ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມ 213 ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານ ​ນຳພາ-ບັນຊາ ​ຂັ້ນ​ສູນ​ກາງ ແລະ ກະຊວງ​ຄຸ້ມ​ຄອງ
ເວລາອອກຂ່າວ: 2022-09-22 09:18:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 258 | ຄວາມນິຍົມ:



ກອງ​ປະຊຸມ​ທາບ​ທາມ​ສ້າງ​ແຜນການ​ກຳນົດ​ພະນັກງານ​ນຳພາ-ບັນຊາ​ຂັ້ນ​ສູນ​ກາງ ແລະ ກະຊວງ​ຄຸ້ມ​ຄອງ ຢູ່​ຄະນະ​ພັກ​ອົງການ​ກົມ 213 ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 21-22 ກັນຍາ 2022 ນີ້, ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ​ສະຫາຍ ພົນ​ຕີ ​ປອ ວັນ​ທອງ ຈັນທະ​ວົງ ເລຂາ​ຄະນະ​ພັກ ຫົວໜ້າ​ກົມ 213, ມີ​ສະຫາຍ ພັນ​ເອກ ແປ້ນ​ຄຳ ບຸດ​ຈັນ​ ແພງ ຫົວໜ້າ​ກົມ​ໂຄສະນາ​ອົບ ຮົມ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກົມ, ໜ່ວຍ​ງານ​ຈາກ​ກະຊວງ, ຄະນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກ, ບັນດາ​ຜູ້​ແທນ​ກອງ​ປະຊຸມ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຕີ ​ປອ ທອງ​ວັນ ຈັນທະ​ວົງ ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ວ່າ: ການ​ດຳເນີນ​ກອງ​ປະຊຸມ​ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະ ນັກງານ​ນຳພາ​ບັນຊາ​ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ ແລະ ​ກະຊວງ​ຄຸ້ມ​ຄອງ​ຢູ່​ກົມ 213 ໃນ​ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ທີ່​ສຸດ ເຊິ່ງ​ເປັນ​ການ​ເລືອກເຟັ້ນ​ເປົ້າ​ໝາຍ​ເພື່ອ​ຈັດ​ວາງ​ເຂົ້າ​ໃນ​ໂຄງ​ປະກອບ​ຕຳແໜ່ງ​ງານ​ຂັ້ນ​ຕ່າງໆ ຢູ່​ກົມ 213 ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ຄຸ້ມ​ຄອງ, ແນ່​ໃສ່​ຮັບປະກັນ​ລັກ ສະນະ​ສືບ​ທອດ​ປ່ຽນ​ແທນ​ຕໍ່​ເນື່ອງ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ​ທັງ​ເປັນ​ການ​ກະກຽມ​ບຸ​ຄະລາ​ກອນ​ໃກ້​ແກ່​ກອງ​ປະຊຸມ​ໃຫຍ່ ຂອງ​ພັກ​ ໃນ​ທົ່ວ​ອົງຄະ​ນະ​ພັກ​ກະ ຊວງ​ປ້ອງ​ກັນ​ປະເທດ, ວຽກ​ງານ ​ສ້າງ​ແຜນ​ກຳນົດ​ພະນັກງານ​ແມ່ນ​ເປັນ​ການ​ປະຕິບັດ​ແນວທາງຈັດ​ ຕັ້ງ​ຂອງ​ພັກ, ເປັນ​ຂອດ​ຕັດສິນ​ເຖິງ​ຜົນ​ໄດ້ຜົນ​ເສຍ​ໃນ​ການຈັດ ຕັ້ງ​ປະຕິບັດ​ແນວທາງ​ແຜນ​ນະໂຍ ບາຍ​ລວມ​ຂອງ​ພັກ, ຍ້ອນ​ແນວ​ນັ້ນ​ສູນ​ກາງ​ພັກ ກໍ​ຄືຄະນະ​ພັກ​ກະຊວງຍາມ​ໃດ​ກໍໃຫ້ຄວາມ​ສຳ ຄັນ ​ແລະ ​ເອົາໃຈໃສ່ຊີ້ນຳເປັນພິ ເສດ​ໃນ​ການ​ສ້າງ​ແຜ່ນກຳນົດພະ ນັກງານເພື່ອຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງຕ້ອງການໃນ ໜ້າທີ່​ການເມືອງ​ຂອງ​ກອງທັບ ​ກໍ​ຄື​ ພາລະກິດ​ປ່ຽນແປງ​ໃໝ່ຂອງ ພັກ. ໂອກາດ​ດັ່ງກ່າວ ສະຫາຍ ພັນ​ເອກ ບຸນ​ຕຽນ ໄຊ​ຍຳ​ວົງ​ທັນ ຮອງ​ເລຂາ​ຄະນະ​ພັກ ຮອງ​ຫົວໜ້າ​ກົມ 213 ໄດ້​ສະຫຼຸບ​ຕີ​ລາຄາ​ການ​ສ້າງ ແລະ ປະຕິບັດ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ ຢູ່​ກົມ213 ໃນ​ໄລຍະ​ຜ່ານ​ມາ ເຊິ່ງ​ຄະນະ​ພັກ​ແຕ່​ລະ​ຂັ້ນ​ແມ່ນ​ໄດ້​ຖື​ສຳຄັນ​ການ​ສ້າງ​ແຜນ​ກຳນົດ​ພະນັກງານ​ເປັນ​ວຽກ​ໜຶ່ງ​ທີ່​ສຳ ຄັນ​ຂອງ​ວຽກ​ງານ​ພະນັກງານ ປະກອບສ່ວນ​ເຮັດ​ໃຫ້​ວຽກ​ງານ​ດັ່ງກ່າວ​ປະຕິບັດ​ສອດຄ່ອງ​ກັບ​ມາດຖານ ​ແລະ​ ເງື່ອນໄຂ​ທີ່​ກຳ ນົດ​ໃນ​ກົດໝາຍ ແລະ ລະບຽບ​ການ​ທີ່​ກ່ຽວຂ້ອງ ແມ່ນ​ຄວາມ​ຜິດ​ຊອຍ​ການເມືອງ​ຂອງ​ຄະ ນະ​ພັກ​ແຕ່​ລະ​ຂັ້ນ​ໃນ​ການ​ວາງ​ແຜນ​ດ້ານ​ບຸກ​ຄະລາ​ກອນ​ເພື່ອ​ຕອບ​ສະໜອງ​ຕາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ໃນ​ສະ ເພາະ​ໜ້າ ​ແລະ​ ຍາວ​ນານ, ເອົາ ໃຈໃສ່​ຄົ້ນຄວ້າ​ເຊື່ອມ​ຊຶມ​ບັນດາ ມະຕິ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ແລະ ຄຳ​ແນະນຳ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ສ້າງ ແລະ ປະຕິບັດ​ແຜນ​ກຳນົດ​ພະນັກງານ​ຢ່າງ​ເລິກເຊິ່ງ ແລະ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຢູ່​ໃນ​ກົມ​ກອງ​ຂອງ​ຕົນ​ຢ່າງ​ຖືກຕ້ອງ ແລະ ມີ​ຜົນສຳເລັດ​ດີ, ເອົາໃຈໃສ່​ຊີ້​ນຳ-ນຳພາ​ສ້າງ ແລະ ປະຕິບັດ​ແຜນ​ກຳນົດ​ພະນັກງານ​ນຳພາ​ບັນຊາ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ເປັນ​ເຈົ້າ​ການ,ບົນ​ພື້ນຖານ​ເສີມ​ຂະຫຍາຍ​ປະຊາ ທິປະໄຕ​ຢ່າງ​ກວ້າງຂວາງ​ໂດຍ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ​ໃນ​ການ​ຄົ້ນຄວ້າ​ປະກອບ​ຄຳ​ເຫັນ​ແລະ ລົງ​ຄະແນນ​ສຽງ​ຕໍ່​ເປົ້າ​ໝາຍ​ທີ່​ຈະ​ເຂົ້າ​ໃນ​ແຜນ​ກຳນົດ​ພະນັກງານ​ແຕ່​ລະ​ປະເພດ. ແຜນ​ກຳນົດ​ພະນັກງານ​ດັ່ງກ່າວ​ໄດ້​ເປັນ​ບ່ອນ​ອີງ​ສຳຄັນ​ໃນ​ການ​ວາງ​ແຜນການ​ເພື່ອ​ບຳລຸງ-ກໍ່ສ້າງ​ພະນັກງານ​ໃນ​ແຕ່​ລະ​ດ້ານ ແລະ​ສັບ​ຊ້ອນ​ຈັດ​ວາງ​ພະນັກງານ​ໃສ່​ຕຳແໜ່ງ​ງານ​ໃຫ້​ຖືກຕ້ອງ​ກັບ​ມາດຖານ ແລະ ​ເງື່ອນໄຂ​ທີ່​ໄດ້​ກຳນົດ​ໃນ​ກົດໝາຍ ​ແລະ ​ລະບຽບ​ການ​ທີ່​ກ່ຽວຂ້ອງ​ເປັນ​ການ​ແກ້​ໄຂ​ສະພາບ​ຫຍໍ້​ທໍ້ທີ່​ວ່າ: ການ​ສ້າງ​ພະນັກງານ​ບໍ່​ມີ​ທິດ​ເລັ່ງ, ບໍ່​ມີ​ເປົ້າ ​ໝາຍ ແລະ ສັບ​ຊ້ອນ, ຈັດ​ວາງ​ພະ ນັກງານ​ຕາມ​ລັກສະນະ​ປະຊາທິ ປະໄຕ​ ແລະ​ ຮູບ​ການ. ຈາກ​ນັ້ນ, ສະຫາຍ ພັນ​ເອກ ແປ້ນ​ຄຳ ບຸດ​ຈັນ​ແພງ ກໍ​ໄດ້​ຂຶ້ນ ​ຜ່ານ​ມະຕິ ວ່າ​ດ້ວຍ​ວຽກ​ງານ​ສ້າງ​ແຜນ​ກຳນົດ ແລະ ມາດຖານ ພະນັກງານ​ນຳພາ-ຄຸ້ມ​ຄອງ, ພ້ອມ​ກັນ​ນັ້ນ, ຜູ້​ແທນ​ກອງ​ປະ ຊຸມ​ກໍ​ໄດ້​ພ້ອມ​ກັນ​ໃຊ້​ສິດ​ປະຊາ ທິປະໄຕ​ປ່ອນ​ບັດ​ທາບ​ທາມ​ເອົາ ພະນັກງານ​ນຳພາ-ບັນຊາ​ຂັ້ນ​ສູນ​ກາງ ແລະ ຂັ້ນ​ກະຊວງ​ຄຸ້ມ​ຄອງ ເພື່ອ​ບັນຈຸ​ເຂົ້າ​ໃນ​ແຜນ​ກຳນົດ. ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ຈະ​ໄດ້​ດຳເນີນ​ໄປ​ເປັນ​ເວລາ 2 ວັນ​ຈຶ່ງ​ຈະ​ສຳເລັດ​ຕາມ​ແຜນການ. ໂດຍ: ນາງ ຈ່ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ