ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າຫ້ອງການພະລາທິການທະຫານແຂວງຄຳມ່ວນ ລົງກວດກາໂຄງການກໍ່ສ້າງຄ້າຍກອງຮ້ອຍທະຫານຊາຍແດນ 316
ເວລາອອກຂ່າວ: 2019-02-11 09:28:30 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ຕົ້ນເດືອນ ກຸມພາ 2019 ນີ້, ພັນເອກ ຄຳພູ ເພັດສັງຄາ ຄະນະ ປະຈຳພັກກອງບັນຊາການ, ຫົວ ໜ້າຫ້ອງພະລາທິການທະຫານ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ລົງກວດກາໂຄງການກໍ່ສ້າງ ຄ້າຍກອງຮ້ອຍທະຫານຊາຍ ແດນ316 ຢູ່ເຂດຈຸດສຸມນໍ້າຈາຫຼາ ເມືອງບົວລະພາ ເຊິ່ງໂຄງການ ດັ່ງກ່າວແມ່ນໄດ້ເລີ່ມລົງມືກໍ່ ສ້າງມາແຕ່ຕົ້ນເດືອນເມສາ 2018 ຈົນມາຮອດປັດຈຸບັນນີ້ ເຫັນວ່າມີຄວາມຄືບໜ້າພໍສົມ ຄວນ ແລະ ກຳນົດເວລາໃນການ ກໍ່ສ້າງແມ່ນ 2 ປີໃຫ້ສຳເລັດ 100% ໃນນັ້ນລວມມີການກໍ່ ສ້າງຫ້ອງການ 1 ຫຼັງ, ເຮືອນ ນອນ 2 ຫຼັງ,ສະໂມສອນແລະ ເຮືອນຄົວ 1 ຫຼັງ, ຫ້ອງນໍ້າ 2 ຫຼັງ, ສະໂຕໂດ້ 1 ຫຼັງ, ປະຕູໂຂງ, ກຳແພງ, ຮົ້ວໝາມໝາກຈັບ, ບຸກເບີກສະຖານທີ່ກໍ່ສ້າງ ວຽກ ຕິດຕັ້ງໄຟຟ້າ ແລະ ເຄື່ອງ ເຟີນີ ເຈີ ປັດຈຸບັນການກໍ່ສ້າງແມ່ນມີ ຄວາມຄືບໜ້າແລ້ວ 30% ໂດຍ ແມ່ນຂັ້ນເທິງສະໜອງທຶນໃຫ້ ລວມມູນຄ່າການກໍ່ສ້າງ ທັງໝົດ 4.550.568.402 ກີບ ( ສີ່ຕື້ ຫ້າຮ້ອຍຫ້າສິບລ້ານກວ່າກີບ ). ໂດຍ: ແກ້ວອຸດອນ ຖົງບຸນທີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ