ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ໜ່ວຍ​ປະສານ​ງາ​ປະຈຳ​ພື້ນ​ທີ່​ຊາຍ​ແດນ ລາວ-ໄທ
ເວລາອອກຂ່າວ: 2022-09-20 08:47:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ:



ກອງ​ປະຊຸມ​ໜ່ວຍ​ປະສານ​ງານ​ປະຈຳ​ພື້ນ​ທີ່​ຊາຍ​ແດນ ລາວ-ໄທ, ໄທ-ລາວ ລະຫວ່າງ​ສອງ​ແຂວງ​ພາກ​ເໜືອ(ແຂວງ​ໄຊ​ຍະ​ບູ​ລີ, ແຂວງ​ບໍ່​ແກ້ວ) ກັບ ກອງ​ກຳ ລັງ​ຜາ​ເມືອງ, ແຫ່ງຣາຊະອານາ ຈັກ​ໄທ ຄັ້ງ​ທີ 2 ປະຈຳ​ປີ 2022 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ກັນຍາ 2022 ນີ້, ທີ່​ຫ້ອງປະຊຸມ​ຫໍ​ຝິ່ນ, ອຸດທະຍານ​ສາມ​ລ່ຽມ​ທອງຄຳ ຕຳ​ບົນ​ວຽງ ອຳ​ເພີ ຊຽງ​ແສນ ຈັງຫວັດ ຊຽງ​ລາຍ ປະເທດ​ໄທ ໂດຍ​ການ​ເປັນ​ປະທານ​ຮ່ວມ​ຝ່າຍ​ລາວ​ນຳ​ໂດຍ ທ່ານ ພົນ​ຈັດຕະວາ ກູດ ພົມມາ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ ໄຊ​ຍະ​ບູ​ລີ ກອງທັບ​ປະຊາຊົນ​ລາວ, ຫົວໜ້າ​ໜ່ວຍ​ປະສານ​ງານແລະ ຝ່າຍ​ໄທ ໂດຍ​ແມ່ນ ທ່ານ ພົນ​ຕີ ສຸພະ​ເລິກ ສະຖາພອນ​ຜົນ ຜູ້​ບັນຊາ​ການ​ກອງ​ກຳລັງ​ຜາ​ເມືອງ ກອງທັບ​ແຫ່ງ​ຣາ​ຊະ​ອານາຈັກ​ໄທ ຫົວໜ້າ​ໜ່ວຍ​ປະສານ​ງານ​ປະຈຳ​ພື້ນ​ທີ່​ຊາຍ​ແດນ​ໄທ-ລາວ, ມີ​ບັນດາໜ່ວຍ​ປະສານ​ງານ​ປະຈຳ​ພື້ນ​ທີ່​ຊາຍ​ແດນ​ສອງ​ແຂວງ​ຂອງ​ລາວ, 5 ຈັງຫວັດ​ຂອງ​ໄທ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ລາວ-ໄທ​ເຂົ້າ​ຮ່ວມ. ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ມີ​ການ ​ທົບ​ທວນຄືນ​ຜົນ​ຂອງ​ການ​ປະຕິ ບັດ​ງານ​ທີ່​ຜ່ານ​ມາ, ທັງ​ເປັນ​ການ​ແລກປ່ຽນ​ຄວາມ​ຄິດ​ເຫັນ ແລະ ປຶກສາ​ຫາລື​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ຮ່ວມ​ກັນ​ລະຫວ່າງ​ແຂວງ​ໄຊ​ຍະ​ບູ​ລີ-ແຂວງ​ບໍ່​ແກ້ວ ​ສປປ ລາວ ກັບ​ກອງ​ກຳລັງ​ຜາ​ເມືອງ ແຫ່ງ​ຣາ​ຊະ​ອານາຈັກ​ໄທ, ເຊິ່ງ​ໄລຍະ​ຜ່ານ​ມາ​ເຫັນ​ວ່າ​ທັງ​ສອງ​ຝ່າຍ​ໄດ້​ຕັ້ງໜ້າ ແລະ ເອົາໃຈໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ແຜນການ​ຮ່ວມ​ມື​ເປັນ​ປະຈຳ ແລະ ໄດ້​ມີ​ການສະກັດ​ກັ້ນ, ແກ້​ໄຂ​ຈັບ​ກຸມ​ຜູ້ກະ ທຳ​ຜິດ​ຄ້າຂາຍ​ຢາ​ເສບ​ຕິດ​ໄດ້​ຢ່າງ​ຕໍ່​ເນື່ອງ​ເຮັດ​ໃຫ້​ບໍລິເວນ​ຊາຍ​ແດນ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ດີ, ຈາກ​ນັ້ນ​ຄະນະ​ຜູ້​ແທນ​ກອງ​ປະຊຸມ​ທັງ​ສອງ​ຝ່າຍ ກໍໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ເຊິ່ງ​ກັນ ແລະ ກັນ, ທີ່​ໄດ້​ໃຫ້ການ​ຮ່ວມ​ມື​ກັນ​ທັງ​ສອງ​ຝ່າຍ​ລະຫວ່າງ​ໜ່ວຍ​ປະສານ​ງານ​ປະຈຳ​ພື້ນ​ທີ່​ຊາຍ​ແດນ​ຂອງ ລາວ-ໄທ,ໄທ-ລາວ ເຮັດ​ໃຫ້ການ​ປຶກສາ​ຫາລື​ວຽກ​ເປັນ​ເອກະ​ພາບ​ໄດ້​ຫຼາຍ​ເນື້ອ ​ໃນ, ຫຼາຍ​ບັນຫາ​ທີ່​ສຳຄັນ, ອັນເປັນ​ການ​ປະກອບສ່ວນອັນສຳ ຄັນ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດຕາມ​ຊາຍ​ແດນລາວ-ໄທ, ໄທ-ລາວ​ຮ່ວມ​ກັນ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ດີ​ຂຶ້ນ, ມີ​ຄວາມ​ສອດຄ່ອງ​ກັນ ກ້າວ​ໄປ​ສູ່​ການ​ຮ່ວມ​ມື​ໃນ​ການ​ແກ້​ໄຂ​ບັນຫາຢາ ​ເສບ​ຕິດຕາມ​ຊາຍ​ແດນ ລາວ- ໄທ,ໄທ-ລາວ ໃຫ້ເກີດມີ​ປະສິດ ທິພາບ​ໃນ​ພື້ນ​ທີ່​ພາກ​ເໜືອ​ຂອງ​ລາວ​ຄື: ແຂວງ​ໄຊ​ຍະ​ບູ​ລີ-ແຂວງ ​ບໍ່​ແກ້ວ ກັບ​ພື້ນ​ທີ່​ພາກເໜືອ​ຂອງ ​ໄທ​ຄື: ຈັງຫວັດ​ຊຽງ​ຣາຍ, ຈັງ ຫວັດ​ພະ​ເຍົາ, ຈັງຫວັດ​ນ່ານ, ຈັງຫວັດ​ອຸດ​ຕະ​ຣາ​ດິດ ແລະ​ຈັງ ຫວັດ​ພິດ​ສະ​ນຸ​ໂລກ. ທັງ​ນີ້​ກໍ​ເພື່ອ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະ ພາບ​ອັນ​ເປັນ​ມູນເຊື້ອ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ລະຫວ່າງ​ສອງ​ຊາດ, ສອງ​ກອງທັບ ລາວ-ໄທ, ໄທ-ລາວ ບົນ​ພື້ນຖານ​ຫຼັກການ​ຂອງ​ຄວາມ​ສະເໝີພາບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ, ການ​ເຄົາລົບ​ສິດ​ອຳນາດ​ອະທິປະ​ໄຕ ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຄວາມ​ເປັນ​ເອກະລາດ​ທາງ​ດ້ານ​ການເມືອງ ແລະ​ບໍ່​ແຊກ​ແຊງ​ເຂົ້າ​ກິດຈະການ​ພາຍ​ໃນ​ຂອງ​ກັນ ແລະ ກັນ​ໃຫ້​ນັບ​ມື້​ກ້າວໜ້າ​ຂະຫຍາຍຕົວ ແລະ​ມີ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນລະ ບຽບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ​ຂອງ​ສອງ​ປະເທດ​ອີກ​ດ້ວຍ. ໂດຍ: ໄຊ​ຍະ​ສັກ ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ