ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າຫ້ອງການເມືອງທະຫານແຂວງຈຳປາສັກ ໂອ້ລົມພະນັກງານ-ນັກຮົບກອງຮ້ອຍ 526
ເວລາອອກຂ່າວ: 2019-02-11 09:30:24 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ພັນເອກແຫວນຄໍາ ຈະເລີນ ວົງ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງທະ ຫານແຂວງຈໍາປາສັກໄດ້ພົບປະ ໂອ້ລົມພະນັກງານ-ນັກຮົບກອງ ຮ້ອຍທະຫານຊາຍແດນ 526 ທະຫານແຂວງຈໍາປາສັກ, ເນື່ອງ ໃນໂອກາດທີ່ກົມກອງໄດ້ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບ ຄົບຮອບ 70 ປີ ແລະ ສະ ຫລຸບວຽກງານຮອບດ້ານຂຶ້ນ ໃນວັນທີ 2 ກຸມພາ 2019 ນີ້, ເຊິ່ງມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃນກົມກອງ ຕະຫຼອດຮອດແຂກທີ່ຖືກເຊີນ ເຂົ້າຮ່ວມ. ພັນເອກ ແຫວນຄໍາ ຈະເລີນວົງ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງ ສະຫາຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານ ແລະ ໄຊ ຊະນະທີ່ກົມກອງຍາດມາໄດ້ຕະ ຫລອດໄລຍະທີ່ຜ່ານມາ, ພ້ອມ ທັງຍົກໃຫ້ເຫັນສະພາບການພາກ ພື້ນ ແລະ ໃນໂລກ ທີ່ພວມຜັນ ແປໄປຢ່າງສັບສົນທີ່ສົ່ງຜົນສະ ທ້ອນໃຫ້ແກ່ການພັດທະນາປະ ເທດຊາດຂອງພວກເຮົາ ເວົ້າ ສະເພາະຕໍ່ກໍາລັງປະກອບອາ ວຸດທ້ອງຖິ່ນແຂວງຈໍາປາສັກ, ມີ ທັງສີ່ງທ້າທາຍທົດສອບ ແລະ ອໍານວຍຄວາມສະດວກ, ໃນ ນັ້ນຍັງໄດ້ເນັ້ນໜັ້ກໃຫ້ຄະນະ ພັກ-ຄະນະບັນຊາ ຈົ່ງເພີ່ມທະ ວີຄວາມສາມັກຄີເປັນເອກະພາບ ພາຍໃນໃຫ້ໜັກແໜ້ນ ຍົກສູງ ຄວາມຮັບຜິດຊອບຕໍ່ພາລະບົດ ບາດສິດ ແລະ ໜ້າທີ່ຂອງຕົນ ໃນການຄຸ້ມຄອງນໍາພາບັນຊາ ພະນັກງານ-ນັກຮົບ, ເອົາໃຈໃສ່ ຊີ້ນໍາ-ນຳພາສຶກສາອົບຮົມການ ເມືອງແນວຄິດ ໃຫ້ເປັນປົກກະ ຕິ, ຕິດພັນກັບການປະຕິບັດ ໜ້າທີ່ວິຊາສະເພາະດ້ວຍຄວາມ ຮັບຜິດຊອບສູງ, ພ້ອມນັ້ນກໍເອົາ ໃຈໃສ່ຊຸກຍູ້ຂະບວນການວຽກ ງານດ້ານຕ່າງໆ ໃຫ້ເປັນຂະ ບວນການຟົດຟື້ນແຂງແຮງ, ເອົາ ໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ ນັບມື້ມີຄວາມໜັກແໜ້ນດ້ານການ ເມືອງ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ມີລະບຽບວິໄນເຂັ້ມງວດ, ສືບຕໍ່ປັກປົກຮັກສາເຂດນໍ້າແດນ ດິນ ກໍຄືຂອບເຂດກົມກອງຮັບ ຜິດຊອບໃຫ້ມີຄວາມສະຫງົບ ປອດໄພ, ໃນພິທີຍັງໄດ້ມີການ ປະດັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍ້ອງຍໍຂັ້ນຕ່າງໆ ໃຫ້ແກ່ ພະນັກງານ-ນັກຮົບໃນກົມກອງ ທີ່ມີຜົນງາານດີເດັ່ນປະກອບ ສ່ວນປົກປັກຮັກສາ ແລະ ພັດທະ ນາປະເທດຊາດຕະຫຼອດໄລຍະ 5 ປີທີ່ຜ່ານມາຢ່າງສົມກຽດ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ກອງ ບັນຊາການທະຫານເມືອງໂຂງ ແຂວງຈໍາປາສັກຍັງໄດ້ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 70 ປີຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍ ບັນຍາກາດເບີກບານມ່ວນຊື່ນ. ໂອກາດດັ່ງກ່າວຍັງໄດ້ປະດັບ ຫຼຽນໄຊຍ້ອງຍໍຜົນງານ 5 ປີພະ ນັກງານ-ນັກຮົບຜູ້ທີ່ມີຜົນງານ ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດຢ່າງສົມກຽດ. ໂດຍ: ຄໍາພັດ ມິ່ງມູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ