ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດຊຸດອົບຮົມ-ຫັດແອບກໍ່ສ້າງນາຍສິບ ປະຈຳສົກ 2022-2023
ເວລາອອກຂ່າວ: 2022-09-23 09:39:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ວັນ​ທີ 15 ກັນຍາ 2022 ນີ້, ໂຮງຮຽນ​ການ​ທະຫານ​ທ້ອງ ຖິ່ນ​ແຂວງ​ສາລະ​ວັນ ໄດ້​ຈັດ​ພິທີ​ເປີດ​ຊຸດ​ອົບຮົມ-ຫັດ​ແອບກໍ່ສ້າງ​ນາຍ​ສິບ​ ລະບົບ 1 ປີ ຊຸດ​ທີ XV ສົກຮຽນ​ 2022-2023 , ໂດຍ ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສຳລີ ແກ້ວ​ວົງ​ສອງ ຫົວ ໜ້າ​ການ​ທະຫານ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ, ມີ​ສະຫາຍ ພັນ​ໂທ ບົວ​ໄລ ພົງ​ສະ​ຫວັດ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ, ມີ​ບັນດາ​ພະແນກການ​ທີ່​ກ່ຽວຂ້ອງ​ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນຕະ ຫຼອດ​ຮອດ​ ຄູ​-ອາຈານ ແລະ ນັກ ຮຽນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນທັນ ໄຊ​ຍະ​ສານ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ສາລະ​ວັນ ໄດ້​​ຜ່ານແຜນ ການ​ອົບຮົມ-ຫັດ​ແອບໃຫ້​ນັກ ຮຽນກໍ່ສ້າງນາຍສິບທະຫານ​ຮາບ ລະບົບ 1 ປີ ຊຸດ​ທີ XV ປະ ຈຳ​ສົກຮຽນ 2022 - 2023, ເຊິ່ງ​ເນື້ອ​ໃນ​ອົບຮົມ-​ຫັດ​ແອບ​ປະກອບ​ມີ: ພາກ​ລະບຽບ​ລວມ​ກອງທັບ, ພາກ​ກິລາ​ການ​ທະຫານ, ພາກ​ການເມືອງ, ພາກ​ພະລາທິການ-ເຕັກນິກ, ພາກ​ສິລະປະ​ຍຸດ ແລະ ພາກ​ຍຸດທະວິທີ, ມີ​ນັກຮຽນ​ເຂົ້າ​ຮ່ວມ ທັງ​ໝົດ 150 ສະຫາຍ. ຈຸດປະສົງ​ໃນ​ການ​ເປີດ​ບັ້ນ​ອົບ ຮົມ-ຫັດ​ແອບ. ໃນ​ຄັ້ງ​ນີ້, ເພື່ອ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານຂອງຄະນະພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ເລັງ​ໃສ່​ປັບປຸງ​ກໍ່ສ້າງ​ກຳລັງ​ປ້ອງ​ກັນ​ຊາດ ເວົ້າ​ລວມ, ເວົ້າ​ສະເພາະ​ກໍ​ຄື​ກຳລັງ​ປະກອບ​ອາວຸດ​ຢູ່​ທ້ອງຖິ່ນ​ແຂວງ​ສາລະ​ວັນ ໃຫ້​ມີ​ແບບແຜນ​ທັນ​ສະໄໝ​ເທື່ອ​ລະ​ກ້າວ, ເພື່ອ​ແນ ໃສ່​ກໍ່ສ້າງ​ພົນທະຫານ​ໃຫ້​ມີ​ຄວາມ​ຮູ້​ພື້ນຖານ​ໃນ​ການ​ບັນຊາ​ຂັ້ນຕົ້ນ, ມີ​ລະບຽບ​ວິ​ໄນ​ເຂັ້ມງວດ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ການເມືອງ ທີ່​ການຈັດຕັ້ງ​ຂັ້ນເທິງ ​ມອບ​ໝາຍ​ໃຫ້ ເພື່ອ​ຍົກ​ສູງ​ຄວາມ​ຮູ້, ຄວາມ​ສາມາດ​ໃຫ້​ພົນທະຫານ​ຮູ້​ລະບຽບ​ວິ​ໄນ, ຮູ້​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນ ແລະ ສ້າງ​ໃຫ້ພົນ ທະຫານ​ມີ​ຄຸນສົມບັດ​ສີນທຳປະ ຕິວັດ, ກຳ​ໄດ້​ທິດ​ສະ​ດີ​ຫຼັກການ, ​ດ້ານ​ສີລະ​ປະຍຸດ, ຍຸດ​ທະວີທີ, ເຝິກແອບ​ກຳລັງ​ແຮງ​ກາຍ​ໃຫ້ມີ​ ຄວາມ​ແຂງແຮງ, ມີ​ຄວາມຊຳນິ​ຊຳນານ, ຄ່ອງ​ແຄ້ວເພື່ອ​ພ້ອມ ​ກັນ​ເຮັດ​ສຳເລັດ​ໜ້າທີ່ໃນສະເພາະ ໜ້າ ແລະ ຍາວ​ນານ. ໂດຍ: ບຸນ​ກອງ ຄຳ​ປະສົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ