ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມພົບປະ 3 ຝ່າຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ
ເວລາອອກຂ່າວ: 2022-09-15 09:42:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ:



ກອງປະຊຸມພົບປະ 3 ຝ່າຍ ລະຫວ່າງລັດຖະມົນຕີກະຊວງ ປ້ອງກັນປະເທດ ລາວ-ຫວຽດ ນາມ-ກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ14 ກັນຍາ 2022 ທີ່ນະຄອນ ຫຼວງວຽງຈັນ, ເຂົ້າຮ່ວມຝ່າຍ ລາວ ນຳໂດຍ ທ່ານ ພົນເອກ ຈັນ ສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຝ່າຍຫວຽດນາມ ນຳໂດຍ ທ່ານ ຟານວັນຢາງ ລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ຝ່າຍກຳ ປູເຈຍນຳໂດຍ ທ່ານ ສົມເດັດ ປີໄຈເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກຳປູເຈຍ, ມີບັນດາຄະນະນາຍທະຫານຂັ້ນສູງ 3 ປະເທດ ເຂົ້າຮ່ວມ. ກອງປະຊຸມພົບປະ 3 ຝ່າຍ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ ໄດ້ຕີລາສະພາບວຽກງານ ແລະ ການພັດທະນາ ປະເທດເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ ແລະ ສະແດງຄວາມ ຊົມເຊີຍເຊິ່ງກັນ ແລະ ກັນ ຕໍ່ຜົນສຳ ເລັດໃນບັ້ນເຝິກຊ້ອມກອບກູ້ໄພ ພິບັດຮ່ວມ 3 ກອງທັບ (ກຳປູ ເຈຍ-ລາວ-ຫວຽດນາມ) ທີ່ກອງ ທັບປະຊາຊົນລາວເປັນເຈົ້າພາບ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການປັບປຸງກໍ່ສ້າງກໍາລັງ, ການຈັດກອງປະຊຸມພົບປະ 3 ລັດຖະມົນຕີ ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອສືບຕໍ່ຍົກສູງຂີດຄວາມສາມາດໃຫ້ ສາມກໍາລັງກອບກູ້ໄພພິບັດທໍາມະຊາດໃນການຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕໍ່ຜົນກະທົບຈາກໄພ ທໍາມະຊາດທີ່ອາດຈະເກີດຂຶ້ນ, ປຶກສາຫາລືວຽກງານການສະ ກັດກັ້ນການລັກລອບເຂົ້າເມືອງ ຜິດກົດໝາຍ, ອາດຊະຍາກໍາຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບ ຕິດ, ການຄ້າອາວຸດ ແລະ ການກໍ່ອາດສະຍາກໍາຕ່າງໆທີ່ຜິດກົດໝາຍ ເພື່ອຮ່ວມກັນແກ້ໄຂບັນຫາ ຕ່າງໆຢ່າງທັນການ, ທັງນີ້ ກໍ ເພື່ອຮັດແໜ້ນຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງ ສາມປະເທດ, ປຶກສາຫາລືໃຫ້ມີການແລກປ່ຽນກິລາ ແລະ ສິລະປະວັນນະຄະດີ ລະຫວ່າງ ສາມກອງທັບໄປສະແດງ ເຊິ່ງກັນ ແລະ ກັນ ໂດຍສະເພາະງານສໍາຄັນ ຂອງຊາດ, ຂອງກອງທັບ ໂດຍ ຜັດປ່ຽນກັນເປັນເຈົ້າພາບ, ແລະ ການເຂົ້າຮ່ວມກິດຈະກໍາຕ່າງໆ ຢູ່ບັນດາແຂວງທີ່ມີຊາຍແດນ ຕິດຈອດກັນໃຫ້ມີການຈັດຕັ້ງ ເປັນປົກກະຕິ. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວ ໄດ້ກ່າວວ່າ : ລາວ, ຫວຽດນາມ, ກໍາປູເຈຍ ແມ່ນສາມປະເທດທີ່ມີ ຊາຍແດນຕິດຈອດກັນ, ເປັນສາມ ປະເທດທີ່ເຄີຍຕົກຢູ່ໃນຊະຕາກໍາ ອັນດຽວກັນ, ເຄີຍມີມູນເຊື້ອສາມັກຄີຊ່ວຍເຫຼືອກັນມາແຕ່ດຶກດໍາບັນແບບອ້າຍນ້ອງເຄີຍຮ່ວມທຸກຮ່ວມສຸກນໍາກັນຕະຫຼອດມາ ປະ ຊາຊົນສາມຊາດໃນອິນດູຈີນ ເຄີຍ ຕໍ່ສູ້ຄຽງບ່າຄຽງໄລ່ຕ້ານກັບພວກຈັກກະພັດຕ່າງດ້າວຜູ້ຮຸກຮານໂຕດຽວກັນ. ສະນັ້ນ, ບໍ່ວ່າຈະຢູ່ໃນສະພາບ, ເງື່ອນໄຂໃດ ແລະ ໄລຍະໃດພວກເຮົາຈະບໍ່ສາມາດຕັດແຍກອອກຈາກກັນໄດ້. ດ້ວຍເຫດນັ້ນ, ກອງທັບ 3 ປະເທດ ແມ່ນເປັນຫຼັກແຫຼ່ງພ້ອມກັນປົກ ປັກຮັກສາ, ເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບ, ຄວາມສາມັກຄີສຸດແສນລໍ້າຄ່າທີ່ເປັນມູນເຊື້ອ ລະຫວ່າງສາມຊາດ, ສາມກອງທັບລາວ, ຫວຽດນາມ, ກໍາປູເຈຍ ນັບມື້ໄດ້ຮັບການເສີມຂະຫຍາຍ ໃຫ້ຈະເລີນງອກງາມ ແລະ ພັດ ທະນາຂຶ້ນຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດລວມຂອງສາມຊາດ ກໍຄືຄວາມຢູ່ດີກິນດີຂອງປະຊາຊົນແຕ່ລະປະເທດ, ພວກເຮົາຕ້ອງ ພ້ອມກັນສ້າງເສັ້ນຊາຍແດນ ສາມຊາດຂອງພວກເຮົາໃຫ້ກາຍ ເປັນເສັ້ນຊາຍແດນແຫ່ງສັນຕິ ພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຢືນຍົງຢ່າງແທ້ ຈິງ ບົນຈິດໃຈແຫ່ງຄວາມສາມັກຄີຮັກແພງຂອງສາມຊາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ