ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະ​ພັກ​ກອງ​ພົນ​ທີ 3 ດຳເນີນ​ ກອງ​ປະຊຸມ​ຄົບ​ຄະນະ​ພັກ​ຄັ້ງ​ທີ 3 ສະໄໝ​ທີ VI
ເວລາອອກຂ່າວ: 2022-09-20 08:43:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ໃນ​ວັນ​ທີ 14 ກັນຍາ 2022 ນີ້, ຄະນະ​ພັກ​ກອງ​ພົນ​ທີ 3 ດຳ ເນີນ​ກອງ​ປະຊຸມ​ຄົບ​ຄະນະ​ພັກ​ຄັ້ງ​ທີ 3 ສະໄໝ​ທີ VI ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ໄຊ​ຍະ​ວົງ ໄຊ​ນາມ​ທິ​ລາດ ເລຂາ​ຄະນະ​ພັກ ຫົວໜ້າ​ການ​ທະຫານ, ມີ ສະຫາຍ​ ພັນ​ເອກ ສໍ​ຍັນ ລໍ​ອິນ​ສອນ ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ, ມີ​ຄະນະ​ພັກ​ກອງ​ພົນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ຕັນ ແສງ​ມາ​ລາພອນ ກຳມະການ​ຄະນະ​ພັກ​ກອງ​ພົນ ຫົວໜ້າຫ້ອງການ ກອງ​ພົນ​ທີ 3 ໄດ້​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ການ​ນຳພາ​ຂອງ​ຄະນະ​ພັກ​ກອງ​ພົນ​ທີ 3 ໃນ​ໄລຍະ 6 ເດືອນ​ຜ່ານ​ມາ​ແລະ​ວຽກ​ງານ​ທີ່​ຈະ​ສຸມ​ໃສ່​ໃນຕໍ່ໜ້າ, ຈາກ​ນັ້ນ​ ແຕ່ລະ​ສະຫາຍ​ໃນ​ຄະນະ​ພັກໄດ້​ພັດ​ປ່ຽນ​ກັນ​ຂຶ້ນ​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ວຽກ​ງານ​ການ​ນຳພາ​ຂະແໜງການ​ຕ່າງໆ ​ເປັນຕົ້ນ​ແມ່ນ​ວຽກ​ງານ​ສືກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເຊິງ​ຄະນະ​ພັກ​ແຕ່​ລະ​ຂັ້ນ​ໄດ້​ຖື​ເປັນ​ສຳຄັນ, ປັດຈຸບັນ​ທົ່ວ​ອົງຄະ​ນະ​ພັກ​ກອງ​ພົນ​ທີ 3 ມີ 1 ຄະນະ​ພັກ, 26 ຄະນະ​ພັກ​ຮາກ​ຖານ, 131 ໜ່ວຍ​ພັກ, ມີ​ສະ​ມະ​ຊິກພັກ 1922 ສະຫາຍ, ຍິງ 172 ສະ ຫາຍ, ສຳຮອງ 121 ສະຫາຍ, ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ ແໜ້ນ 93 ໜ່ວຍ, ກາງ 38 ໜ່ວຍ, ສະ​ມາຊິກ​ພັກ​ແຂງ 1696 ສະຫາຍ, ຂະຫຍາຍມະຫາຊົນ ​ກ້າວ ໜ້າ​ເຂົ້າ​ພັກ​ໄດ້ 78 ສະຫາຍ, ເລື່ອນ​ສະ​ມະ​ຊິກ​ພັກ​ສະ​ຮອງ​ຂຶ້ນ​ ສົມ​ບຸນ 38 ສະຫາຍ, ຮຽນ​ເອ ກະສານ​ສະໜັບສະໜູນ 138 ສະຫາຍ,ຮຽນ​ກົດ​ລະບຽບ​ພັກ 158 ສະຫາຍ,ໄປ​ພ້ອມ​ນັ້ນ​ຄະນະ​ພັກ-ຄະນະ​ບັນຊາ​ຍັງ​ໄດ້​ນຳພາ-ຊີ້​ນຳຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນ​ນາ​ບົດ​ຮອບດ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ,ເອົາ​ການ​ປັບປຸງ​ກໍ່ສ້າງ​ພັກ​ໃຫ້​ມີ​​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ທັງ 4 ດ້ານ​ຄື: ດ້ານ​ຄຸນ​ທາດ​ການເມືອງ, ການ​ນຳພາ, ການຈັດຕັ້ງ​ ແລະ ​ແບບແຜນ​ວິທີ​ເຮັດ​ວຽກ​ໂດຍ​ຖື​ເອົາ 5 ຫຼັກການ 3 ທິດ​ນຳ​ເປັນ​ສຳຄັນ. ໂອກາດ​ນີ້, ສະຫາຍ ພົນ​ຈັດ ຕະວາ ໄຊ​ຍະ​ວົງ ໄຊ​ນາມ​ທິ​ລາດ ກໍໄດ້​ເນັ້ນ​ໃຫ້​ຄະນະ​ພັກ​ເອົາໃຈໃສ່​ໃນ​ການ​ນຳພາ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ຂອງ​ກົມ​ກອງ​ຕາມ​ຄວາມ​ຮັບຜິດຊອບ​ຂອງ​ແຕ່​ລະ​ຂົງເຂດ​ວຽກ​ງານ​ຂອງ​ຕົນ,ຖື​ເອົາ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ​ສະ​ມາ​ຊີກ​ພັກ​ເປັນ​ປົກກະຕິ, ຫັນ​ເອົາ​ບັນດາ​ມະຕິ​ແນວທາງ​ຂອງ​ພັກ​ແຕ່​ລະ​ໄລຍະ​ມາ​ເປັນ​ແຜນ​ວຽກ​ລະອຽດ​ຈະແຈ້ງ​ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ລວມ​ຂອງ​ກົມ​ກອງ ​ເພື່ອ​ພ້ອມ​ກັນ​ນຳພາ​ກົມ​ກອງ​ໃຫ້​ນັບ​ມື້​ເຕີບ​ໃຫຍ່​ເຂັ້ມແຂງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ລີ​ໂດ ດວງ​ສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ