ຄະນະພັກກອງພົນທີ 3 ດຳເນີນ ກອງປະຊຸມຄົບຄະນະພັກຄັ້ງທີ 3 ສະໄໝທີ VI
ເວລາອອກຂ່າວ: 2022-09-20 08:43:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:
ໃນວັນທີ 14 ກັນຍາ 2022 ນີ້, ຄະນະພັກກອງພົນທີ 3 ດຳ ເນີນກອງປະຊຸມຄົບຄະນະພັກຄັ້ງທີ 3 ສະໄໝທີ VI ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກ ຫົວໜ້າການທະຫານ, ມີ ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຮອງເລຂາຄະນະພັກ ຫົວໜ້າການເມືອງ, ມີຄະນະພັກກອງພົນເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳຕັນ ແສງມາລາພອນ ກຳມະການຄະນະພັກກອງພົນ ຫົວໜ້າຫ້ອງການ ກອງພົນທີ 3 ໄດ້ຜ່ານບົດສະຫຼຸບຕີລາຄາການນຳພາຂອງຄະນະພັກກອງພົນທີ 3 ໃນໄລຍະ 6 ເດືອນຜ່ານມາແລະວຽກງານທີ່ຈະສຸມໃສ່ໃນຕໍ່ໜ້າ, ຈາກນັ້ນ ແຕ່ລະສະຫາຍໃນຄະນະພັກໄດ້ພັດປ່ຽນກັນຂຶ້ນລາຍງານຫຍໍ້ກ່ຽວກັບວຽກງານການນຳພາຂະແໜງການຕ່າງໆ ເປັນຕົ້ນແມ່ນວຽກງານສືກສາອົບຮົມການເມືອງ-ນຳພາແນວຄິດເຊິງຄະນະພັກແຕ່ລະຂັ້ນໄດ້ຖືເປັນສຳຄັນ, ປັດຈຸບັນທົ່ວອົງຄະນະພັກກອງພົນທີ 3 ມີ 1 ຄະນະພັກ, 26 ຄະນະພັກຮາກຖານ, 131 ໜ່ວຍພັກ, ມີສະມະຊິກພັກ 1922 ສະຫາຍ, ຍິງ 172 ສະ ຫາຍ, ສຳຮອງ 121 ສະຫາຍ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ 93 ໜ່ວຍ, ກາງ 38 ໜ່ວຍ, ສະມາຊິກພັກແຂງ 1696 ສະຫາຍ, ຂະຫຍາຍມະຫາຊົນ ກ້າວ ໜ້າເຂົ້າພັກໄດ້ 78 ສະຫາຍ, ເລື່ອນສະມະຊິກພັກສະຮອງຂຶ້ນ ສົມບຸນ 38 ສະຫາຍ, ຮຽນເອ ກະສານສະໜັບສະໜູນ 138 ສະຫາຍ,ຮຽນກົດລະບຽບພັກ 158 ສະຫາຍ,ໄປພ້ອມນັ້ນຄະນະພັກ-ຄະນະບັນຊາຍັງໄດ້ນຳພາ-ຊີ້ນຳຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນາບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ,ເອົາການປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງທັງ 4 ດ້ານຄື: ດ້ານຄຸນທາດການເມືອງ, ການນຳພາ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກໂດຍຖືເອົາ 5 ຫຼັກການ 3 ທິດນຳເປັນສຳຄັນ.
ໂອກາດນີ້, ສະຫາຍ ພົນຈັດ ຕະວາ ໄຊຍະວົງ ໄຊນາມທິລາດ ກໍໄດ້ເນັ້ນໃຫ້ຄະນະພັກເອົາໃຈໃສ່ໃນການນຳພາຈັດຕັ້ງປະຕິບັດຕົວຈິງຂອງກົມກອງຕາມຄວາມຮັບຜິດຊອບຂອງແຕ່ລະຂົງເຂດວຽກງານຂອງຕົນ,ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານສະມາຊີກພັກເປັນປົກກະຕິ, ຫັນເອົາບັນດາມະຕິແນວທາງຂອງພັກແຕ່ລະໄລຍະມາເປັນແຜນວຽກລະອຽດຈະແຈ້ງໃນການຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານລວມຂອງກົມກອງ ເພື່ອພ້ອມກັນນຳພາກົມກອງໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ລີໂດ ດວງສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ