ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຊື່ອມ​ຊຶມ​ມູນເຊື້ອ​ວັນ​ສ້າງຕັ້ງ​ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ ຄົບຮອບ 20 ປີ
ເວລາອອກຂ່າວ: 2022-09-21 09:48:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 104 | ຄວາມນິຍົມ:



ໄລຍະ​ຕົ້ນ​ເດືອນ​ກັນຍາ​ຜ່ານ​ມາ, ມີ​ຫຼາຍ​ພາກສ່ວນ​ໄດ້​ຈັດ​ຕັ້ງ​ສະເຫຼີມສະຫຼອງ ແລະ ເຊື່ອມ​ຊຶມ​ມູນເຊື້ອ​ວັນ​ສ້າງຕັ້ງສະ ຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ ຄົບຮອບ 20 ປີ ໃນ​ນັ້ນ,​ ມີ: ກອງ ​ບັນຊາ​ການ​ທະຫານ ​ແຂວງຜົ້ງ ​ສາລີ, ແຂວງ​ບໍ​ລິ​ຄຳໄຊ, ເມືອງ ພຽງ ​ແຂວງ​ໄຊ​ຍະ​ບູ​ລີ, ສະຫະ ພັນ​ນັກຮົບ​ເກົ່າ​ແຂວງ​ຄຳມ່ວນ ແລະ ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ອຸດົມ​ໄຊ. ຢູ່​ແຕ່​ລະ​ບ່ອນ​ໄດ້​ຫວນຄືນ​ ມູນເຊື້ອ​ການ​ກຳເນີດ​ເຕີບ​ໃຫຍ່​ ຂະຫຍາຍຕົວ, ລວມ​ທັງ​ຜົນງານ ແລະ ໄຊຊະນະ​ທີ່​ສະຫະພັນ​ນັກ ຮົບ​ເກົ່າ​ແຫ່ງ​ຊາດ​ລາວ ສ້າງມາ​ ໄດ້​ໃນ​ໄລຍະ 20 ປີຜ່ານມາ, ມູນ ເຊື້ອ​ຂອງ​ນັກຮົບ ໄດ້​ຕິດ​ພັນກັບ​ ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ການ​ປະຕິວັດ​ລາວ, ຕິດ​ພັນ ​ກັບປະຫວັດສາດການ​ຕໍ່ສູ້ອັນ ​ອົງອາດ​ກ້າຫານ, ຍືດ​ເຍື້ອຍາວ​ ນານ​ຂອງ​ກອງທັບ ແລະ ປະຊາ ຊົນ​ລາວ​ບັນດາເຜົ່າ ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ສະຫະພັນ​ນັກຮົບ​ເກົ່າ​ລາວ​ໄດ້​ສ້າງ​ວິລະ​ກຳ​ອັນ​ລ້ຳ​ເລີດ, ຜົນງານ​ອັນ​ຍິ່ງ​ໃຫຍ່ ແລະ ມູນເຊື້ອ​ອັນ​ສະຫງ່າ​ອົງອາດ​ສືບ​ທອດ​ກັນ​ມາ, ໃນ​ພາລະກິດ​ຂອງ​ການ​ປະຕິວັດ​ຊາດ​ປະຊາທິປະໄຕ, ມີ​ຫຼາຍ​ສະຫາຍ​ໄດ້​ເສຍສະຫຼະ​ຊີວິດ, ຖືກ​ບາດເຈັບ​ເສຍ​ອົງຄະ, ມີ​ຫຼາຍ​ສະຫາຍ​ໄດ້​ກາຍເປັນ​ວິລະ​ຊົນ​ແຫ່ງ​ຊາດ, ນັກຮົບ​ແຂ່ງຂັນ, ກາຍເປັນ​ພະນັກງານ​ການ​ນຳ​ຢູ່​ຕາມ​ກະຊວງ, ອົງການ, ກົມ​ກອງ, ຂະແໜງການ ແລະ ທ້ອງ ຖິ່ນ​ຕ່າງໆ​ໃນ​ຂອບ​ເຂດທົ່ວ​ປະ ເທດ, ແຕ່​ບັນດາ​ສະຫາຍ​ເຫຼົ່ານັ້ນ, ຍາມ​ໃດ​ກໍ​ໄດ້​ເສີມ​ຂະຫຍາຍ​ທາດ​ແທ້, ມູນເຊື້ອ​ນັກຮົບ​ປະຕິວັດ, ທຸ່ມ​ເທ​ເຫື່ອແຮງ, ສະຕິ​ປັນຍາ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ. ພາຍຫຼັງ​ສະຫະພັນ​ນັກຮົບ​ເກົ່າ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 9 ກັນຍາ 2002 ກໍ​ໄດ້​ປະຕິບັດ​ບົດບາດ​ໃນ​ການ​ສຶກ​ສາ​ອົບຮົມ​ໃຫ້​ສະມາຊິກ​ນັກຮົບ​ເກົ່າ​ປົກ​ປັກ​ຮັກສາ ແລະ ເສີມຂະ ຫຍາຍ​ທາດ​ແທ້​ມູນເຊື້ອ​ປະຕິວັດ, ເປັນ​ຕົວ​ແທນ​ປົກປ້ອງສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ນັກຮົບ​ເກົ່າ​ຕາມ​ແນວທາງ, ແຜນ ​ນະໂຍບາຍຂອງ​ພັກ-ລັດ, ປຸກ ລະດົມ​ຖັນ​ແຖວນັກຮົບ​ເກົ່າປະ ກອບສ່ວນ​ເຂົ້າ​ໃນ​ການຄຸ້ມຄອງ ​ລັດ, ຄຸ້ມ​ຄອງ​ສັງຄົມ, ສ້າງເສດ ຖະກິດ, ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່, ແກ້​ໄຂ​ຄວາມທຸກ​ຍາກ ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງຂອງ​ ສະຫະພັນ​ນັກຮົບ​ເກົ່າ​ນັບ​ມື້​ດີຂຶ້ນ ແລະ ປະຕິບັດ​ແນວທາງການ​ ຕ່າງ​ປະເທດ​ຂອງ​ພັກ​ຢ່າງ​ຖືກ ຕ້ອງ​ ສະເໝີ​ຕົ້ນ​ສະເໝີ​ປາຍ. ສ່ວນ​ການ​ນຳ​ແຂວງຈຳປາ​ ສັກ ແລະ ການ​ນຳ​ສະຫະພັນນັກ ຮົບ​ເກົ່າ​ແຂວງ ພ້ອມ​ດ້ວຍການ​ ນຳກອງບັນຊາການທະຫານ ​ແຂວງ, ​ປກສ ແຂວງ, ຕາງໜ້າອົງ​ການຈັດຕັ້ງ​ທຸກ​ຂະແໜງການ, ໄດ້​ເຂົ້າ​ວາງ​ພວງມາລາ ​ຢູ່​ອະນຸ ສາວະລີ​ນັກຮົບນິລະນາມ ແລະ ວາງ​ກະຕ່າ​ດອກ​ໄມ້​ຢູ່​ອະນຸສອນ​ສະຖານ​ປະທານ ໄກສອນ ພົມ ວິຫານ ທີ່​ສະໜາມ​ແດງ​ນະຄອນ​ປາກ​ເຊ ແລະ ການ​ນຳ​ແຂວງ​ໄຊ​ຍະ​ບູ​ລີ ກໍ​ໄດ້​ເຂົ້າ​ວາງ​ພວງມາລາ ຢູ່ສຸສານທະຫານ​ແຂວງ ເພື່ອ​ເປັນ​ການສະແດງ​ຄວາມ​ເຄົາລົບ​ຮັກ, ສະແດງ​ຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ຕໍ່​ຜົນງານ, ຄຸນງາມຄວາມດີຂອງ​ ພະນັກງານ-ນັກຮົບ ທີ່​ໄດ້​ເສຍສະ ຫຼະ​ຊີວິດ​ເລືອດ​ເນື້ອ​ ເພື່ອ​ພາລະ ກິດ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​ໃນ​ເມື່ອ​ກ່ອນ ກໍ​ຄືປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ