ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດ​ຊຸດ​ອົບຮົມ-ຫັດ​ແອບ​ວຽກງ​​ານ​ສຶກ​ສາ ປກຊ ໃຫ້​ນັກສຶກສາ ວິທະຍາໄລ​ຮັງ​ທ່າວ
ເວລາອອກຂ່າວ: 2022-09-23 09:40:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 83 | ຄວາມນິຍົມ:



ວັນ​ທີ 19 ກັນຍາ 2022 ນີ້, ກອງ​ບັນຊາ​ການ​ທະຫານແຂວງ ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ພິທີ​ປິດຊຸດອົບ ຮົມ-ຫັດ​ແອບ​ວຽກ​ງານສຶກສາ​ ປ້ອງ​ກັນ​ຊາດ​ໃຫ້​ນັກ​ສືກ​ສາວິທະ ຍາໄລຮັງທ່າວ ບໍລິຫານ​ທຸລະ​ກິດ ແຂວງ​ໄຊ​ຍະ​ບູ​ລີ, ໂດຍ​ສະຫາຍ ພັນ​ໂທ ເສິກ ໄຊ​ຍະພອນ ຮອງ ຫົວໜ້າ​ຫ້ອງ​ເສນາ​ທິ​ການກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊຍະ ​ບູ​ລີ, ມີ​ສະຫາຍ ສີພັນ ຈັນທະຜຸຍ ຫົວໜ້າອຳນວຍການ​ ວິທະຍາໄລ ຮັງ​ທ່າວ ບໍລິຫານທຸລະ​ກິດ ແຂວງ​ ໄຊ​ຍະ​ບູ​ລີ, ມີ​ຄະນະ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ​ແຂວງ, ຄະ ນະພະແນກການທະຫານທ້ອງ ຖິ່ນກອງບັນຊາການທະຫານ ແຂວງ, ຄູ-ອາຈານຕະຫຼອດ​ຮອດ​ນັກ​ສຶກ​ສາເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ພອນ ແສງ​ພະ​ຈິດ ຫົວໜ້າ​ພະແນກການ​ທະຫານ​ທ້ອງຖິ່ນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ສະຫຼຸບ​ການ​ອົບຮົມ-ຫັດ​ແອບ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ ແລະ ຜົນງານ​ທີ່​ພົ້ນເດັ່ນ, ຄູ-ອາຈານ​ຕະຫຼອດ​ຮອດ​ນັກເຝິກ ອົບຮົມ​ແມ່ນ​ມີແນວຄິດ​ໜັກແໜ້ນ ​ອຸ່ນ​ອຽນ​ທຸ່ນ​ທ່ຽງ​ຕໍ່ການ​ອົບຮົມ​-ຫັດ​ແອບ, ມີຄວາມ​ຮັບຜິດຊອບ​ສູງ​ຕໍ່​ການ​ຮຽນ-ການສອນ, ເຊິ່ງ​ ສະແດງ​ອອກ ​ຄະນະ​ຊີ້​ນຳໄດ້​ ນຳພາ​ຄູ-ອາຈານ​ລົງ​ເລິກ​ໃກ້ຊິດ ຕິດແທດຕໍ່​ການ​ອົບຮົມ-ຫັດ​ແອບ​ຕາມຕາຕະລາງ​ທີ່​ໄດ້​ກຳນົດ​ໄວ້, ບັນດາ​ຄູ-ອາຈານໄດ້​ມີ​ຄວາມຮັບ ຜິດຊອບ​ສູງ​ຕໍ່​ການ​ສິດສອນ​ຖ່າຍ​ທອດ​ບົດຮຽນ​ສົ່ງ​ຄວາມ​ຮູ້​ໃຫ້​ນັກ​ສຶກ​ສາ ແລະ ຂຶ້ນ​ຫ້ອງ​ຕາມ​ກຳນົດ​ເວລາ. ສ່ວນນັກ​ສຶກ​ສາ​ກໍ​ໄດ້​ຄົ້ນຄວ້າຊອກ​ຮູ້​ດ້ວຍ​ຕົນ​ເອງ ແລະ ເປັນ​ເຈົ້າ​ການ​ໃນ​ການ ເຝິກແອບ​ຮໍ່າຮຽນ​ສາມາດ​ສະຫຼຸບ​ໄດ້ ພາກ​ການເມືອງ​ບັນລຸ​80%, ພາກ​ການທະຫານ 75%, ພາກ​ປະຕິບັດ​ຍິງເປົ້າ​ໝາຍ​ດ້ວຍ​ລູກ ປືນ​ແທ້ ຂັ້ນ​ເກັ່ງ 9 ສະຫາຍ, ຂັ້ນ​ດີ 17 ສະຫາຍ, ຄາດໝາຍ 98 ສະຫາຍ. ໂດຍ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ