ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊຽງ​ຂວາງ​ເກມ ກຳນົດ​ຮູບ​ແບບ​ແຂ່ງຂັນ 5 ໝວດ ເລີ່ມ 8 ພະຈິກ 2022
ເວລາອອກຂ່າວ: 2022-09-20 09:11:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ເປັນ​ທີ່​ແນ່ນອນ​ແລ້ວ​ວ່າ ຮູບ​ແບບ​ການ​ແຂ່ງຂັນ​ໃນ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ 11 ຫຼື ຊຽງ​ຂວາງເກມ ທີ່​ແຂວງ​ຊຽງ​ຂວາງ ໃນ​ທ້າຍ​ປີ​ນີ້, ຈະ​ແບ່ງ​ອອກ ​ເປັນ 5 ໝວດ ເຊິ່ງ​ໃນ​ແຕ່​ລະ 5 ໝວດ​ຈະ​ມີ​ກິລາຕ່າງໆ​ຕາມ​ຄວາມ ເໝາະ​ສົມ ເລີ່ມ​ແຂ່ງຂັນ​ແຕ່​ວັນ​ທີ 8 ພະຈິກ 2022 ເປັນຕົ້ນ​ໄປ. ອີງ​ຕາມ ກົມ​ກິລາ​ລະດັບ​ສູງ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ຫຼື ​ສສກ ໄດ້​ຈັດ​ກອງ​ປະຊຸມ​ເຕັກ ນິກ-ຈັດການ​ແຂ່ງຂັນ ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ເມື່ອ​ວັນ​ທີ 9 ກັນຍາ 2022 ທີ່​ຫ້ອງ​ປະຊຸມ​ຄະນະ​ກຳມະການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ ຫຼື ​ຄອລ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ແສງ​ພອນ ພົນ​ອາມາດ ຫົວໜ້າ​ກົມ​ກິລາ​ລະດັບ​ສູງ ກະ ຊວງ ​ສສກ ທັງ​ເປັນ​ຫົວໜ້າ​ກຳ ມະການ​ເຕັກນິກ-ຈັດການ​ແຂ່ງ ຂັນ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI, ມີ​ຄະນະ​ກຳມະການ ເຕັກນິກ-ຈັດການ​ແຂ່ງຂັນ, ບັນ ດາ​ຕາງໜ້າ​ສະຫະພັນ​ກິລາ​ແຫ່ງ​ ຊາດ ແລະ ພະນັກງານ​ທີ່​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ໂອກາດ​ດັ່ງກ່າວ ທ່ານ ແສງ​ ພອນ ພົນ​ອາມາດ ກ່າວ​ວ່າ: ກຳ ນົດ​ວັນ​ແຂ່ງຂັນ ຄະນະ​ຮັບຜິດ ຊອບ​ລະດັບ​ຊາດ ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ຊຸດ​ໃໝ່ ມີ​ຄວາມ​ເອກະ​ພາບ​ປັບປຸງ ກຳນົດ​ມື້​ເປີດ​ແມ່ນ​ເຫັນ​ດີ ວັນ​ທີ 13 ທັນວາ 2022 ແລະ ມື້​ປິດ ວັນ​ທີ 22 ທັນວາ 2022, ສ່ວນ​ຮູບ​ແບບ​ການ​ຈັດການ​ແຂ່ງຂັນ ໄດ້​ກຳນົດ​ເປັນ 5 ໝວດ ໂດຍ​ເລີ່ມ​ຕົ້ນ​ແຕ່​ວັນ​ທີ 8 ພະຈິກ 2022 ເພື່ອ​ແນໃສ່​ເປັນ​ຮູບ​ແບບ​ການ​ແຂ່ງຂັນ​ແບບ​ໃໝ່ ເຊິ່ງ​ຈຳກັດ​ມວນ​ຊົນ​ເຂົ້າ​ຊົມ ແລະ ຜູ້​ເຂົ້າ​ຮ່ວມ​ແຂ່ງຂັນ​ຈະ​ບໍ່​ຫຼາຍ​ຕາມ​ມາດ​ຕະການ​ປ້ອງ​ກັນ ໂຄ​ວິດ-19 ຂອງ​ຄະນະ​ສະເພາະ​ກິດ​ແຕ່​ລະ​ຂັ້ນ​ວ່າງ​ອອກ​ຢ່າງ​ເຂັ້ມ​ງວດ ກໍ​ຄື: - ໝວດ​ທີ 1 ແຂ່ງຂັນ​ທີ່​ສະໜາມ ​ກິລາ​ແຫ່ງ​ຊາດ ຫຼັກ 16 ນະ ຄອນຫຼວງ​ວຽງ​ຈັນ ລະຫວ່າງ ວັນ​ທີ 8-15 ພະຈິກ 2022 ປະ ກອບ​ມີ: ກິລາ​ລອຍນ້ຳ ແຂ່ງຂັນ​ວັນ​ທີ 10-14 ພະຈິກ 2022 ແລະ ຍິງ​ປືນ ແຂ່ງຂັນ​ວັນ​ທີ 08-15 ພະຈິກ 2022. - ໝວດ​ທີ 2 ແຂ່ງຂັນ​ທີ່​ເດີ່ນ​ຮົ່ມ​ໃນ​ເທດສະບານ​ແຂວງ​ຊຽງ​ຂວາງ ລະຫວ່າງ​ວັນ​ທີ 17-21 ພະຈິກ 2022 ປະກອບ​ມີ: ກິລາ​ຄາ​ຣາ​ເຕ​ໂດ ແຂ່ງຂັນ​ວັນ​ທີ 21-23 ພະຈິກ 2022, ຢູ​ໂດ ແຂ່ງຂັນ​ວັນ​ທີ 16-19 ພະຈິກ 2022, ມວຍ​ປ້ຳ ແຂ່ງຂັນ​ວັນ​ທີ 16-21 ພະຈິກ 2022 ແລະ ປັນ​ຈັກ​ສີ​ລັດ ແຂ່ງຂັນ​ວັນ​ທີ 16-20 ພະຈິກ 2022. - ໝວດ​ທີ 3 ແຂ່ງຂັນ​ທີ່​ເດີ່ນ​ຮົ່ມ ​ໃນ​ເທດສະບານ​ແຂວງ​ຊຽງ​ຂວາງ ລະຫວ່າງ​ວັນ​ທີ 23-28 ພະຈິກ 2022 ປະກອບ​ມີ: ກິລາ ​ເທ​ຄວັນ​ໂດ ແຂ່ງຂັນ​ວັນ​ທີ 23-27 ພະຈິກ 2022, ວູ​ຊູ ແຂ່ງຂັນ​ວັນ​ທີ 25-28 ພະຈິກ 2022; ໝາກເສິກ, ລົດຖີບ ແລະ ເທັນ​ນິດ ແຂ່ງຂັນ​ວັນ​ທີ 23-28 ພະຈິກ 2022. - ໝວດ​ທີ 4 ແຂ່ງຂັນ​ທີ່​ເດີ່ນ​ຮົ່ມ​ ໃນ​ເທດສະບານ​ແຂວງ​ຊຽງ​ຂວາງ ລະຫວ່າງ​ວັນ​ທີ 30 ພະຈິກ ຫາ 10 ທັນວາ 2022 ປະກອບ​ມີ: ກິລາ​ແລ່ນ-ລານ, ໝາກ​ແລ້ ແລະ ມວຍ​ສາກົນ ແຂ່ງຂັນ​ວັນ​ທີ 30 ພະຈິກ ຫາ 05 ທັນວາ 2022, ກິ​ລາກ​​໊ອຟ ແຂ່ງຂັນ​ວັນ​ທີ 03-07 ທັນວາ 2022, ກະຕໍ້-ກະຕໍ້​ຊິນ​ລອນ ແຂ່ງຂັນ​ວັນ​ທີ 30 ພະຈິກ – 10 ທັນວາ 2022 ແລະ ມວຍ​ລາວ ແຂ່ງຂັນ​ວັນ​ທີ 05-11 ທັນ ວາ 2022. - ໝວດ​ທີ 5 ແຂ່ງຂັນ​ທີ່​ເດີ່ນ​ຮົ່ມ ​ໃນ​ເທດສະບານ​ແຂວງ​ຊຽງ​ຂວາງ ລະຫວ່າງ​ວັນ​ທີ 09-22 ທັນວາ 2022 ປະກອບ​ມີ, ກິລາ​ ບານສົ່ງ​ໃນ​ຮົ່ມບານສົ່ງ​ຫາດ ຊາຍ ແຂ່ງຂັນ​ວັນ​ທີ 10-21 ທັນວາ 2022, ຍິງ​ປືນ ເດີ່ນ​ໂຮງ ຮຽນ​ຊັ້ນ​ຕົ້ນ ​ປກສ ເລກ 3 ( 2 ລາຍ ການ) ແຂ່ງຂັນ​ວັນ​ທີ 14-16 ທັນວາ 2022, ບານບ້ວງ ແລະ ໝາກ​ຂ່າງ ແຂ່ງຂັນ​ວັນ​ທີ 11-19 ທັນວາ 2022, ເປ​ຕັງ ແຂ່ງຂັນ​ວັນ​ທີ 11-21 ທັນວາ 2022, ບານເຕະ​ຍິງ-ຊາຍ ແຂ່ງຂັນ​ວັນ​ທີ 09-21 ທັນວາ 2022, ໜ້າ​ເກັກ-ຍິງ​ທະນູ ແຂ່ງຂັນ​ວັນ​ທີ 12-20 ທັນວາ 2022 ແລະ ແຂ່ງຂັນ​ວັນ​ທີ 16-21 ທັນວາ 2022, ດອກ​ປີກ​ໄກ່ ແຂ່ງຂັນ​ວັນ​ທີ 12-21 ທັນວາ 2022 ແລະ ປິ່ງ​ປ່ອງ ແຂ່ງຂັນ​ວັນ​ທີ 14-21 ທັນວາ 2022.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ