ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ​ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ກອງ​ພົນ​ທີ 1
ເວລາອອກຂ່າວ: 2022-09-15 10:22:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 334 | ຄວາມນິຍົມ:



ໃນ​ໂອກາດ​ທີ່ ສະຫາຍ ຟານວັນ​ຢາງ ກຳມະການ​ກົມ​ການເມືອງ ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດນາມ, ລັດຖະມົນຕີ​ກະ ຊວງ​ປ້ອງ​ກັນ​ປະເທດ ​ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ ຢູ່ ສປປ ລາວ ຢ່າງ​ເປັນ​ທາງ​ການ​ລະຫວ່າງ ວັນ​ທີ 13-17 ກັນຍາ 2022 ນີ້, ໃນ​ວັນ​ທີ 14 ກັນຍາ ​ນີ້, ສະຫາຍ ພ້ອມ​ດ້ວຍ​ຄະນະ ໄດ້​ເດີນທາງ​ໄປ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ກອງ​ພົນ​ທີ 1, ນຳ ພາ​ໂດຍ​ ສະຫາຍ ພົນ​ຕີ ວົງ​ຄຳ ພົມ​ມະກອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ລາວ ພ້ອມ​ດ້ວຍ​ວິຊາ​ການ​ທີ່​ກ່ຽວຂ້ອງ. ໂດຍ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຂອງ​ ສະຫາຍ ພົນ​ຈັດຕະວາ ອຸ່ນ​ຈັນ ແດງ​ວັນ​ສົມ ຫົວໜ້າ​ການ​ທະຫານ ​ກອງ​ພົນ​ທີ 1 ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ. ໂອກາດ​ນີ້, ສະຫາຍ ລັດຖະ ມົນຕີກະຊວງ​ປ້ອງ​ກັນ​ປະເທດ ຫວຽດນາມ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ປະຫວັດ​ຄວາມ​ເປັນ​ມາ, ພາລະ​ບົດບາດ, ໜ້າທີ່ ແລະ ໂຄງ​ປະກອບ​ການຈັດຕັ້ງ​ຂອງ​ກອງ​ພົນ, ລວມ​ທັງ​ສະພາບ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ໂດຍ​ຫຍໍ້ ຈາກ​ ສະຫາຍ ພົນ​ຈັດຕະວາ ອຸ່ນ​ຈັນ ແດງ​ວັນ​ສົມ, ກອງ​ພົນ​ທີ 1 ເຮັດ​ໜ້າທີ່​ເປັນ​ກຳລັງເຄື່ອນ​ທີ່​ໃຫ້​ແກ່​ກະຊວງ​ປ້ອງ​ກັນ​ປະເທດ​ໃນ​ເມື່ອ​ມີ​ຄວາມ​ຕ້ອງການ, ປະສານ​ກັບ​ກົມ​ກອງ​ເພື່ອນ​ເຮັດ​ໜ້າທີ່​ປົກ​ປັກ​ຮັກສານະຄອນຫຼວງ​ວຽງ​ຈັນ ແລະ ບັນດາ​ແຂວງ​ເຂດ​ໃຈ​ກາງຂອງ​ປະເທດ, ພ້ອມ​ກັນ​ນັ້ນ, ກໍ​ເຮັດ​ໜ້າທີ່​ຢຶດ​ຈັ້ງ ແລະ ເຄື່ອນ​ໄຫວ​ແກ້​ໄຂ​ໜໍ່​ແໜງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ​ເຂດ​ໃຈ​ກາງຂອງ​ປະເທດ, ຈັດ​ຕັ້ງ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຢູ່ 2 ແຂວງ​ຄື: ແຂວງ​ວຽງ​ຈັນ ແລະ ໄຊ​ສົມບູນ, ໄປ​ພ້ອມ​ກັນ​ນັ້ນ, ກໍ​ໄດ້​ເອົາ ໃຈ​ໃສ່​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ ​ໜັກ​ແໜ້ນ​ໃນ​ທຸກ​ດ້ານ ແລະ ມີ​ແບບແຜນ​ທັນ​ສະໄໝ, ສຸມ​ໃສ່​ນຳພາ-ຊີ້​ນຳ​ພະນັກງານ-ນັກຮົບ ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ສາ ມາດ​ຍາດ​ໄດ້​ຜົນສຳເລັດ​ທີ່​ເປັນ​ພື້ນຖານ​ຫຼາຍ​ດ້ານ. ນອກຈາກ ​ນີ້, ກອງ​ພົນ​ຍັງ​ໄດ້​ຖື​ສຳຄັນ​ວຽກ ງານ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະເທດ ໂດຍ​ສະເພາະ​ກອງທັບ​ປະ ຊາຊົນ​ຫວຽດນາມ ອັນ​ພົ້ນ​ເດັ່ນ​ແມ່ນ​ໄດ້​ແຮກສ່ຽວ​ກັບ​ກອງ​ພົນ 324 ທະຫານ​ເຂດ 4 ກອງທັບ​ປະຊາຊົນ​ຫວຽດນາມ ເພື່ອ​ແລກ ປ່ຽນ​ຂໍ້​ມູນ​ຂ່າວສານ ແລະ ຊ່ວຍ ເຫຼືອ​ເຊິ່ງ​ກັນ ແລະ ກັນ. ໃນ​ໄລ ຍະ​ຜ່ານ​ມາ​ກອງ​ພົນ​ໄດ້​ຮັບ​ການຊ່ວຍເຫຼືອ​ຈາກ​ກອງທັບ​ປະຊາ ຊົນຫວຽດນາມ​ຫຼາຍໆ​ດ້ານ​ຄື: ສູນ​ບັນຊາ​ກອງ​ພົນ, ໂຮງສີ​ເຂົ້າ ທັນ​ສະໄໝ​ຂອງ​ກອງ​ພົນ, ໄລຍະ​ມໍ່ໆມານີ້ ກໍ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ກອງ​ພົນ 324 ດ້ານ​ອຸປະ ກອນ​ການ​ແພດ​ຕ້ານ​ພະຍາດ ​ໂຄ​ວິດ-19, ອຸປະກອນ​ກິລາ​ການ​ທະຫານ ແລະ ຊ່ວຍ​ເຝິກອົບຮົມ​ວຽກ​ງານ, ພະລາທິການ ແລະ ເຕັກນິກ​ໄລຍະ​ສັ້ນ. ພິເສດ​ແມ່ນ ​ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດ ນາມ ໄດ້​ຊ່ວຍເຫຼືອ​ໂຄງການ​ກໍ່ ສ້າງ​ຫ້ອງການ​ສອງ​ຊັ້ນ​ຂອງ​ກອງ​ພົນ ປັດຈຸບັນ​ນີ້​ພວມ​ດຳເນີນ​ການ​ກໍ່ສ້າງ. ໃນ​ວາລະ​ເຄື່ອນ​ໄຫວ​ຢຽມ​ຢ້າມ ແລະ ເຮັດ​ວຽກ​ຢູ່​ກອງ​ພົນ​ທີ 1, ສະຫາຍ ພົນ​ເອກ ຟານ ວັນ​ຢາງ ໄດ້​ສະແດງ​ຄວາມ​ຂອບໃຈ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ​ລາວ ທີ່​ໄດ້​ອຳນວຍ​ຄວາມ​ສະດວກ ແລະ ສະແດງ​ຄວາມ​ຮັກແພງ​ມາ​ຍັງ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ທີ 1 ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ, ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ອັນ​ດີ, ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ໝາກ ຜົນ-ຜົນງານ​ທີ່​ກອງ​ພົນ​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ພິເສດ​ແມ່ນ​ການ​ຮ່ວມ​ມື​ແຮກສ່ຽວ​ລະຫວ່າງ​ກອງ​ພົນ​ທີ 1 ກັບ​ກອງ​ພົນ 324, ນີ້​ແມ່ນ​ໝາກຜົນ​ໜຶ່ງ​ທີ່​ຍົກ​ໃຫ້​ເຫັນ​ມູນເຊື້ອ​ຮ່ວມ​ສຳພັນ​ແບບ​ພິເສດ​ຂອງ​ສອງ​ກອງທັບ​ປະຊາຊົນ​ຫວຽດນາມ-ລາວ​ທີ່​ມີ​ມາ​ແຕ່​ດົນ​ນານ ແລະ ຍັງ​ຮັກສາ​ມາ​ຈົນ​ເທົ່າ​ທຸກ​ວັນ​ນີ້. ພ້ອມ​ດຽວ​ກັນ​ນີ້, ສະຫາຍ​ພ້ອມ​ດ້ວຍ​ຄະນະ​ທັງ​ສອງ​ຝ່າຍ ຍັງ​ໄດ້​ລົງ​ຕິດຕາມ​ກວດກາ​ໂຄງການ​ກໍ່ສ້າງ​ຫ້ອງການ​ສອງ​ຊັ້ນ​ຂອງ​ກອງ​ພົນ 1 ທີ່​ພວມ​ດຳເນີນ​ການ​ກໍ່ສ້າງ ໂດຍ​ແມ່ນ​ການ​ຊ່ວຍເຫຼືອ​ຈາກ​ກະ ຊວງ​ປ້ອງ​ກັນ​ປະເທດ​ຫວຽດ ນາມ. ໂດຍ: ອາ​ຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ