ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ ພົບ​ປະ​ໂອ້​ລົມ​ພະນັກງານ​ຫຼັກ​ແຫຼ່ງ​ກອງພັນ​ປັດ​ໄຈ
ເວລາອອກຂ່າວ: 2022-09-22 09:14:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 236 | ຄວາມນິຍົມ:



​ວັນ​ທີ 16 ກັນຍາ 2022 ນີ້, ສະຫາຍ ພົນ​ຈັດຕະວາ ພັນແສງ ບຸນ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສ ນາ​ທິ​ການ​ກອງທັບ ໄດ້​ພົບ​ປະ​ໂອ້​ລົມຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ປັດ​ໄຈ ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ໂທ ສຸ​ລິ​ວົງ ທອງຄຳ ຫົວໜ້າ ການເມືອງ​ກອງພັນ​ປັດໄຈ​ພ້ອມ​ດ້ວຍ​ຄະນະ ແລະ ໄດ້​ລາຍງານສະ ພາບ​ການ​ລວມ​ຂອງ​ກົມ​ກອງ​ໂດຍ​ຫຍໍ້. ໂອກາດ​ນີ້, ສະຫາຍຮອງຫົວ ໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງ ທັບ ກໍ​ໄດ້​ເນັ້ນ​ໜັກ​ຫຼາຍ​ບັນຫາ​ທີ່​ສຳຄັນ​ຕໍ່​ການເຄື່ອນໄຫວເຮັດ ​ໜ້າທີ່​ຂອງ​ກອງພັນ​ປັດ​ໄຈ ເປັນ ຕົ້ນ​ແມ່ນ​ວຽກ​ງານ​​​ຂະຫຍາຍມູນ ເຊື້ອ​ຂອງ​ກົມ​ກອງ​ໃຫ້​ເປັນ​ໜ້າທີ່​ຫຼັກ​ຂອງ ຄະນະ​ພັກ-ຄະນະ​ບັນຊາ ແລະ ພະນັກງານ-ນັກຮົບ​ແຕ່ລະ ​ສະຫາຍ ເຊິ່ງ​ແມ່ນຄວາມຈຳ ເປັນ​ພາວະ​ວິໄສ​ທີ່​ຈະ​ຕ້ອງ​ໄດ້​ສຸມ​ໃສ່​ເຮັດ​ລ້ອນ​ທຸກ​ໜ້າທີ່​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ, ຕື່ນ​ຕົວ​ປະກອບສ່ວນ​ຫ້າວຫັນ​ຕໍ່ ໜ້າ​ທີ່​ວຽກ​ງານ​ໂດຍ​ພາຍໃຕ້​ ການ​ຊີ້​ນາ-ນຳພາ​ຂອງ ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ, ເອົາໃຈໃສ່​ສືກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກ ງານ​ສະມາຊິກ​ພັກ-ນັກຮົບ​ໄດ້​ຮັບ​ຮູ້​ເຂົ້າໃຈ, ເຊື່ອມ​ຊຶມ-ກຳ​ແໜ້ນ​ແນວທາງ​ຂອງ​ພັກ-ລັດ, ຮູ້​ວິທີ​ຈັດ​ຕັ້ງ ແລະ ຜັນ​ຂະຫຍາຍ​ບັນດາ​ແນວທາງ, ແຜນ​ນະໂຍບາຍ, ລະ ບຽບ​ກົດໝາຍ ຂໍ້​ກຳນົດ​ກົດ​ລະ ບຽບ, ມະຕິ​ຕ່າງໆ​ຂອງກອງທັບ, ມູນເຊື້ອ​ຂອງ​ຊາດ, ຂອງ​ພັກ ແລະ ​ຂອງ​ກອງທັບ, ເອົາໃຈໃສ່ປັບ ປຸງ​ແບບແຜນ​ວິທີ​ເຮັດ​ວຽກ, ເສີມ​ ຂະຫຍາຍ​ປະຊາທິປະໄຕເຮັດ​ ວຽກ​ເປັນ​ໝູ່​ຄະນະ, ແບ່ງ​ວຽກ​ໃຫ້​ບຸກຄົນ​ຮັບຜິດຊອບ, ມີ​ ຄວາມ​ ສາມັກຄີ​ເປັນ​ເອກະພາບ, ພະນັກ ງານ​ຫຼັກ​ແຫຼ່ງ​ຕ້ອງ​ມີ​ຄວາມຮັບ ຜິດຊອບ​ສູງ​ໃນ​ການ​ຊີ້​ນຳ-ນຳພາ, ເອົາໃຈໃສ່​ຕໍ່​ວຽກ​ງານ​ກໍ່ສ້າງ​ພັກ-ກໍ່ສ້າງ​ພະນັກງານ ໂດຍຕິດ​ພັນ​ກັບ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ ຖື​ເອົາ​ການ​ປັບປຸງພັກ​ສ້າງ​ໜ່ວຍ​ພັກ​ໃຫ້​ກາຍເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ເນັ້ນ​ດ້ານ​ປະລິມານ ແລະ ​ຄຸນ​ ນະ​ພາບ, ສ້າງ​ໃຫ້​ໄດ້ພະນັກ ງານ​ສືບ​ທອດ​ປ່ຽນ​ແທນ, ເອົາໃຈໃສ່​ວຽກ​ງານ​ອົບຮົມ​-ຫັດ​ແອບ ປັບ ປຸງ​ລະບຽບ​ແບບແຜນເຝິກ​ຝົນ​ກຳລັງ​ແຮງ​ກາຍ​ໃຫ້​ນາຍ ແລະ ພົນທະຫານ​ເປັນ​ປົກກະຕິ ຕິດ​ພັນ​ກັບ​ມູນເຊື້ອ​ຂອງ​ກົມ​ກອງຫັນ​ເຂົ້າ​ສູ່​ລະບຽບ​ແບບແຜນ​ໃຫ້​ທັນ​ສະໄໝ, ການ​ກຽມພ້ອມ​ສູ້​ຮົບ ແລະ​ສູ້​ຮົບ​ມີ​ໄຊ ໄປ​ຄຽງ​ຄູ່​ກັບ​ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ແລະ​ສ້າງ​ພະລາທິການ​ກັບ​ທີ່ ໂດຍ​ສຸມ​ໃສ່​ການ​ປູກຝັງ-ລ້ຽງສັດ ສ້າງ​ລາຍ​ຮັບ​ເຂົ້າ​ກົມ​ກອງ ເຮັດ​ໃຫ້​ກົມ​ ກອງ​ມີ​ການ​ພັດທະນາ​ທີ່​ດີ​ຂຶ້ນ. ຈາກ​ນັ້ນ, ກໍ​ໄດ້​ມອບ​ເງິນ ແລະ ອຸປະກອນ​ກິລາ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ 8 ລ້ານ​ກີບ​ໃຫ້​ກອງ ພັນ​ປັດ​ໄຈ​ ຕື່ມ​ອີກ. ໂດຍ: ສົມ​ຮັກ ຈັນທະ​ວົງສາ ​



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ