ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທາບ​ທາມ​ຄວາມ​ຄິດ​ເຫັນ​ໃສ່​ຮ່າງ​ລັດ​ຖະ​ບັນຍັດ ວ່າ​ດ້ວຍ​ເຂດ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ
ເວລາອອກຂ່າວ: 2022-09-23 09:32:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 244 | ຄວາມນິຍົມ:



ກອງ​ປະຊຸມ​ທາບ​ທາມ​ຄວາມ​ຄິດ​ເຫັນ​ໃສ່​ຮ່າງ ລັດ​ຖະ​ບັນຍັດ ຂອງ​ປະທານ​ປະເທດ ວ່າ​ດ້ວຍ​ເຂດ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ, ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ກັນຍາ 2022 ນີ້, ທີ່​ສະໂມສອນ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພົນ​ຕີ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຮອງ​ລັດຖະ​ມົນຕີ​ບັນດາ​ກະຊວງ, ຫ້ອງ​ວ່າການ​ສຳນັກງານ​ນາຍົກ ລັດຖະມົນຕີ, ຫ້ອງການ​ກຳ​ມະ​ທິ​ການ​ສະພາ​ແຫ່ງ​ຊາດ, ຫ້ອງການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ຄະນະ​ນຳ​ບັນດາ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຜູ້​ແທນ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ​ ສະຫາຍ ພັນ​ເອກ ສີ​ສົມ​ໃຈ ມະໂນ​ລາ ຮອງ​ຫົວໜ້າ​ກົມ​ກົດໝາຍ ກະຊວງ​ປ້ອງ​ກັນ​ປະເທດ, ໄດ້​ຜ່ານ​ຮ່າງ​ລັດ​ຖະ​ບັນຍັດ​ຂອງ​ປະທານ​ປະ ເທດ ວ່າ​ດ້ວຍ​ ເຂດ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ, ອີງ​ຕາມ​ລັດ​ຖະ​ທຳ​ມະນູນ​ແຫ່ງ ​ສປປ ລາວ (ສະບັບ​ປັບປຸງ) ເລກ​ທີ 63/​ສພຊ, ລົງ​ວັນ​ທີ 8 ທັນວາ 2015, ອີງ​ຕາມ​ກົດໝາຍ ​ວ່າ​ດ້ວຍ ​ການ​ປ້ອງ​ກັນ​ຊາດ ເລກ​ທີ 67/​ສພຊ, ລົງ​ວັນ​ທີ 11 ທັນວາ 2015, ປະທານ​ປະເທດ​ອອກ​ລັດ​ຖະ​ບັນຍັດ ວ່າ​ດ້ວຍ ​ເຂດ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ ປະກອບ​ມີ IX ໝວດ, 36 ມາດຕາ ໂດຍ​ໄດ້​ກຳນົດ​ບົດ​ບັນ ຍັດ​ທົ່ວ​ໄປ, ເຂດ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ, ເຂດ​ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ, ຟື້ນ​ຟູ, ເຂດ​ການ​ນຳ​ໃຊ້, ຂໍ້​ຫ້າມ, ນະໂຍບາຍ​ຕໍ່​ຜູ້​ທີ່​ມີ​ຜົນງານ ແລະ ມາດ​ຕະການ​ຕໍ່​ຜູ້​ລະເມີດ, ຈາກ​ນັ້ນ​ບັນດາ​ຜູ້​ແທນ​ກອງ​ປະຊຸມ ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ຮ່າງ​ລັດ​ຖະ​ບັນຍັດ​ດັ່ງກ່າວ ເປັນຕົ້ນ​ແມ່ນ​ບັນດາ​ຫຼັກການ, ລະບຽບ​ການ ແລະ ມາດ​ຕະການ​ຕ່າງໆ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ແລະ ການ​ຕິດຕາມ​ກວດກາ​ເຂດ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ, ຂອບ​ເຂດ​ພື້ນ​ທີ່, ພູມີ​ປະເທດ ແລະ ທຳ​ມະ​ຊາດ ໃຫ້​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ, ພັດທະນາ ແລະ ນຳ​ໃຊ້​ຖືກຕ້ອງ​ສອດຄ່ອງ​ຕາມ​ແຜນ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ, ແນໃສ່​ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ຊາດ, ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ທີ່​ໜັກ​ແໜ້ນ, ສ້າງ​ເງື່ອນໄຂ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ວັດທະນະທຳ-ສັງຄົມ, ຕິດ​ພັນ​ ກັບ​ວຽກ​ງານ​ປ້ອງ​ກັນ​ຊາດ, ປະ ກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ ​ປັກ​ຮັກສາ ແລະ ສ້າງສາ​ພັດທະ ນາ​ປະເທດ​ຊາດ​ໃຫ້​ຈະເລີນ​ຮຸ່ງ ເຮືອງ. ໂອກາດ​ນີ້, ສະຫາຍ ພົນ​ຕີ ຄຳ​ລຽງ ອຸ​ທະ​ໄກສອນ ໄດ້​ສັງ​ລວມ​ເອົາ​ບັນດາ​ຄຳ​ຄິດ​ເຫັນ ແລະ ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ບັນດາ​ຜູ້​ແທນ​ກອງ​ປະຊຸມ ທີ່​ໄດ້​ພ້ອມ​ກັນ​ສຸມ​ສະຕິ​ປັນຍາ ປະກອບ​ຄຳ​ຄິດ​ເຫັນ​ໃສ່​ເນື້ອ​ໃນ​ຮ່າງ​ກົດ ໝາຍ​ສະບັບ​ດັ່ງກ່າວ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ແລະ ເຮັດ​ໃຫ້​ກອງ​ປະຊຸມ​ຄັ້ງ​ນີ້​ສຳເລັດ​ດ້ວຍ​ໝາກຜົນ​ອັນ​ຈົບງາມ. ໂດຍ: ເກດ​ຕະ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ