ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ແຂວງ​ຫຼວງ​ພະ​ບາງ ມອບ​ເງິນ​ນະໂຍບາຍ 15% ໃຫ້​ພະນັກງານ​ພັກ​ການ​ຮັບ​ບຳນານ
ເວລາອອກຂ່າວ: 2022-09-19 09:56:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 501 | ຄວາມນິຍົມ:



ວັນ​ທີ 12 ກັນຍາ 2022, ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ມອບ​ເງິນ​ນະໂຍບາຍ 15% ໃຫ້​ພະນັກງານ​ນັກ​ງານ​ພັກ​ການ ຮັບ​ບຳນານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສີ​ວິ​ໄຊ ເພັງ​ສັນຕິ​ສຸກ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ ພະນັກງານ ທີ່​ໄດ້​ຮັບ​ອະນຸມັດ​ໃຫ້ພັກ​ການ ​ຮັບ​ບຳນານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຫານ​ຊະນະ ຂັດຕິຍະ​ວົງສາ ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ພັກ​ການ ຮັບບຳນານ, ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ປະກັນ​ສັງຄົມ, ອີງ​ຕາມກົດ ໝາຍ ວ່າ​ດ້ວຍ​ນາຍ​ທະຫານ​ກອງ ທັບ​ປະຊາຊົນ​ລາວ. ໃນ​ນີ້, ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ມີ​ພະນັກງານທີ່​ໄດ້​ຮັບ​ການ​ອະນຸມັດໃຫ້​ພັກ​ການ ​ຮັບ​ບຳນານ​ຈຳນວນ 7 ສະຫາຍ ແລະ ໄດ້​ມອບ​ເງິນ​ນະໂຍບາຍ 15% ​ຈຳນວນ​ທັງ​ໝົດ 161.730.000 ກີບ. ໂດຍ: ບຸນ​ເພັງ ວົງ​ແກ້ວ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ