ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະດັບ​ການ​ຍ້ອງຍໍ​ໃຫ້​ແກ່​ກອງ​ບັນຊາ​ການ ​ປ້ອງ​ກັນ​ຄວາມ​ສະຫງົບ ​ແຂວງ​ຢູ​ນານ
ເວລາອອກຂ່າວ: 2022-09-23 09:30:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 223 | ຄວາມນິຍົມ:



ໃນ​ວັນ​ທີ 21 ກັນຍາ 2022 ນີ້, ຢູ່​ທີ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຈັດ​ພິທີ​ປະດັບ​ການ​ຍ້ອງຍໍ​ໃຫ້​ແກ່​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຢູ​ນານ ​ສປ ຈີນ,ໂດຍ​ການ ​ເປັນ​ປະທານຂອງ ​ສະຫາຍ ພົນ​ ຈັດຕະວາ ສົມ​ພອນ ມິດ​ຕະ​ພອນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ ການ​ກອງທັບ, ມີ​ສະຫາຍ ພົນ​ ຈັດຕະວາ ສີ​ພັນ ພຸດ​ທະ​ວົງ ຫົວ ໜ້າ​ກົມ​ທະຫານ​ຊາຍ​ແດນ, ສະ ຫາຍ ພົນ​ໂທ ຢວນ​ຢ່າ​ຟິງ ຫົວໜ້າ​ກອງ​ບັນຊາ​ການ​ຕຳຫຼວດ​ລາດ ຕະເວນ​ທາງນ້ຳ ກອງ​ບັນຊາ​ການ​ ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຢູ​ນານ ​ສປ ຈີນ, ມີ​ຄະນະ​ປະຈຳ​ພັກ​ແຂວງ, ກຳມະການ​ພັກ​ແຂວງ, ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ ແລະ ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍ ລາວ-ຈີນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈັນທອນ ພັນ ທະ​ສອນ ຮອງ​ຫົວໜ້າ​ກົມ​ນະໂຍ ບາຍ ກົມ​ໃຫຍ່​ການເມືອງ​ກອງ ທັບ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ລັດຖະ ມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ​ການ​ມອບ​ຫຼຽນ​ໄຊ​ພິ ລະ​ອາດ​ຫານ ແລະ ຫຼຽນ​ກາ​ມິດຕະພາບ ກອງທັບ​ປະຊາຊົນ​ລາວ ໃຫ້​ແກ່​ກົມ​ກອງ​ລວມ​ໝູ່ ແລະ ບຸກຄົນ​ທີ່​ມີ​ຜົນງານ​ດີເດັ່ນຢູ່​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຢູ​ນານ ​ສປ ຈີນ, ໃນ​ນີ້, ມອບ​ຫຼຽນ​ໄຊ​ພິລະ​ອາດ ​ຫານ​ຊັ້ນ ll ໃຫ້ 1 ກົມ​ກອງ ແລະ ບຸກຄົນ 3 ສະຫາຍ, ມອບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ lll ໃຫ້ 3 ກອງ ພັນ ແລະ ບຸກຄົນ 10 ສະຫາຍ ແລະ ມອບ​ຫລຽນ​ກາ​ມິດຕະພາບ​ໃຫ້​ບຸກຄົນ 20 ສະຫາຍ. ຈາກ​ນັ້ນ, ສະຫາຍ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ມີ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມ​ວ່າ: ຜົນງານ​ດັ່ງກ່າວ​ແມ່ນ​ເປັນ​ການ​ເສີມ​ສ້າງ​ສາຍ​ພົວພັນ​ມິດຕະພາບ ທີ່​ເປັນ​ມູນເຊື້ອ​ຍາວ​ນານ​ລະຫວ່າງ ລາວ-ຈີນ ກໍ​ຄື ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໝັ້ນຄົງ, ຍາວ​ນານ​ຕາມ​ທິດ 4 ດີ​ ລະຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຈີນ ແລະ ການ​ເປັນ​ຄູ່​ຮ່ວມ​ສະ​ຕາ​ກຳ​ລາວ-ຈີນ, ຈີນ-ລາວ ໃຫ້​ຍືນ​ຍົງ, ເປັນ​ການ​ຍ້ອງ ຍໍ​ຜົນງານ ທີ່​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ ຢູ​ນານ ໄດ້​ປະຕິບັດ​ໜ້າທີ່​ຮ່ວມ ​ມື​ປະຕິບັດ​ກົດໝາຍ ແລະ ລາດ ຕະເວນ​ຮ່ວມ​ກັນ​ມາ​ເປັນ​ເວລາ 10 ປີ, ເຊິ່ງ​ມີ​ຜົນສຳເລັດ ແລະ ມີ​ຜົນງານ​ຢ່າງ​ໃຫຍ່​ຫຼວງ. ພາຍຫຼັງ​ສຳເລັດ​ພິທີ​ມອບ​ ການ​ຍ້ອງຍໍ, ຄະນະ​ທັງ​ສອງ​ຝ່າຍ​ລາວ-ຈີນ ໄດ້​ພົບ​ປະ​ແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ, ໂດຍ ​ສະຫາຍ ພົນ​ຈັດຕະວາ ສີ​ພັນ​ພຸດ​ທະ​ວົງ ຫົວໜ້າ​ກົມ​ທະຫານ​ຊາຍ​ແດນ ໄດ້​ມີ​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​ວຽກ​ງານ​ຊາຍ​ແດນ​ລະ ຫວ່າງ​ລາວ-ຈີນ, ເນັ້ນ​ໃຫ້​ພ້ອມ​ກັນ​ສືບຕໍ່​ຮ່ວມ​ມື​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີ​ງານ ແລະ ເພີ່ມ​ທະວີ​ການ​ປະສານ​ສົມທົບ​ໃຫ້​ແໜ້ນ​ແຟ້ນ, ການ​ພົວພັນ​ຮ່ວມ​ມື​ແລກ ປ່ຽນ​ຂໍ້​ມູນ​ຂ່າວສານ​ໃຫ້​ວ່ອງໄວ​ ທັນ​ເວລາ, ເພື່ອ​ເຮັດ​ໃຫ້​ການ ເຄື່ອນໄຫວ​ປະຕິບັດ​ກົນ​ໄກ​ການ​ຮ່ວມ​ມື​ມີ​ປະ​ສິດທິ​ຜົນ​ຍິ່ງໆ​ຂຶ້ນ ແລະ ເຮັດ​ໃຫ້​ແມ່ນ້ຳ​ລ້ານ​ຊ້າງ-ແມ່ນ້ຳ​ຂອງ ມີ​ຄວາມ​ສະຫງົບ​ປອດ​ໄພ​ໝັ້ນຄົງ, ຍາວ​ນານ, ກາຍເປັນ​ແມ່ນ້ຳ​ທີ່​ມີ​ສັນຕິພາບ ແລະ ມີ​ການ​ຮ່ວມ​ມື​ພັດທະນາ​ນັບ​ມື້​ແໜ້ນ​ແຟ້ນ​ເລິກເຊິ່ງ​ກວ່າ​ເກົ່າ. ໂດຍ: ກິນ​ນະຄອນ ພາບ: ສົມ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ