວາມ​ຮັບຜິດຊອບໜ້າທີ່ການ ເມືອງ​ຂອງ​ຕົນ​ຢ່າງຕັ້ງໜ້າເຮັດ​ວຽກ​ເປັນ​ໝູ່​ຄະນະ​ມີ​ຄວາມ​ເສຍ ສະຫຼະ​ສູງ ແລະ ເປັນ​ແບບຢ່າງໃຫ້​ ແກ່​ນາຍ ແລະ ພົນທະຫານ ເພື່ອ​ພ້ອມກັນສຸມ​ໃສ່​ເຮັດ​ສຳເລັດ​ທຸກ ໜ້າທີ່ຕາມ​ການຈັດຕັ້ງ​ຂັ້ນເທິງ​ມອບ​ໝາຍ​. ໂດຍ: ແສງ​ດາລາ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ