ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ​ທາງໄກ​ກ່ຽວ​ກັບ​ວຽກ​ງານ​ສຶກ​ສາ ແລະ ເຝິກອົບຮົມ​ກອງທັບ​ອາກາດ​ອາ​ຊຽນ ຄັ້ງ​ທີ 9
ເວລາອອກຂ່າວ: 2022-09-19 08:28:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 147 | ຄວາມນິຍົມ:



ວັນ​ທີ 16 ກັນຍາ 2022 ນີ້, ກອງ​ບັນຊາ​ການ​ທະຫານ​ອາ ກາດ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ທາງໄກ​ວິຊາ​ການ​ດ້ານ​ການ​ສຶກ​ສາ ແລະ ເຝິກອົບຮົມ​ທະຫານ​ອາກາດ​ອາ​ຊຽນ ຄັ້ງ​ທີ 9 ຂຶ້ນ​ຢູ່​ທີ່ ນະຄອນຫຼວງ​ວຽງ​ຈັນ ​ສປປ ລາວ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ສຸກ ຄຳ​ເລືອງ​ເທບ ຫົວໜ້າ​ການ​ທະຫານ​ກອງພັນ​ໃຫຍ່ 703 ກອງ​ບັນຊາ​ການ​ທະຫານ​ອາກາດ ແລະ ມີ​ທູດ​ຝ່າຍ​ປ້ອງ​ກັນ​ຊາດ 10 ປະເທດ​ອາ​ຊຽນ​ແລະ​ວິຊາ​ການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ຄຳ​ສຸກ ຄຳ​ເລືອງ​ເທບ ໄດ້​ກ່າວ​ເປີດ​ກອງ​ປະຊຸມ​ວິຊາ​ການ​ດ້ານ​ການ​ສຶກ​ສາ ແລະ ເຝິກອົບຮົມ​ທະຫານອາ ກາດ ອາ​ຊຽນ​ຄັ້ງ​ທີ 9 (9th AAFET-WG) ຢ່າງ​ເປັນ​ທາງ​ການ​ໂດຍ​ຜ່ານ​ທາງ​ລະບົບ​ທາງໄກ (Video-Tele-Conference) ພ້ອມ​ທັງ​ໄດ້​ກ່າວ​ຕ້ອນຮັບ​ບັນດາ​ຫົວໜ້າ​ຄະນະ​ພ້ອມ​ດ້ວຍ​ຜູ້​ແທນ​ຈາກ​ກອງທັບ​ອາກາດ​ປະເທດ​ສະມາຊິກ​ອາ​ ຊຽນ ແລະ ກໍ​​ໍຍັງ​ໄດ້​ກ່າວ​ຈຸດປະ ສົງ​ຂອງ​ການ​ຈັດ​ກອງ​ຊຸມໃນ​ຄັ້ງ ​ນີ້ ແມ່ນ​ມີ​ຄວາມ​ໜາຍ​ຄວາມ​ສຳຄັນ ແລະ ເປັນ​ນິມິດ​ໝາຍ​ອັນ ດີ ໃຫ້​ກອງ​ບັນຊາ​ການ​ທະ ຫານ​ອາກາດ​ລາວ ກໍຄື​ຂອງ​ກອງທັບ​ອາກາດ​ອາ​ຊຽນ ເພື່ອປຶກສາຫາ ລືຊອກ​ຫາ​ຊ່ອງ​ທາງ​ທີ່​ດີທີ່ສຸດ ​ຮ່ວມ​ກັນ​ໃນ​ການ​ກຳນົດ​ແນວ ທາງກ່ຽວ​ກັບ​ລະບົບ​ການສຶກສາ ແລະ ການ​ເຝິກອົບຮົມ​ບຸກ​ຄະລາ​ກອນ​ທະຫານ​ອາກາດ​ຮ່ວມ​ກັນ ເພື່ອ​ພັດທະນາ ແລະ ສົ່ງເສີມ​ບຸກ​ຄະລາ​ກອນ​ຂອງ​ຕົນ​ໃນ​ແຕ່​ລະ​ລະດັບ​ແຕ່​ລະ​ຂັ້ນ​ໃຫ້​ເຂັ້ມແຂງ​ຂຶ້ນ​ເທື່ອ​ລະ​ກ້າວ ທັງ​ໃນ​ປັດຈຸບັນ ແລະ ອານາ​ຄົດ ໂດຍ​ມີ​ການສະໝອງ​ການ​ຮ່ວມ​ມື​ດ້ານ​ການເຝິກ ອົບຮົມ​ທີ່​ເປັນ​ໄປ​ໄດ້ຮ່ວມ​ກັນ ເຊັ່ນ: ການ​ໃຫ້​ທຶນ​ການສຶກ​ສາ, ທຶນ​ເຝິກອົບຮົມ, ທຶນເຝິກແອບ​ ພາກ​ປະຕິບັດ​ຕົວ​ຈິງລວມ ທັງ ການແລກປ່ຽນ​ທັກ​ສະການ​ຮຽນ-ການ​ສອນເຊິ່ງ​ກັນ ແລະ ກັນ. ພ້ອມ​ນີ້ ທ່ານ​ຍັງ​ໄດ້​ເນັ້ນວ່າ​ ກອງ​ປະຊຸມ​ຄັ້ງ​ນີ້ ແມ່ນ​ແນໃສ່​ເພື່ອ​ການ​ສົ່ງເສີມ ແລະ ພັດທະນາ​ສັນຕິພາບ, ຄວາມ​ສາມັກຄີ, ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ມາ, ຄວາມ​ຈະ ເລີນ​ຮຸ່ງເຮືອງ​ແລະ​ຜົນ​ປະໂຫຍດ​ລວມ​ຂອງ​ອາ​ຊຽນ, ເຊິ່ງ​ຜົນ​ຂອງ​ປະຊຸມ​ຄັ້ງ​ນີ້ ຈະ​ນຳໄປ​ລາຍ​ງານ​ຕໍ່ກອງ​ປະຊຸມ​ຜູ້​ບັນຊາ​ການ​ທະຫານ​ອາກາດ​ອາ​ຊຽນ​ຄັ້ງ​ທີ 19 (19th ASEAN Air Chiefs’ Conference -19th AACC) ທີ່ ​ສປປ ລາວ ກໍ​ຄື ກອງທັບ​ປະຊາຊົນ​ລາວ ຈະ​ເປັນ ​ເຈົ້າພາບ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ ການລະຫວ່າງ​ວັນ​ທີ 3 ຫາ 6 ພະຈິກ 2022 ທີ່​ແຂວງ​ຫຼວງພະ ບາງ. ສະຫາຍ ພັນ​ເອກ ຄຳ​ສຸກ ຄຳ​ເລືອງ​ເທບ ຍັງ​ໄດ້​ກ່າວ​ຕື່ມ​ອີກວ່າ: ການ​ເພີ່ມ​ທະວີ​ຄວາມ​ສາ ມັກຄີ, ຄວາມ​ເປັນ​ເອກະ​ພາບ ແລະ ການ​ຮ່ວມ​ມື​ກັນ​ລະຫວ່າງ​ກອງທັບ​ອາກາດ​ອາ​ຊຽນ​ດວ້ຍ​ກັນ ເພື່ອ​ພ້ອມ​ຈິດ​ພ້ອມ​ກັນ​ສ້າງ​ຂຶ້ນ​ຂີດ​ຄວາມ​ອາດ​ສາມາດ ແລະ ການ​ຮວ່ມ​ມື​ດ້ານ​ການ​ເຝິກອົບຮົມ​ທັກ​ສະ ແລະ ຄວາມ​ສາມາດ​ໃຫ້​ບຸກ​ຄະລາ​ກອນ ເພື່ອ​ປະກອບ​ສ່ວນ​ໃນ​ການ​ສ້າງ​ສັນຕິພາບ ສະ ຖຽນ​ລະ​ພາບ, ພັດທະນາ​ອາ​ຊຽນ ​ແບບ​ຢືນ​ຍົງ ແລະ ຍາວນານຕໍ່​ໄປ ແລະ ທ້າຍ​ກອງປະຊຸມຍັງໄດ້​ມອບ​ໃຫ້​ກອງ​ບັນຊາການທະຫານ​ ອາ ກາດ​ມຽນ​ມາ​ເປັນ​ເຈົ້າພາບ ໃນ​ການ​ຈັດ​ກອງ​ປະຊຸມ​ກອງທັບ​ອາ​ຊຽນ​ຄັ້ງ​ທີ 10 ໃນ​ປີ​ຕໍ່​ໄປ. ໂດຍ: ບົວ​ລາ ສໍ​ລາ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ