ວິທະຍາຄານ ນາຍທະຫານບົກ ກົມມະດຳ ເປີດສົກຮຽນໃໝ່ 2022-2023 ພ້ອມປ່ຽນຊື່ເອີ້ນຂອງວິທະຍາຄານໃໝ່
ເວລາອອກຂ່າວ: 2022-09-20 08:45:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239 | ຄວາມນິຍົມ:
ວັນທີ 15 ກັນຍາ 2022 ນີ້, ວິທະຍາຄານ ນາຍທະຫານບົກ ກົມມະດຳ ໄດ້ຈັດຕັ້ງເປີດສົກຮຽນ ໃໝ່ 2022-2023 ໃຫ້ ນັກຮຽນທຸກລະບົບ ພ້ອມທັງປະ ກາດຊື່ເອີ້ນວິທະຍາຄານເປັນຊື່ໃໝ່, ໂດຍການເຂົ້າຮ່ວມເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາ ວັນທອງ ບຸດຕະວົງ ຮອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ ມີບັນດາກົມອ້ອມຂ້າງກະຊວງປ້ອງກັນເທດ, ມີອົງ ການປົກຄອງທ້ອງຖິ່ນ, ຄະນະພັກ-ຄະນະອຳນວຍການ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ນັກຮຽນ-ນັກສຶກສາທົ່ວວິທະຍາ ສະຫາຍ ພັນໂທ ຄຳໄຊ ອ່ອນ ມົນແສງ ຫົວໜ້າຫ້ອງການເມືອງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ສະບັບເລກທີ 596/ກປທ ລົງວັນທີ 9/9/2022 ວ່າດ້ວຍການປ່ຽນຊື່ເອີ້ນຂອງວິທະຍາຄານກົມມະດຳ ມາເປັນວິທະຍາຄານນາຍທະຫານບົກກົມມະດຳ ແລະ ຜ່ານຂໍ້ຕົກລົງຂອງ ວ່າດ້ວຍການອະນຸ ມັດໃນການເປີດສົກຮຽນໃໝ່ 2022-2023 ຂອງວິທະຍາຄານ ນາຍທະຫານບົກກົມດຳ.
ຈາກນັ້ນ, ສະຫາຍ ພັນເອກ ບົວໄລ ສີລັກສາ ຫົວໜ້າການທະ ຫານ ວິທະຍາຄານ ນາຍທະຫານບົກ ກົມມະດຳ ກໍໄດ້ໃຫ້ກຽດຂຶ້ນຜ່ານບົດລາຍງານຄວາມເປັນມາຂອງວິທະຍາຄານ ພ້ອມທັງຜ່ານໂຄງການຫຼັກສູດການຮຽນ-ການສອນໃນສົກຮຽນໃໝ່ 2022-2023. ສຳລັບນັກຮຽນນັກສຶກ ສາແມ່ນມາຈາກກຳລັງຫຼວງກຳ ລັງທ້ອງຖິ່ນໃນທົ່ວປະເທດ ໂດຍມີຈຳນວນພົນທັງໜົດ 610 ສະ ຫາຍ ມີ 5 ລະບົບຄື: ລະບົບກໍ່ ສ້າງປະລິນຍາຕີ 4 ປີ ຈຳນວນ 220 ສະຫາຍ, ລະບົບບຳລຸງພະ ນັກງານສາຍບັນຊາ-ນຳພາ 6 ເດືອນ ຊັ້ນສູງ ຈຳນວນ 120 ສະ ຫາຍ, ລະບົບກໍ່ສ້າງຄູການທະ ຫານ 1 ປີ ຊັ້ນກາງ ຈຳນວນ 50 ສະຫາຍ, ລະບົບກໍ່ສ້າງເລັ່ງລັດ 1 ປີ ສາຍການທະຫານ ການເມືອງ ຊັ້ນກາງ ຈຳນວນ 80 ສະຫາຍ ແລະ ລະບົບກໍ່ສ້າງນາຍສິບ 5 ເຫຼົ່າຮົບ ວິຊາສະເພາະຊັ້ນຕົ້ນ ຈຳ ນວນ 140 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການ ຈົ່ງຖືເອົາວຽກງານ ສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ພະນັກງານ-ນັກ ຮົບເປັນກົກ ພ້ອມທັງໄດ້ຮຽກຮ້ອງໃຫ້ຄູ-ອາຈານ, ຈົ່ງພ້ອມກັນຄົ້ນຄວ້າຊອກຫາຄວາມຮູ້ໃນ ຫຼາຍດ້ານ ແລະ ຊອກຮຽນຮູ້ປະ ສົບການບົດຮຽນອັນໃໝ່ໆ ເພື່ອນຳເຂົ້າສູ່ການຮຽນການສອນໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນຕາມຄາດໝາຍທີ່ວາງໄວ້ ນອກຈາກນັ້ນ ບັນດານັກຮຽນ-ນັກສຶກສາ ຈົ່ງພ້ອມກັນຕັ້ງໜ້າ ຄົ້ນຄວ້າຊອກຮູ້ຮໍ່າຮຽນນຳບັນ ດາຄູ-ອາຈານ ແລະ ໃຫ້ຍົກສູງສະຕິຕໍ່ການຈັດຕັ້ງປະຕິບັດບັນ ດາຂໍ້ກຳນົດລະບຽບຂອງກອງ ທັບ 7 ລະບອບ 18 ວຽກຢ່າງເຂັ້ມງວດ ເພື່ອພັດທະນາຕົນເອງໃຫ້ກາຍເປັນນັກຮຽນດີຮຽນເກັ່ງ ແລະ ມີຄຸນນະພາບ.
ຈາກນັ້ນ, ສະຫາຍກໍໄດ້ປະ ກາດປ່ຽນຊື່ເອີ້ນຂອງວິທະຍາ ຄານກົມມະດຳ ມາເປັນວິທະຍາ ຄານ ນາຍທະຫານບົກ ກົມມະດຳ ພ້ອມທັງປະກາດໄຂສົກຮຽນໃໝ່ 2022-2023 ຂຶ້ນຢ່າງເປັນ ທາງການ, ໃນຕອນທ້າຍ ພິທີກໍໄດ້ຮັບຊົມການເດີນສວນສະໜາມ ຂອງກ້ອນກຳລັງພະນັກງານ-ນັກ ຮຽນ ທົ່ວວິທະຍາຄານ ນາຍທະ ຫານບົກ ກົມມະດຳ.
ໂດຍ: ເຟື້ອຍ ສາຍຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ