ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄູ​ເຝິກ​ທີມ​ຊາດ​ຍີ່ປຸ່ນ ຕັ້ງ​ເປົ້າ​ເປັນ​ທີ 1 ຂອງ​ກຸ່ມ ເຕະບານ​ຊາຍ U20 ປີ
ເວລາອອກຂ່າວ: 2022-09-14 15:19:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ທ່ານ Koichi Togashi ຄູ​ເຝິກ​ທີມ​ຊາດ​ຍີ່ປຸ່ນ ຮຸ່ນ​ອາຍຸ​ບໍ່​ເກີນ 20 ປີ (U20) ຕັ້ງ​ເປົ້າ​ໄດ້​ອັນ​ດັບ​ທີ 1 ຂອງ​ກຸ່ມ ເພື່ອ​ເຂົ້າ​ສູ່​ຮອບ​ສຸດທ້າຍການ​ແຂ່ງຂັນ​ເຕະບານ​ຊາຍ ຮຸ່ນ​ອາຍຸ​ບໍ່​ເກີນ 20 ປີ ຊິງ​ແຊັມ​ອາຊີ 2022 ຮອບ ​ຄັດ​ເລືອກ ກຸ່ມ C ທີ່ ​ສປປ ລາວ ເປັນ​ເຈົ້າພາບ ໃນ​ລະຫວ່າງ​ວັນ​ທີ 10-18 ກັນຍາ​ນີ້. ທ່ານ Koichi Togashi ໃຫ້​ຮູ້​ຕື່ມ​ວ່າ: ພາຍຫຼັງ​ສະພາບ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ດີ​ຂຶ້ນ ນັກ​ກິລາ​ຊຸດ​ນີ້ ໄດ້​ກັບ​ມາ​ເກັບ​ຕົວ​ເຝິກ​ຊ້ອມ​ຢ່າງ​ຕໍ່​ເນື່ອງ ເພື່ອ​ຫວັງ​ສ້າງ​ຜົນງານ​ໃຫ້​ອອກ​ມາ​ດີ ມີໄຊຊະນະ ໂດຍ​ຈະ​ເນັ້ນ​ໄປ​ແຕ່​ລະ​ນັດ, ສ່ວນ​ນັກ​ກິລາ​ແມ່ນ​ຄັດ​ຕົວ​ມາ​ຈາກ​ບັນດາ​ສະໂມສອນ​ຕ່າງໆ​ໃນ​ຍີ່ປຸ່ນ ແລະ ມີ​ການ​ອຸ່ນ​ເຄື່ອງ​ຫຼາຍ​ນັດ​ສົມຄວນ​ກ່ອນ​ມາ​ຮ່ວມ​ຄັດ​ເລືອກ​ຄັ້ງ​ນີ້ ໂດຍ​ສະເພາະ ຊະນະ ຫວຽດນາມ ທີມ​ແຖວ​ໜ້າ​ຂອງ​ອາ​ຊຽນ​ເຖິງ 5-0 ປະຕູ, ເປົ້າ​ໝາຍ​ຂອງ​ທີມ ຕົວ​ເຕັງ​ແຊັມ​ຮອບ​ຄັດ​ເລືອກ ກຸ່ມ C ບໍ່​ສະເພາະ​ແຕ່​ຫວັງ​ໄດ້​ສິດ​ໄປ​ຮອບ​ສຸດ​ທ້າຍ​ທີ່​ອຸ​​ດສ​ະເບ​ກິ​​ດສະ​ຖານ ໃນ​ເດືອນ​ມີນາ ປີ 2023 ແຕ່​ຍັງ​ຫວັງ​ຕິດ 1 ໃນ 4 ຂອງ​ທະວີບ​ໄປ​ແຂ່ງຂັນ U20 ປີ ຊິງ​ແຊັມ​ໂລກ ທີ່​ອິນ​ໂດ​ເນ​ເຊຍ ໃນ​ເດືອນ​ພຶດສະພາ-ເດືອນ​ມິຖຸນາ ປີ 2023. ສຳລັບ ທີມ​ຊາດ​ຍີ່ປຸ່ນ U20 ປີ ເຄີຍ​ເປັນ​ແຊັມ​ອາຊີ​ມາ​ແລ້ວ 1 ສະໄໝ ໃນ​ປີ 2016 ແລະ ເຄີຍ​ໄດ້​ຮອງ​ແຊັມ​ເຖິງ 6 ສະໄໝ. ຂະນະ​ທີ່ ທ່ານ ໄມ​ເຄິນ ໄວສ໌ ຄູ​ເຝິກ​ທີມ​ຊາດ​ລາວ​ຊາວ​ເຢຍ​ລະ​ມັນ ຍັງ​ຢືນຢັນ​ເປົ້າ​ໝາຍ​ຢ່າງ​ໜັກ​ແໜ້ນ ຈະ​ພະຍາຍາມ​ສູ້​ຊົນ​ພາ​ທີມ​ຊາດ​ລາວ U20 ຊຸດ​ນີ້ ມີ​ຜົນງານ​ທີ່​ດີ ແລະ ປະ​ທັບ​ໃຈ​ແຟນ​ບານ ໂດຍ​ຈະ​ເນັ້ນ​ໄປ​ແຕ່​ລະ​ນັດ​ເຊັ່ນ​ກັນ ຫວັງ​ຊະນະ ກວມ, ເຢ​ເມັນ ແລະ ປາ​ເລ​​ັສ​ຕິນ ເພື່ອ​ລຸ້ນ​ເຂົ້າ​ຮອບ​ສຸດ​ທ້າຍ ເຖິງ​ວ່າ​ເປັນ​ເປົ້າ​ໝາຍ​ທີ່​ຍາກ ແລະ ທ້າ​ທາຍ ແຕ່​ຈະ​ພະຍາຍາມ​ກະ​ຕຸ້ນ​ລູກ​ທີມ​ສູ້​ສຸດ​ຂີດ ເພື່ອ​ໄດ້​ໄຊຊະນະ​ມາ​ໃຫ້​ໄດ້, ສ່ວນ​ການ​ພົບ​ກັບ ຍີ່ປຸ່ນ ທີມ​ເຕັງ​ແຊັມ​ກຸ່ມ​ນີ້ ການ​ຍາດ​ແຍ່ງ​ຄະແນນ​ຈາກ​ທີມ​ຊາດ​ຍີ່ປຸ່ນ ຖື​ວ່າ​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍ ແຕ່​ຈະ​ພາ​ນັກ​ກິລາ​ສູ້​ສຸດ​ຄວາມ​ສາມາດ ເພື່ອ​ຊິງ​ໂອກາດ​ເຂົ້າ​ຮອບ​ສຸດ​ທ້າຍ​ຕໍ່​ໄປ, ໄວສ໌ ຄິດ​ວ່າ: ຖ້າ​ມີ 9 ຄະແນນ​ຈາກ 4 ນັດ ຍັງ​ມີ​ລຸ້ນ​ເປັນ​ອັນ​ດັບ​ທີ​ສອງ​ດີ​ສຸດ 5 ຫຼື 6 ເພື່ອ​ເຂົ້າ​ຮອບ​ສຸດ​ທ້າຍ​ທີ່​ປະເທດ​ອຸ​​ດ ສະ​ເບ​ກິ​​ດສະ​ຖານ ໃນ​ປີໜ້າ. ສຳລັບ ນັກ​ກິລາ​ບານເຕະ​ຊາຍ​ທີມ​ຊາດ​ລາວ U20 ຊຸດ​ນີ້ ສ່ວນ​ຫຼາຍ​ເປັນ​ຊຸດ U19 ທີ່​ສ້າງ​ປະຫວັດສາດ​ໄດ້​ຮອງ​ແຊັມ​ອາ​ຊຽນ 2022 ໃນ​ເດືອນ​ກໍລະກົດ​ຜ່ານ​ມາ, ເວລາ​ເກັບ​ຕົວ​ເຝິກ​ຊ້ອມ​ໄລຍະ​ສັ້ນ ໃນ​ວັນ​ທີ 31 ສິງຫາ​ຜ່ານ​ມາ ແລະ ໃນ​ວັນ​ທີ 9 ກັນຍາ​ນີ້ ໄດ້​ທຳ​ການ​ຄັດ​ຕົວ​ນັກ​ກິລາ​ຈາກ 29 ຄົນ​ ໃຫ້​ເຫຼືອ 23 ຄົນ​ຕາມ​ໂຄ​ຕ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ