ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ​ພາກ​ອະພິປາຍ​ທົ່ວ​ໄປ​ຂອງ​ສະມັດຊາ​ໃຫຍ່​ ອົງການ​ສະຫະ​ປະຊາ​ຊາດ ສະໄໝ ທີ 77
ເວລາອອກຂ່າວ: 2022-09-22 09:19:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 228 | ຄວາມນິຍົມ:



ໃນ​ວັນ​ທີ 20 ກັນຍາ 2022 ນີ້, ທີ່​ສຳນັກງານ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ, ນະຄອນ​ນິວ ​ຢອກ, ສະຫະລັດ​ອາເມລິກາ, ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ, ຮອງ​ນາຍົກລັດຖະມົນຕີ, ລັດ ຖະມົນຕີ​ກະຊວງ​ການ​ຕ່າງປະ ເທດ ໄດ້​ນຳພາ​ຄະນະ​ຜູ້​ແທນ ແຫ່ງ ​ສປປ ລາວ ເຂົ້າ​ຮ່ວມ​ກອງ​ ປະຊຸມ​ພາກ​ອະພິປາຍ​ທົ່ວໄປ ຂອງສະມັດຊາ​ໃຫຍ່​ອົງການ​ສະ ຫະ​ປະຊາ​ຊາດ ສະໄໝ​ທີ 77 ທີ່​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ຈາ​ບາ ໂກ​ໂຣ​ຊິ (CSABA KRÖSI), ປະທານ​ສະມັດຊາ​ໃຫຍ່ ​ສປຊ ສະໄໝ ທີ 77 ພາຍ​ໃຕ້​ຫົວຂໍ້ “ບາດ​ລ້ຽວ​ສຳຄັນ​ແຫ່ງ​ຍຸກ​ສະໄໝ: ວິທີ​ທາງ​ແບບ​ຫັນປ່ຽນ​ໃໝ່​ໃນ​ການ​ແກ້​ໄຂ​ບັນ ດາ​ສິ່ງ​ທ້າ​ທາຍ​ທີ່​ເກາະ​ກ່ຽວກັນ” (A watershed moment: transformative solutions to interlocking challenges) ໂດຍ​ມີ​ຜູ້​ແທນ​ລະດັບ​ປະມຸກ​ລັດ, ຫົວໜ້າ​ລັດຖະບານ​ຫຼາຍ​ກວ່າ 150 ທ່ານ, ລະດັບ​ຮອງ​ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງ ປະເທດ​ລົງ​ມາ 40 ກວ່າ​ທ່ານ ຈາກ​ປະເທດ​ສະມາຊິກ ​ສປຊ ທັງ​ໝົດ 193 ປະເທດເຂົ້າ​ຮ່ວມ ແລະ ຈະ​ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ກ່າວ​ປາ​ໄສ ເພື່ອ​ສະແດງ​ທັດສະນະ ແລະ ວິໄສ​ທັດ​ຂອງ​ແຕ່​ລະ​ປະເທດ​ຕໍ່​ກັບ​ບັນຫາ​ສຳຄັນ​ຕ່າງໆ​ຂອງ​ໂລກ ເຊັ່ນ: ບັນຫາ​ສັນຕິພາບ ແລະ ຄວາມ​ໝັ້ນຄົງ​ສາກົນ, ການ ​ລຶບລ້າງ​ຄວາມທຸກ​ຍາກ, ການ​ ເລັ່ງ​ລັດ​ຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ ​ການ​ພັດທະນາ​ແບບ​ຍືນ​ຍົງ, ຄວາມ​ບໍ່​ໝັ້ນຄົງ​ດ້ານ​ສະບຽງ​ອາ ຫານ ແລະ ພະລັງງານ​ໂລກ; ການ​ຮ່ວມ​ມື​ເພື່ອ​ສະກັດ​ກັ້ນ ແລະ ຮັບ​ມື​ກັບ​ຜົນ​ກະທົບຂອງ​ພະ ຍາດ​ໂຄ​ວິດ-19 ແລະ ຟື້ນ​ຟູ​ເສດຖະກິດ​ພາຍຫຼັງ​ການ​ລະບາດ​ຂອງ​ພະ ຍາດ​ດັ່ງກ່າວ; ການ​ປ່ຽນແປງ​ດິນ​ຟ້າ​ອາກາດ ແລະ ໄພພິບັດ​ທາງ​ທຳ​ມະ​ຊາດ; ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ການ​ຄ້າ, ການ​ທະຫານ ແລະ ບັນ ຫາ​ອື່ນໆ. ​ໂອກາດ​ນີ້, ທ່ານ ອັນໂຕ​ນີ​ໂອ ກູ​ເຕ​ເຣ​​ສ (Antnio Guterres), ເລຂາທິການໃຫຍ່ອົງການ ​ສປຊ ໄດ້​ລາຍ​ງານ​ຕໍ່ກອງປະຊຸມ ໂດຍ​ຍົກ​ໃຫ້​ເຫັນ​ບັນຫາ​ຕ່າງໆ ​ທີ່​ປະຊາ​ຄົມ​ໂລກ ພວມ​ສືບຕໍ່​ປະ​ເຊີນ​ໜ້າ​ໃນ​ປັດຈຸບັນ, ເຊິ່ງ​ບັນດາ​ປະເທດ​ສະມາຊິກ​ຈຳ ເປັນ​ຕ້ອງ​ໄດ້​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ໃນ​ການ​ຊອກຫຼາຍ​ວິທີ​ທາງ​ໃນ​ການ​ແກ້​ໄຂ​ບັນຫາຢ່າງສັນຕິ​ວິທີພ້ອມ​ທັງ​ໄດ້​ເນັ້ນ​ຄວາມ​ສຳຄັນ​ໃນ​ການ​ນຳ​ໃຊ້​ຮູບ​ແບບ​ການ​ປຶກສາ​ຫາລື, ການ​ເຈລະຈາ ແລະ ການ​ນຳໃຊ້​ ການ​ທູດ ເພື່ອ​ສ້າງ​ໃຫ້​ໂລກ​ມີ​ສັນ ຕິພາບ ແລະ ສະຖຽນ​ລະ​ພາບ ກໍ​ຄື​ການ​ຫັນປ່ຽນ​ແນວທາງໃນ​ການ ​ແກ້​ໄຂ ​ບັນຫາ ເພື່ອ​ຄວາມ​ຈະເລີນ​ຮຸ່ງ ເຮືອງ​ຂອງ​ມະນຸດຊາດ ແລະ ໂລກ​ຂອງ​ພວກ​ເຮົາ. ພ້ອມ​ກັນ ນັ້ນ, ປະທານ​ສະມັດຊາ​ໃຫຍ່ສະ ໄໝ​ ທີ 77 ໄດ້​ເນັ້ນ​ຍ້ຳ​ເຖິງ​ຄວາມ​ຈຳ ເປັນ​ໃນ​ການ​ຊອກ​ຫາ​ວິທີ​ທາງ​ແກ້​ໄຂ​ບັນຫາ​ສິ່ງ​ທ້າ​ທາຍ​ສາກົນ ດ້ວຍ​ຄວາມ​ສາມັກຄີ, ມີ​ຄວາມ​ຍືນ​ຍົງ ແລະ ດ້ວຍ​ວິທະຍາສາດ ເພາະ​ໂລກ​ຂອງ​ເຮົາ​ໃນ​ປັດຈຸບັນ ກຳລັງ​ຕົກ​ຢູ່​ໃນ​ສະພາບ​ການ​ຊໍ້າ​ເຮື້ອ ທີ່​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ສຸກ​ເສີນ​ທາງ​ດ້ານ​ມະນຸດສະທຳ ເນື່ອງ​ຈາກ​ບັນຫາ​ການ​ປ່ຽນແປງ​ຂອງ​ສະພາບ​ດິນ​ຟ້າ​ອາກາດ, ພະ ຍາດ​ໂຄ​ວິດ-19 ແລະ ຂໍ້​ຂັດ​ແຍ່ງ​ຕ່າງໆ ທີ່​ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້​ເກີດ​ມີ​ໄພ​ອຶດຫິວ​ໃນ​ທົ່ວ​ໂລກ ຢູ່​ໃນ​ລະດັບ​ທີ່​ຮ້າຍ​ແຮງ. ໃນ​ມື້​ດຽວ​ກັນ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ກໍ​ໄດ້ ​ເຂົ້າ​ຮ່ວມ​ກ່າວ​ຄຳ​ເຫັນ​ໃນກອງ​ ປະຊຸມ​ລະດັບ​ສູງ​ຂອງ​ກຸ່ມ​ເພື່ອນ​ມິດ ​ເພື່ອ​ສະໜັບສະໜູນ​ຂໍ້​ລິ​ເລີ່ມ​ດ້ານ​ການ​ພັດທະນາ ທີ່ ທ່ານ ສີ ຈິ້ນ​ຜິງ (Xi Jinping), ປະທານ​ປະເທດ ແຫ່ງ ​ສປ ຈີນ ໄດ້​ປະ ກາດ​ໃນ​ປີຜ່ານມາ (Group of Friends of Global Development Initiative: GDI) ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ຫວັງ ອີ (Wang Yi), ທີ່​ ປຶກສາ​ແຫ່ງ​ລັດ, ລັດຖະມົນຕີກະ ຊວງ​ການ​ຕ່າງປະເທດ ແຫ່ງ ​ສປ ຈີນ; ພ້ອມ​ນັ້ນ​ຍັງ​ໄດ້​ພົບ​ປະ ​ສອງ​ຝ່າຍ​ກັບ ທ່ານ ເຈ​ຮູນ ບາຍ​ຣາ​ມອບ (Jeyhun Bayramov), ລັດຖະມົນຕີກະຊວງການ​ຕ່າງ ປະເທດ ແຫ່ງ​ສາທາລະນະ​ລັດ ອາ​ແຊກ​ໄປ​ຈານ (Azerbaijan) ແລະ ທ່ານ ນິ​ໂກ​ລາ ເຊລາ ​ໂກ​ວິກ (Nikola Selakovic), ລັດຖະມົນຕີ​ກະຊວງ​ການ​ຕ່າງ ປະເທດ​ແຫ່ງ​ສາທາລະນະ​ລັດ ແຊກ​ບີ (Serbia) ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ກໍ​ຄື​ບັນຫາ​ພາກ​ພື້ນ ແລະ ສາກົນ​ທີ່​ມີ​ຄວາມ​ສົນໃຈ​ຮ່ວມ​ກັນ. ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ມີ​ກຳນົດ​ຈະ​ຂຶ້ນ​ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມ​ພາກ​ອະພິປາຍ​ທົ່ວ​ໄປ​ຂອງ​ສະມັດຊາ​ໃຫຍ່ ​ສປຊ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 24 ກັນຍາ 2022. ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ລາວ​ຍັງ​ຈະ​ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມ​ລະດັບ​ສູງ​ປິ່ນ​ອ້ອມ​ຕ່າງໆ ເຊັ່ນ: ກອງ​ປະ ຊຸມ​ລັດຖະມົນຕີ​ການ​ຕ່າງປະເທດ​ອາ​ຊຽນ​ແບບ​ບໍ່​ເປັນ​ທາງ​ການ, ກອງ​ປະຊຸມ​ລັດຖະມົນຕີ​ຂອງ​ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ, ກອງ​ປະຊຸມ​ລັດຖະມົນຕີ​ກຸ່ມ 77 ແລະ ຈີນ, ກອງ​ປະຊຸມ​ລັດຖະມົນຕີ​ກຸ່ມ​ປະເທດ​ດ້ອຍ​ພັດທະນາ (LDC) ແລະ ກອງ​ປະຊຸມ​ລັດຖະມົນຕີ​ກຸ່ມ​ປະເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະເລ ແລະ ອື່ນໆ. ນອກຈາກ​ນີ້, ຫົວໜ້າຄະນະ ​ ຜູ້​ແທນ​ລາວ ຍັງ​ມີ​ກຳນົດຈະພົບ ​ປະ​ສອງ​ຝ່າຍ​ກັບ​ຫົວໜ້າ​ຄະນະ ​ຜູ້​ແທນ​ຂອງ​ບາງ​ປະເທດ ແລະ ອົງ​ການຈັດຕັ້ງ​ສາກົນ​ຈຳນວນໜຶ່ງ. ຂ່າວ; ພາບ: ກົມ​ການ​ຂ່າວ ກະຊວງ​ການ​ຕ່າງປະເທດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ