ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນຳ້ໃຈຈາກທີມງານ ອັອບ-ໂຣດ 4x4 (OFF-ROAD 4x4 )ຈຳປາສັກ
ເວລາອອກຂ່າວ: 2022-09-21 09:36:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 664 | ຄວາມນິຍົມ:



ວັນ​ທີ 12 ກັນຍາ 2022 ນີ້, ທີມ​ງານ ອັອບ-ໂຣດ 4X4 (OFF-ROAD 4x4 )ຈຳປາ​ສັກ ນຳ​ໂດຍ ສະຫາຍ ​ປອ ອຳ ນວຍ ເຮືອງ​ວົງສາ ຮອງ​ເລ ຂາ​ພັກ​ເມືອງ ຜູ້​ຊີ້​ນຳ​ວຽກ​ງານ​ການເມືອງ, ພັກ-ພະນັກງານ ແລະ ອົງ​ການຈັດຕັ້ງ​ມະຫາຊົນ, ສະຫະພັນ​ນັກຮົບ​ເກົ່າ​ເມືອງ​ບາ​ຈຽງ​ຈະເລີນ​ສຸກ ພ້ອມ​ຄະນະ, ໄດ້​ນຳ​ເອົາ​ຊີມັງ​ຈຳນວນ 1 ໂຕນ, ແຮ່​ຫີນ 5 ແມັດ​ກ້ອນ, ຊາຍ 5 ແມັດ​ກ້ອນ ແລະ ຈົກ, ຊວ້ານ ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ 2.500.000 ກີບ ມາ​ມອບ​ໃຫ້​ກອງພັນ​ທີ 4 ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ຂອງ​ກອງພັນ ໃຫ້​ແໜ້ນ​ໜາ​ຖາວອນ, ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ສະອາດ​ຈົບງາມທັງ​ນີ້ກໍ​ເພື່ອ​ເປັນການ​ສ້າງ​ຜົນງານ​ຂໍ່ານັບຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງ ທັບ, ເວົ້າ​ສະເພາະ ແມ່ນ​ວັນ​ ສ້າງຕັ້ງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ຄົບຮອບ 60 ປີ​ ທີ່​ໝູນວຽນ​ມາ​ຮອດ​ໃນ​ມໍ່ໆ​ນີ້ ໃຫ້​ມີ​ບັນຍາກາດ​ຟົດຟື້ນ ແລະ ປະສົບ​ຜົນສຳເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້. ການ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້, ສະ ຫາຍ ພັນ​ຕີ ສົມ​ພອນ ສິລິ​ກຸນ ຫົວໜ້າ​ການ​ທະຫານ ​ກອງພັນ​ທີ 4 ໄດ້​ຕາງໜ້າ​ໃຫ້​ແກ່​ຄະນະ​ກອງພັນ ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່ ສະຫາຍ ​ປອ ອຳນວຍ ເຮືອງ​ວົງສາ ພ້ອມ​ຄະນະ ທີ່​ໄດ້​ນຳ​ວັດຖຸ​ປັດ​ໄຈ​ມາ​ມອບ​ໃຫ້​ກົມ​ກອງ​ໃນ​ຄັ້ງ​ນີ້ ເຊິ່ງ​ປັດຈຸບັນ​ກົມ​ກອງ​ພວກ​ເຮົາ​ພວມ​ອອກແຮງ​ແຂ່ງຂັນ​ກັນ​ສ້າງ​ຜົນງານ​ຂໍ່ານັບ​ຮັບ​ຕ້ອນ ວັນ​ສ້າງຕັ້ງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ຄົບຮອບ 60 ປີ. ການ​ອຸປະຖຳ​ຊ່ວຍເຫຼືອ​ດັ່ງກ່າວ​ເປັນ​ການ​ປະ ກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ​ສະຖານທີ່​ຄ້າຍ​ຄູ​ນັບ​ມື້​ດີ​ຂຶ້ນ. ຈາກ​ນັ້ນ ໄດ້​ມອບ​ໃບ​ສົມ​ມະ​ນາ​ຄຸນ​ຂອງ​ໂຮງຮຽນ​ໃຫ້​ແກ່ ສະຫາຍ ​ປອ ອຳນວຍ ເຮືອງ​ວົງສາ ເພື່ອ​ຈາລຶກ​ຜົນງານ ແລະ ຄຸນງາມຄວາມດີ​ທີ່​ສະຫາຍ​ພ້ອມ​ຄະນະ​ໄດ້​ປະກອບສ່ວນ​ພັດທະນາ​ໂຮງຮຽນ ໃຫ້​ນັບ​ມື້​ເຕີບ​ໃຫຍ່​ເຂັ້ມ ແຂງ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ