ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະ​ແນກ​ຊາວ​ໜຸ່ມ ກອງ​ພົນ​ທີ 1 ຈັດ​ກິດຈະກຳ​ຖາມ-ຕອບ ຄວາມ​ຮູ້​ຮອບ​ຕົວ
ເວລາອອກຂ່າວ: 2022-09-21 10:10:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 66 | ຄວາມນິຍົມ:



ວັນ​ທີ 9 ກັນ​ຍາ 2022, ພະແນກ​ຊາວ​ໜຸ່ມ ກອງ​ພົນ​ທີ 1 ໄດ້ຈັດກິດຈະກຳຖາມ-ຕອບ ຄວາມ​ຮູ້​ຮອບ​ຕົວກ່ຽວ​ກັບປະ ຫວັດສາດ​ມູນເຊື້ອ​ຂອງ​ພັກ, ຂອງ​ລັດ, ກອງທັບ ແລະ ຂອງ​ກົມ​ກອງ, ໂດຍ​ມີ ສະຫາຍ ພັນ​ເອກ ວົງ​ຈັນ ພັນ​ຈັນທະ​ມານ ຫົວໜ້າ​ການເມືອງ ກອງ​ພົນ​ທີ 1, ມີ ຄະນະ​ພັກ - ຄະນະ​ບັນຊາ ອົງການ, ກົມ​ກອງ ແລະ ສະມາຊິກ​ຊາວ​ໜຸ່ມ - ແມ່ຍິງ ເຂົ້າ​ຮ່ວມ. ການ​ຈັດ​ກິດຈະກຳ​ໃນ​ຄັ້ງ​ນີ້, ໂດຍ​ລວມ​ແລ້ວ​ແມ່ນ​ເປັນ​ການ​ເສີມ​ສ້າງ​ທັກ​ສະ​ທາງ​ດ້ານ​ມັນ ສະໝອງ ແລະ ເຝິກຝົນ​ຫຼໍ່​ຫຼອມ​ສະມາຊິກ​ຊາວ​ໜຸ່ມ​ໄປ​ພ້ອມໆ​ກັນ ທັງ​ເປັນ​ການ​ທົບ​ທວນ​ຫວນ​ຄືນ​ສ້າງ​ໃຫ້​ມີ​ຄວາມ​ຈື່​ຈຳ ແລະ ຮັບ​ຮູ້​ໄດ້​ເຖິງ​ຄວາມໝາຍ​,ຄວາມ​ສຳ ຄັນ​ຂອງ​ວັນ​ປະຫວັດສາດ​ສຳຄັນ​ຕ່າງໆ ເພື່ອ​ເຮັດ​ໃຫ້ ພະນັກງານ - ນັກຮົບ ກໍ​ຄື ສະມາຊິກ​ຊາວ​ໜຸ່ມ - ແມ່ຍິງ ມີ​ແນວ​ຄິດ​ການເມືອງ​ໜັກ ​ແໜ້ນ, ມີ​ຄຸນສົມບັດ-ສິນ​ທຳ​ປະ ຕິວັດ, ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ​ຕໍ່ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ທີ່​ໄດ້​ຮັບ​ມອບ​ໝາຍ, ທັບ​ມ້າງ​ທຸກ​ກົນ ອຸບາຍ ເລ່ລ່ຽມ​ຂອງ​ສັດຕູ ແລະ ຕອບ​ຕ້ານ​ໄພ​ຄຸກ​ຄາມ​ທາງ​ສັງ ຄົມ, ພ້ອມ​ກັນ​ສ້າງ​ກອງທັບ​ໃຫ້​ ເຂັ້ມແຂງ, ປະເທດ​ຊາດ​ໃຫ້​ມີ​ ຄວາມ​ສະຫງົບ​ສຸກ ແລະ ຮຸ່ງ ເຮືອງ​ສີວິໄລ ຕະຫຼອດ​ໄປ. ຜ່ານ​ການ​ດຳເນີນ​ການ​ແຂ່ງ ຂັນ​ກິດຈະກຳຖາມ-ຕອບ ດັ່ງ ກ່າວ, ມີ​ສະມາຊິກ​ຊາວ​ໜຸ່ມ​ທີ່​ ກ້າຫານຕອບ​ຄຳ​ຖາມໄດ້​ຈຳ ນວນ​ຫຼາຍ ແລະ ຖືກຕ້ອງຕາມ​ຈຸດປະສົງ​ຄາດໝາຍ, ເຊິ່ງ​ອັນ​ດັບ 1 ໄດ້ແກ່ຄະນະ​ໜ່ວຍ​ຊາວ​ໜຸ່ມ​ຫ້ອງ​ພະລາທິການ, ອັນ​ດັບ 2 ໜ່ວຍ​ຊາວ​ໜຸ່ມ​ກອງພັນ​ຊ່າງ​ແສງ 561 ແລະ ອັນ​ດັບ 3 ໜ່ວຍ​ຊາວ ​ໜຸ່ມ​ຫ້ອງການ​ບໍລິຫານ. ສ່ວນ​ລາງວັນ​ທີ່​ນຳ​ມາ​ມອບ​ແມ່ນ​ອຸປະ ກອນ​ການ​ຮຽນ-ການ​ສຶກ​ສາ. ໂດຍ: ຕິກ ມູນ​ຄຳ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ