ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວພທ ເປີດຊຸດຮຽນແພດຊ່ຽວຊານຂັ້ນ I,ບຳລຸງຈັດຕັ້ງ-ບັນຊາເສນາຮັກ ແລະ ກໍ່ສ້າງແພດປະລິນຍາຕີ
ເວລາອອກຂ່າວ: 2022-09-19 08:31:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ວັນ​ທີ 16 ກັນຍາ 2022 ນີ້, ວິທະຍາຄານ​ການ​ແພດ​ກອງ ທັບ (​ວພທ) ໄດ້​ເປີດ​ຊຸດ​ຮຽນ ​ແພດ​ຊ່ຽວຊານ​ຂັ້ນ I ສາຂາ​ພາຍ ​ໃນ​ລວມລະບົບ 2 ປີ, ບຳລຸງ​ວຽກ​ງານ​ຈັດ​ຕັ້ງ-ບັນຊາ​ເສນາ​ຮັກຊຸດ​ທີ III ລະບົບ 6 ເດືອນ ແລະ ກໍ່ ສ້າງ​ແພດ​ປະລິນຍາ​ຕີ​ຊຸດ​ທີ IX ລະບົບ 6 ປີ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພົນ​ຈັດຕະວາ ບົວ​ສິງ ອິນ​ທະ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ແຂກ​ຖືກ​ເຊີນ​ຈາກພາກສ່ວນ ​ຕ່າງໆ, ຄູ-ອາຈານແລະ ນັກ​ສຶກ​ສາ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ​ປອ ກິ່ງ​ແກ້ວ ແສງ​ຄຳ​ຢອງ ຫົວໜ້າ​ຫ້ອງ​ອົບຮົມ-ແຜນການ ​ວພທ ໄດ້​ຜ່ານ​ແຜນການ​ເປີດ​ຊຸດ​ຮຽນ, ເຊິ່ງ​ໃນ​ສົກຮຽນ 2022-2023 ນີ້, ວິທະຍາຄານ​ການ​ແພດ​ກອງທັບ ໄດ້​ຮັບ​ການ​ອະນຸມັດ​ໃຫ້​ເປີດ​ອົບ ຮົມ​ຄື: ແພດ​ຊ່ຽວຊານ​ຂັ້ນ I ສາ ຂາ​ພາຍ​ໃນ​ລວມ ລະບົບ 2 ປີ ມີ​ນັກ​ສຶກ​ສາ 17 ສະຫາຍ, ບຳລຸງ​ວຽກ​ງານ​ຈັດ​ຕັ້ງ-ບັນຊາ​ເສນາ​ຮັກ​ຊຸດ​ທີ III ລະບົບ 6 ເດືອນ ມີ​ນັກ​ສຶກ​ສາ 15 ສະຫາຍ ແລະ ກໍ່ສ້າງ​ແພດ​ປະລິນຍາ​ຕີ​ຊຸດ​ທີ IX ລະບົບ 6 ປີ ມີ​ນັກ​ສຶກ​ສາ 56 ສະຫາຍ, ເນື້ອ​ໃນ​ໂຄງການ​ຫຼັກ ສູດ​ການ​ຮຽນ-ການ​ສອນ​ສຳລັບ​ຫຼັກສູດ​ແພດ​ຊ່ຽວຊານ​ຂັ້ນ I ສາຂາ​ພາຍ​ໃນ​ລວມ ມີ 52 ໜ່ວຍ​ກິດ ເວລາ​ປະຕິບັດ 2 ປີ, ແບ່ງ​ອອກ​ເປັນ 4 ພາກຮຽນ, ໝວດ​ວິຊາ​ຮຽນ​ມີ: ໝວດ​ວິຊາ​ພາກ​ທິດ​ສະ​ດີ, ໝວດ​ວິ ຊາ​ເຝິກ​ຫັດ ແລະ ວິທີ​ວິທະຍາ​ຂຽນ​ບົດ​ຄົ້ນຄວ້າ, ບົດ​ລາຍ​ງານ​ກໍລະນີ, ສ່ວນ​ຫຼັກສູດ​ກໍ່ສ້າງ​ແພດ​ປະ​ລິນ ຍາ​ຕີ ລວມ​ມີ 226 ໜ່ວຍ​ກິດ, ເວລາ​ປະຕິບັດ 6 ປີ ແບ່ງ​ອອກ​ເປັນ 12 ພາກຮຽນ, ໝວດ​ວິຊາ​ຮຽນ​ມີ: ໝວດ​ທຳ​ມະ​ຊາດ, ສັງຄົມ, ກິລາ​ປ້ອງ​ກັນ​ຊາດ, ໄອ​ທີ, ການ​ແພດ​ພື້ນຖານ, ການ​ແພດ​ພາກ​ພະຍາດ, ການ​ແພດ​ທະ ຫານ, ສອບເສັງ ແລະ ປ້ອງ​ກັນ​ບົດ​ຈົບ​ຊັ້ນ ແລະ ຫຼັກສູດ​ບຳລຸງ​ວຽກ​ງານ​ຈັດ​ຕັ້ງ-ບັນຊາ​ເສນາ​ຮັກ ຈະ​ໄດ້​ອົບຮົມ 630 ຊົ່ວໂມງ, ໝວດ​ວິຊາ​ຮຽນ​ມີ: ພື້ນຖານ​ການ​ ທະຫານ-ການເມືອງ, ວິຊາ​ສະ ເພາະ​ເຕັກນິກ, ວິຊາ​ການ​ແພດ​ທະຫານ (ວຽກ​ງານ​ເສນາ​ຮັກ​ໃນ​ຍາມ​ສັນຕິ​ບານ), ໝວດ​ວິຊາ​ການ​ທະຫານ (ວຽກ​ງານ​ເສນາ​ຮັກ​ໃນ​ຍາມ​ສົງຄາມ), ແນະນຳ​ເຮັດ​ບົດ​ເຝິກແອບ​ຮັບປະກັນ​ເສນາ​ຮັກ​ໃຫ້​ແກ່ 1 ຮູບ​ແບບ​ສູ້​ຮົບ, ຫຼັກ ການ ແລະ ວິທີ​ການ​ນຳໃຊ້ກຳລັງ ​ເສນາ​ຮັກ ເຂົ້າ​ໃນ​ວຽກ​ງານ​ຕ້ານ​ໄພພິບັດ, ທັດ​ສະ ນະ​ສຶກ​ສາ ແລະ ການ​ສອບເສັງ-ຂຽນ​ບົດໂຄງ ການ​ຈົບ​ຊັ້ນ (ທວນ ແລະ ສອບ ເສັງ). ໂອກາດ​ນີ້, ສະຫາຍ ຮອງ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ການ​ທີ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ຮຽນ-ການ​ສອນ​ໃນ​ສົກຮຽນ​ນີ້, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍ​ການ ກໍ​ຄືຄູ- ອາຈານ ສືບຕໍ່​ຖອດ​ຖອນເອົາບົດ ຮຽນ​ໃນ​ສົກຮຽນ​ຜ່ານ​ມາ ເພື່ອ​ໝູນ​ໃຊ້​ໃນ​ສົກຮຽນ 2022-2023 ນີ້, ເສີມ​ຂະຫຍາຍ​ດ້ານ​ດີ, ປັບປຸງ​ແກ້​ໄຂ​ຂອດ​ທີ່​ຍັງ​ຄົງ​ຄ້າງ​ໃຫ້​ດີ​ຂຶ້ນ, ເອົາໃຈໃສ່​ຄົ້ນຄວ້າ​ປັບປຸງ​ໂຄງການ​ຫຼັກສູດ​ການ​ຮຽນ-ການ​ສອນ​ໃຫ້​ສອດຄ່ອງ ແລະ ຮັບປະກັນ​ຄຸນ​ນະ​ພາບ​ສູງ, ສ່ວນ​ນັກ​ສຶກ​ສາ ກໍ​ຕ້ອງ​ເຂົ້າໃຈ​ຄວາມ​ສຳຄັນ​ຂອງ​ການ​ມາ​ສຶກ​ສາ​ຮໍ່າຮຽນ​ຢູ່​ສະ​ຖາ​ບັນ​ແຫ່ງ​ນີ້, ເອົາໃຈໃສ່​ຄົ້ນຄວ້າ​ຮ່ຳຮຽນ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃນ​ທຸກ​ດ້ານ, ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ ​ປະຕິວັດ ແລະ ເອົາໃຈໃສ່​ປະຕິ ບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ ກໍ​ຄືກົດ​ລະບຽບ​ຂອງ​ວິທະຍາຄານ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ. ໂດຍ: ນາງ ຍ້ອມ​ເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ