ກອງປະຊຸມສະຫຼຸບຕີລາຄາ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ
ເວລາອອກຂ່າວ: 2022-09-19 08:49:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 288 | ຄວາມນິຍົມ:
ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນວັນທີ 19 ກັນຍາ 2022 ນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ, ມີທ່ານ ພັນຄຳ ວິພາວັນ ກຳມະການກົມ ການເມືອງສູນກາງພັກ ນາຍົກ ລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການ ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ມີບັນດາທ່ານການນຳ ພັກ-ລັດຂັ້ນສູງ, ບັນດາລັດຖະ ມົນຕີ, ຫົວໜ້າອົງການອ້ອມຂ້າງ ສູນກາງ, ເຈົ້າແຂວງ, ເຈົ້າຄອງ ນະຄອນຫຼວງວຽງຈັນ, ເຈົ້າ ເມືອງ, ເຈົ້ານະຄອນ, ພະນັກງານທີ່ກ່ຽວຂ້ອງຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ, ວິລະຊົນແຮງງານ, ນັກພັດທະນາດີ ເດັ່ນແຫ່ງຊາດ, ຕົວແທນບຸກຄົນ ແລະ ການຈັດຕັ້ງດີເດັ່ນ, ຕົວແທນ ບັນດາຫົວໜ່ວຍທຸລະກິດ, ຜູ້ປະ ກອບການ ແລະ ສື່ມວນຊົນເຂົ້າ ຮ່ວມ.
ໃນກອງປະຊຸມ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ປະ ທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄດ້ຂຶ້ນ ລາຍງານຫຍໍ້ການດຳເນີນກອງປະຊຸມໃນໄລຍະໜຶ່ງວັນເຄິ່ງຜ່ານມາ ໃຫ້ທ່ານປະທານປະເທດໄດ້ຮັບຊາບ. ຈາກນັ້ນໃນກອງ ປະຊຸມໄດ້ຈັດໃຫ້ມີພິທີປະດັບຫຼຽນນາມມະຍົດວິລະຊົນແຮງງານ ຈຳນວນ 1 ທ່ານ, ຫຼຽນນາມມະຍົດນັກພັດທະນາດີເດັ່ນແຫ່ງຊາດ ຈຳນວນ 2 ທ່ານ, ຫຼຽນໄຊແຮງງານ ຊັ້ນ I ໃຫ້ 14 ກົມກອງ ແລະ ຫຼຽນໄຊແຮງງານ ຊັ້ນ I ໃຫ້ 17 ທ່ານ. ໃນນີ້ ທ່ານ ເກຍ ອູ໋ສິດທິເດດ, ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ຮັບຫຼຽນນາມມະຍົດວິລະຊົນແຫ່ງຊາດ, ທ່ານ ສາຍສະໝອນ ກວານເມືອງຈັນ, ປະທານທີ່ປຶກສາສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກສາຍໄຍສຳພັນ ແລະ ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ, ຜູ້ອຳນວຍການ ບໍລິສັດ ທົ່ງລະຫາສິນ ໄດ້ຮັບຫຼຽນນາມມະຍົດນັກພັດທະນາດີເດັ່ນແຫ່ງຊາດ ໂດຍການໃຫ້ກຽດປະດັບຫຼຽນຂອງ ທ່ານ ທອງລຸນ ສີສຸລິດ
ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຕາງໜ້າຄະນະຊີ້ນາລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ຂຶ້ນ ສະເໜີເນື້ອໃນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນທົ່ວປະເທດ ແຕ່ນີ້ຫາປີ 2025 ວ່າ: ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 05 ປີ ຄັ້ງທີ IX ແນໃສ່ນຳພາປະເທດຊາດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026 ດ້ວຍການປຸກລະດົມມະຫາຊົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ທຸກຂົງເຂດວຽກງານຢ່າງຕັ້ງໜ້າ ປຸກລະດົມ ພົນລະເມືອງລາວທຸກຄົນ ທຸກການຈັດຕັ້ງຂອງພັກ ຂອງລັດອົງ ການຈັດຕັ້ງມະຫາຊົນ ແລະ ທຸກ ພາກສ່ວນເສດຖະກິດ ທັງພາກ ລັດ ແລະ ເອກະຊົນເຂົ້າຮ່ວມຢ່າງແຂງແຮງ ແລະ ກວ້າງຂວາງ ເພື່ອແຂ່ງຂັນກັນສ້າງຂະບວນການກໍ່ສ້າງຮາກຖານການເມືອງ ການພັດທະນາຊົນນະບົດຮອບ ດ້ານແກ່ໄຂຄວາມທຸກຍາກ ແລະ ການສ້າງແຂວງເປັນຫົວໜ່ວຍ ຍຸດທະສາດ ສ້າງເມືອງເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະ ນາ ແລະ ສ້າງເງື່ອນໄຂນຳພາປະ ເທດຊາດພົ້ນຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026 ໃຫ້ເປັນຂະບວນການຟົດ ຟື້ນຕໍ່ເນື່ອງຮັບປະກັນສູ້ຊົນປະ ຕິບັດສອງໜ້າທີ່ຍຸດທະສາດ: ປົກ ປັກຮັກສາ ແລະ ພັດທະນາປະ ເທດຊາດ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ຕິດພັນ ກັບ ຄຳຂວັນ “ ຮັກຊາດ ແລະ ພັດທະນາ ບົນຈິດໃຈສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານ ເພື່ອກ່າວສູ່ຈຸດໝາຍສັງຄົມນິຍົມ.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂອ້ລົມຕໍ່ ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນບາງ ເນື້ອໃນວ່າ: ສືບຕໍ່ ປຸກລະດົມປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໃນທົ່ວປະເທດ ພ້ອມກັນອອກແຮງງານຢ່າງຕັ້ງ ໜ້າ ໃນການສ້າງຂະບວນການແຂ່ງຂັນ-ຍ້ອງຍໍໃຫ້ຟົດຟື້ນແຂງ ແຮງ ພາຍໃຕ້ຄຳຂວັນ : ຖ ຮັກຊາດ ແລະ ພັດທະນາ ຖືເອົາການ ແຂ່ງຂັນປະຕິບັດຈຸດໝາຍລວມ 4 ເນື້ອໃນ 4 ຄາດໝາຍ ແລະ ບັນດາຄາດໝາຍສູ້ຊົນທີ່ພັກ-ລັດວາງອອກ; ຄະນະພັກແຕ່ລະຂັ້ນຕ້ອງສືບຕໍ່ປ່ຽນແປງຕົນເອງ ຢ່າງ ບໍ່ຢຸດຢັ້ງ ຕາມຈິດໃຈ 4 ບຸກທະລຸ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດ ແລະ ຄຸນນະພາບການນຳພາ ຂອງພັກ ໃນໄລຍະໃໝ່, ນຳພາຈັດຕັ້ງຜັນຂະຫຍາຍວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາໃຫ້ປະກົດຜົນເປັນຈິງ, ຍົກສູງຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມຢ່າງເລິກເຊິ່ງຕໍ່ກັບວຽກງານແຂ່ງຂັນ ແລະ ຍ້ອງຍໍ ໃຫ້ມີການ ຜັນປ່ຽນຢ່າງແຂວງແຮງ, ເລິກ ເຊິ່ງ ແລະ ເປັນຂະບວນການອອກ ແຮງງານຮອບດ້ານ; ຄະນະພັກແຕ່ລະຂັ້ນ ໂດຍສະເພາະຄະນະຊີ້ນຳການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແຕ່ລະຂັ້ນ ຕ້ອງເພີ່ມທະວີການນຳພາ-ຊີ້ນຳ ຜັນຂະຫຍາຍວຽກງານແຂ່ງຂັນ-ຍ້ອງຍໍ, ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນຜູ້ຮັບຜິດຊອບວຽກງານແຂ່ງຂັນ-ຍ້ອງຍໍ ທີ່ສອດຄ່ອງ ແລະມີຄຸນນະພາບ, ການຈັດຕັ້ງບັນຊາແຕ່ເທິງລົງລຸ່ມ, ມີການປະສານສົມທົບຢ່າງ ກົມກຽວລະຫວ່າງພາກສ່ວນກ່ຽວຂ້ອງ, ມີການຕິດຕາມກວດກາ, ຊຸກຍູ້ຂະບວນການ ແຂ່ງຂັນເປັນປົກກະຕິ, ທຸກການເລືອກເຟັ້ນຍ້ອງຍໍສັນລະເສີນ ບຸກຄົນ, ກົມກອງລວມໝູ່ທີ່ດີເດັ່ນຕ້ອງຕິດພັນກັບຂະບວນການແຂ່ງຂັນ, ຮັບປະກັນເຮັດໃຫ້ການຍ້ອງຍໍຖືກຕາມລະບຽບການ, ຖືກຕາມເງື່ອນໄຂ-ມາດຕະຖານທີ່ກຳນົດໄວ້; ຕ້ອງສຸມໃສ່ການສ້າງບ້ານ ເປັນຫົວໜ່ວຍພັດທະນາ ແລະ ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານພ້ອມກັນນັ້ນ ກໍໃຫ້ປັບປຸງແບບແຜນ ແລະ ວີທີການຈັດຕັ້ງປະຕິບັດ ໂດຍຕິດພັນກັບການແກ້ບັນຫາຕົວຈິງ ຢ່າງມີຈຸດສຸມ, ມີເປົ້າໝາຍ ແລະ ຄາດໝາຍລະອຽດ ພ້ອມທັງກຳ ນົດ ແລະ ປະຕິບັດບັນດາວິທີການ, ມາດຕະການ ທີ່ສອດຄ່ອງ ກັບຈຸດພິເສດຢູ່ແຕ່ລະບ່ອນຢ່າງເປັນເຈົ້າການ ແລະ ປະດິດສ້າງ, ຮັບປະກັນຂຸດຄົ້ນນຳໃຊ້ທຸກປັດ ໄຈດ້ານທຶນຮອນ, ແຮງງານ, ມູນເຊື້ອ ຂອງແຕ່ລະຄອບຄົວ ແລະ ທ່າແຮງ ຂອງແຕ່ລະທ້ອງ ຖິ່ນຮາກຖານ, ເອົາໃຈໃສ່ສືບຕໍ່ໂຄສະນາຂົນຂວາຍ ປຸກລະດົມ ໃຫ້ທົ່ວສັງຄົມ ເຂົ້າຮ່ວມໂດຍຕິດພັນກັບການຈັດຕັ້ງ, ນຳພາ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນທຸກຂົງເຂດວຽກງານ; ໃຫ້ຖືເອົາການຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາວຽກດີ, ຄົນເດັ່ນ ທັງຈັດຕັ້ງຍ້ອງ ຍໍໃຫ້ຖືກຄົນ, ຖືກວຽກ ແລະ ທັນການ ເປັນໜຶ່ງໃນບັນດາມາດຕະ ການກະຕຸ້ນ, ສົ່ງເສີມຂະບວນ ການ ໃຫ້ຂະຫຍາຍຕົວນັບມື້ ກວ້າງຂວາງ ແລະ ແຂງແຮງ; ຄັດເລືອກພະນັກງານດີເດັ່ນຈາກຂະບວນການຕົວຈິງ ຢູ່ຮາກຖານ ເພື່ອສ້າງເປັນພະນັກງານສືບທອດນຳພາຕາມທິດຫັນເປັນໜຸ່ມ ແລະ ໜັກແໜ້ນ ພວກເຮົາເອກະ ພາບນຳກັນວ່າວຽກງານ 3 ສ້າງ ແມ່ນວຽກງານຍຸດທະສາດຍາວນານຂອງພັກ ເປັນວຽກທີ່ມີລັກ ສະນະປະຕິວັດ ອັນເລິກເຊິ່ງເຖິງຖອງ. ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ທີ່ຕິດພັນກັບວຽກງານ 3 ສ້າງ ກໍແມ່ນຂະບວນການປະຕິວັດ ຂອງມະຫາຊົນ ທີ່ ເປັນເບົ້າຫຼໍ່ຖັນແຖວພະນັກງານປະຕິວັດໄລຍະໃໝ່; ການຊີ້ນຳວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນວຽກຍຸດທະສາດ, ສອດຫ້ອຍທັງໃນດ້ານການເມືອງ, ການປົກຄອງ, ການພັດທະນາເສດຖະກິດ- ສັງ ຄົມ ກໍຄືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປັນວຽກທີ່ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ ກໍຄືຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນ ແລະ ສະພາທ້ອງຖິ່ນ ຕ້ອງໄດ້ເພີ່ມທະວີການນຳພາ, ຊີ້ນຳ, ບັນ ຊາ ແລະ ຕິດຕາມ, ກວດກາ ການ ຜັນຂະຫຍາຍຕາມທິດທີ່ວາງໄວ້ຖືເປັນມາດຖານອັນສຳຄັນ ເພື່ອຕີລາຄາຄວາມຮູ້, ຄວາມສາມາດ ແລະ ຄວາມຮັບຜິດຊອບການເມືອງ ຂອງຜູ້ນຳພາ-ຄຸ້ມຄອງ ແຕ່ລະຂັ້ນ, ໃຫ້ແຕ່ລະລວມໝູ່, ຄະນະນຳຖືການປຶກສາຫາ ລື, ການຕິດຕາມຊຸກຍູ້, ການກວດ ກາຕີລາຄາ ເປັນລະບອບແບບ ແຜນໜຶ່ງໃນການນຳພາ, ທັງເປັນ ບັນຫາທີ່ຕ້ອງຕິດພັນກັບເນື້ອໃນດຳເນີນຊີວິດ, ການຕິຊົມຕົນເອງ ແລະ ຕິຊົມກັນຢູ່ພາຍໃນ. ມີແຕ່ເຮັດແນວນັ້ນ ຈິ່ງຈະເຮັດໃຫ້ການປັບປຸງລະບົບການເມືອງ, ການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ ສ້າງຮາກຖານມີການຫັນປ່ຽນ ຢ່າງເລິກເຊິ່ງເຖິງຖອງ.
ໂດຍ ຈັນທະວົງ ອຸ່ນວິໄລຫົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ