ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ຂອງ​ປະຊາຊົນ ລາວ-ຫວຽດນາມ ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່ ( ປີ 1955-1975)
ເວລາອອກຂ່າວ: 2022-08-30 09:52:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ໂດຍ​ຍຶດ​ໝັ້ນ​ສາຍ​ພົວພັນ, ຄວາມ​ສາມັກຄີການ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ລະຫວ່າງ ລາວ-ຫວຽດນາມ ໄດ້​ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ສູງ​ສຸດ, ການ​ຮ່ວມ​ສຳພັນ​ສູ້​ຮົບ​ຍຸດ​ທະ​ສາດ ຕ້ານ​ກັບ​ພວກ​ຈັກກະພັດ​ອາ​ເມ​ຣິ​ກາ ໄດ້​ກາຍເປັນ​ແບບຢ່າງ​ທີ່​ຫາ​ຍາກ ກ່ຽວ​ກັບ​ຄວາມ​ສາມັກຄີ​ສູ້​ຮົບ ສະໜັບສະໜູນ​ຊ່ວຍເຫຼືອ​ກັນ​ໃນ​ທຸກ​ດ້ານ, ດ້ວຍ​ຄວາມ​ບໍລິສຸດ​ຜຸດ​ຜ່ອງ ​ຕໍ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ, ຊື່ສັດ​ບໍລິສຸດ​ຕໍ່​ລັດທິ​ສາກົນ​ຂອງ​ຊົນ​ຊັ້ນ​ກຳມະກອນ, ພັກ ແລະ ປະຊາຊົນ ຫວຽດນາມ ໄດ້​ໃຫ້ການ​ຊ່ວຍເຫຼືອ, ອູ້ມຊູ​ທັງ​ດ້ານ​ວັດຖຸ ແລະ ຈິດໃຈ ແກ່ຂະ​ບວນ​ການ​ຕໍ່ສູ້​ຂອງ​ປະຊາຊົນ​ລາວ. ນອກ​ນີ້, ພັກ ແລະ ປະຊາຊົນ​ລາວ ໄດ້​ສ້າງ​ທຸກ​ເງື່ອນໄຂ​ສະ ດວກ, ສະໜັບສະໜູນ​ຢ່າງ​ໝົດ​ຈິດ​ໝົດ​ໃຈ ແລະ ຊ່ວຍເຫຼືອ​ຫວຽດນາມ ຢ່າງ​ຈິງ​ໃຈ ໃນ​ພາ ລະກິດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ ນາມ ເພື່ອ​ປະເທດ​ຊາດ​ເປັນ​ເອກະ​ພາບ, ທັງ​ສອງ​ປະເທດສືບຕໍ່​ດຳ ເນີນ​ການ​ຕໍ່ສູ້​ກູ້​ຊາດ​ຕ້ານ​ຈັກກະ ພັດ​ອາ​ເມ​ຣິ​ກາ, ໂດຍ​ເສີມ​ຂະ ຫຍາຍ​ມູນເຊື້ອ​ຄວາມ​ສາມັກຄີ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ "ເຂົ້າ​ເມັດ​ຫັກ ຜັກ​ເສັ້ນ​ດຽວ​ກໍ​ແບ່ງ​ປັນ​ກັນ​ກິນ "ສອງ​ຊາດ​ລາວ ແລະ ຫວຽດນາມ ໄດ້​ຮັດ​ແໜ້ນ ແລະ ສົມທົບ​ກັນ​ສູ້​ຮົບທັບ​ມ້າງ​ຍຸດ​ທະ​ສາດ​ສົງ​ຄາມ​ພິເສດ ຂອງ​ຈັກກະພັດ ໃຫ້​ປະ​ລາ​ໄຊ​ລົງ​ຢ່າງ​ເຈັບ​ແສບ​ໃນ​ຫຼາຍ​ບັ້ນ​ຮົບ ຢູ່​ ລາວ ແລະ ຫວຽດນາມ. ໃນ​​ປີ 1959-1960, ບັນດາ​ຜູ້ນຳ​ຂອງ​ສອງ​ພັກ (ພັກ​ແຮງ​ງານ​ຫວຽດນາມ ແລະ ພັກ​ປະ ຊາຊົນ​ລາວ) ໄດ້​ພົບ​ປະ, ປຶກສາ​ຫາລື​ກັນ ແລະ ເປັນ​ເອກະ​ພາບ​ກັນ​ທາງ​ດ້ານ​ຍຸດ​ທະ​ສາດ, ຍຸດ​ ໂທ​ບາຍ ແລະ ວິທີ​ປະຕິບັດເພື່ອ​ຕີ​ເອົາ​ຊະນະ​ຈັກກະພັດ​ອາ​ເມ​ຣິ​ກາ. ໃນ​ໄລຍະ​ນີ້, ກອງທັບ ແລະ ປະຊາຊົນ​ຫວຽດນາມ ມີ​ຄວາມ​ຈຳເປັນ​ທີ່​ສຸດ ຕ້ອງ​ມີ​ເສັ້ນທາງ ​ຜ່ານ​ດິນແດນ​ຂອງ​ລາວ ລົງ​ໄປ​ສູ່​ພາກ​ໃຕ້​ຫວຽດນາມ, ໂດຍ​ຕອບ​ ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ອັນ​ຈຳເປັນ​ຂອງ​ຝ່າຍ​ຫວຽດ ນາມ, ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ໂດຍ ປະທານ ໄກ ສອນ ພົມວິຫານ ເປັນ​ຜູ້ນຳ​ໜ້າ​ໄດ້​ຕອບ​ສະໜອງ ບົນ​ຈິດໃຈ​ສາມັກຄີ​ອັນສະໜິດສະໜົມ, ປະທານ ໄກສອນ ພົມວິຫານ ໄດ້​ກ່າວ​ວ່າ “ຊາຕະກຳ​ຂອງ​ສອງ​ປະເທດ​ພວກ​ເຮົາ​ໄດ້​ສະໜິດ​ຕິດ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ, ປະຊາຊົນ​ລາວ​ຈະ​ເຮັດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ເພື່ອ​ປະກອບສ່ວນ​ເຂົ້າ ​ໃນໄຊຊະນະ​ຂອງ​ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ”. ດັ່ງນັ້ນ, ໃນ​ພຶດຕິ​ກຳ​ຕົວ​ຈິງ​ແລ້ວ ​ເສັ້ນທາງ​ໂຮ່​ຈີ​ມິນ ໄດ້​ຕິດ​ພັນ​ສະໜິດ​ແໜ້ນ​ຂອງ​ຄວາມ​ສາມັກຄີ​ຮ່ວມ​ສຳພັນ​ສູ້​ຮົບ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ເຊິ່ງ​ການ​ຮ່ວມ​ສຳ ພັນ​ສູ້​ຮົບ​ຢູ່​ໃນ​ຫຼາຍ​ບັ້ນ​ຮົບ ແລະ ໃນ​ຫຼາຍ​ສະໜາມຮົບ​ຢູ່​ລາວ ເປັນຕົ້ນ: ບັ້ນ​ຮົບ​ປົດ​ປ່ອຍ ແຂວງ​ຫົວພັນ, ບັ້ນ​ຮົບ​ປົດ​ປ່ອຍ​ທົ່ງ​ໄຫ​ຫີນ, ບັ້ນ​ຮົບ​ປົດ​ປ່ອຍ​ຫຼວງ​ນ້ຳ​ທາ... ແຕ່​ລະ​ບັ້ນ​ຮົບ​ລ້ວນ​ແຕ່​ໄດ້​ຮັບ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ຕໍ່ສູ້ທັບ​ມ້າງ​ສົງຄາມ​ພິເສດຂອງ​ພວກ​ຈັກກະພັດ​ອາ​ເມ​ຣິ​ກາ ແລະ ລູກມື​ໃຫ້​ປະ​ລາ​ໄຊ, ຍ້ອນ​ຖືກ​ປະ​ລາ​ໄຊ​ໜັກ​ຢ່າງ​ຕໍ່​ເນື່ອງ​ໃນ​ທຸກ​ສະໜາມຮົບ​ຈັກກະພັດ​ອາ​ເມ​ຣິ​ກາ ແລະ ລູກມື ຈຳ​ຕ້ອງ​ຍອມ​ເຊັນ​ສັນຍາ​ເຊີ​ແນວ ໃນ​ວັນ​ທີ 23 ກໍລະກົດ 1962 ກ່ຽວ​ກັບ​ລາວ, ຍອມຮັບ​ຮູ້​ຄວາມ​ເປັນ​ເອກະລາດ, ເປັນກາງ, ເອກະ​ພາບ, ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ລາວ, ຮັບ​ຮູ້​ລັດຖະບານ​ປະສົມ 3 ຝ່າຍ ທີ່​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 12 ມິຖຸ​ນາ 1962. ສັນຍາ​ເຊີ​ແນວ ປີ 1962 ກ່ຽວ​ກັບ​ລາວ ເປັນ​ໄຊຊະນະ​ທາງ​ດ້ານ​ການ​ທະຫານ, ການເມືອງ ແລະ ການ​ຕ່າງປະເທດ ເປັນ​ຂີດ​ໝາຍ​ແຫ່ງ​ການ​ຂະຫຍາຍຕົວ​ໃໝ່ ທີ່​ມີ​ລັກສະນະ​ກະໂດດ​ຂຶ້ນ​ຂອງ​ກຳລັງ​ປະຕິວັດ. ການ​ເຊັນ​ສັນຍາ​ເຊີ​ແນວ ປີ 1962 ກ່ຽວ​ກັບ​ລາວ ຍັງ​ແມ່ນ​ໄຊຊະນະ​ແຫ່ງ​ຄວາມ​ສາມັກຄີ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ (ອ່ານຕໍ່ສະບັບໜ້າ) ລະຫວ່າງ​ປະຊາຊົນ ລາວ-ຫວຽດນາມ ອ້າຍ​ນ້ອງ, ແມ່ນ​ການ​ປະສານ​ສົມທົບ​ສູ້​ຮົບ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ ກອງທັບ​ປະຊາຊົນ​ລາວ​ກັບ​ກອງ ທັບ​ປະຊາຊົນ​ຫວຽດນາມ ໃນ​ສະໜາມຮົບ​ຕ້ານ​ສັດຕູ​ໂຕ​ດຽວ​ກັນ, ແມ່ນ​ການ​ສະໜັບສະໜູນ​ຂອງ​ບັນດາ​ປະເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ ແລະ ບັນດາ​ປະເທດ​ເພື່ອນ​ມິດ ກໍ​ຄື​ປະເທດ​ທີ່​ຮັກຫອມ​ສັນຕິພາບ ແລະ ຄວາມ​ກ້າວໜ້າ​ໃນ​ໂລກ. ເຫດການ​ປະຫວັດສາດ​ອັນ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ໃນ​ວັນ​ທີ 5 ກັນຍາ 1962 ລັດ ຖະບານ ສາທາລະນະ​ລັດ ປະຊາ ທິປະໄຕ ຫວຽດນາມ ແລະ ລັດ ຖະບານ​ລາຊະ​ອານາຈັກ​ລາວ (ລັດຖະບານ​ປະສົມ 3 ຝ່າຍ) ໄດ້​ສ້າງ​ສາຍ​ພົວພັນ​ການ​ທູດ​ນຳ​ກັນ​ຢ່າງ​ເປັນ​ທາງ​ການ. ເຫດການ​ດັ່ງກ່າວ​ນີ້ ມີ​ຄວາມ​ໝາຍ​ສຳຄັນ​ທາງ​ປະຫວັດສາດ ຂອງ​ສອງ​ຊາດ ລາວ-ຫວຽດນາມ, ໃນ​ດ້ານ​ໜຶ່ງ​ແມ່ນ​ເຮັດ​ໃຫ້​ລັດຖະບານ​ລາຊະ​ອານາຈັກ​ລາວ ຕ້ອງ​ຕັດ​ຄວາມ​ສຳພັນ​ການ​ທູດ​ກັບ​ອຳນາດ​ຫຸ່ນ​ໄຊ​ງ່ອນ, ໄປ​ພ້ອມ​ດຽວ​ກັນ​ນັ້ນ, ຫວຽດນາມ ກໍ​ມີ​ປະເທດ​ລາວ ເປັນ​ປະເທດ​ໃກ້​ຄຽງ​ທີ່​ມີ​ສັນຕິພາບ, ເປັນກາງ ຢູ່​ເບື້ອງ​ຕາເວັນຕົກ​ຂອງ​ຕົນ ເປັນ​ເທື່ອ​ທຳ​ອິດ​ທີ່​ຊາວ​ໂລກ​ຮັບ​ຮູ້​ນຳ, ດິນແດນ​ເຄິ່ງ​ໜຶ່ງ​ເປັນ​ຖານ​ທີ່​ໝັ້ນ​ຂອງ​ການ​ປະຕິວັດ​ລາວ. ໄລຍະ​ປີ 1964-1968, ຈັກກະພັດ​ອາ​ເມ​ຣິ​ກາ ໄດ້​ເພີ່ມ​ທະວີ​ສົງຄາມ​ຮຸກ​ຮານ​ຢູ່​ລາວ ແລະ ພາກ​ໃຕ້​ຫວຽດນາມ, ໂດຍ​ສະເພາະ​ພວກ​ຈັກກະພັດ​ອາ​ເມ​ຣິ​ກາ ໄດ້​ນຳ​ໃຊ້​ກອງທັບ​ອາກາດ​ຂອງ​ພວກ​ເຂົາ​ໃຊ້​ເຮືອບິນ ຖິ້ມ​ລະເບີດໃສ່​ເຂດ​ປົດ​ປ່ອຍ ແລະ ໃຊ້​ກຳລັງ​ທະຫານ​ຫຸ່ນ​ເປີດ​ບັ້ນ​ບຸກ​ໂຈມ​ຕີ​ບຽດ​ຢຶດ​ເຂົ້າ​ເຂດ​ປົດ​ປ່ອຍ​ດ້ວຍ​ການ​ປະສົມ​ປະສານ​ກັນ​ຢ່າງ​ໜັກ​ແໜ້ນ ແລະ ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ຢູ່​ໃນ​ຂະ​ໜາມ​ຮົບ​ລະຫວ່າງ​ລາວ ແລະ ຫວຽດນາມ, ໃນ​ປີ 1968 ຢູ່ ພາກ​ໃຕ້​ຫວຽດນາມ ກອງທັບ ແລະ ປະຊາຊົນ​ຫວຽດນາມ ໄດ້​ລຸກຂຶ້ນ​ຕໍ່ສູ້​ສົງຄາມ​ພາກສ່ວນ​ຂອງ​ຈັກກະພັດ​ອາ​ເມ​ຣິ​ກາ ໃຫ້​ພັງ​ທະ​ລາຍ​ລົງ, ໃນ​ໄລຍະ​ດຽວ​ກັນ​ນັ້ນ ກອງທັບ ແລະ ປະຊາຊົນ​ລາວ ໄດ້​ເປີດ​ບັ້ນ​ຮົບ​ປົດ​ປ່ອຍ​ນ້ຳ​ບາກ ແຂວງ​ຫຼວງ​ພະ​ບາງ, ບັ້ນ​ຮົບ​ປົດ​ປ່ອຍ​ຜາ​ຖີ່ (ແຂວງ​ຫົວພັນ) ບຸກ​ຕີ​ສັດຕູ​ໃຫ້​ປະ​ລາ​ໄຊ​ຢ່າງ​ເຈັບ​ແສບ, ອັນ​ນັ້ນ ແມ່ນ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ລະຫວ່າງ​ສອງ​ສະໜາມຮົບ​ຂອງ ລາວ-ຫວຽດນາມ ໄດ້​ໂມ່ງ​ບາດ​ຄ້ອນ​ອັນ​ໜັກ​ໃສ່​ສັດຕູ​ໂຕ​ດຽວ​ກັນ, ເຮັດ​ໃຫ້​ຍຸດ​ທະ​ສາດ​ສົງຄາມ​ພິເສດ​ຂອງ ໂຢນ​ເຊີນ​ຖືກ​ພັງ​ທະ​ລາຍ. ໄລຍະ​ປີ 1969-1973 ກອງທັບ ແລະ ປະຊາຊົນ​ລາວ ພ້ອມ​ກັບ​ກອງທັບ ແລະ ປະຊາຊົນ​ຫວຽດ ນາມ ໄດ້​ສາມັກຄີ​ຄຽງ​ບ່າ​ຄຽງ​ໄຫຼ່​ກັນ ຕໍ່ສູ້​ຕີ​ເອົາ​ຊະນະ​ສົງຄາມ​ພິເສດ​ເພີ່ມ​ທະວີ​ຂອງ​ຈັກກະພັດ​ອາ​ເມ​ຣິ​ກາ. ປີ 1969 ນິກ​ເຊີນ​ຂຶ້ນ​ເປັນ​ປະທານ​ທິ​ບໍດີ​ສະຫະລັດ​ອາ​ເມ​ຣິ​ກາ, ຕໍ່​ກັບ​ລາວ ພວກ​ເຂົາ​ໄດ້​ເຮັດ​ໃຫ້​ສົງຄາມ​ເປັນ​ສົງຄາມ​ພິເສດ ເພີ່ມ​ທະວີ​ຫຼາຍ​ກຳລັງ​ເຂົ້າ​ຮ່ວມ​ຂອງ​ກອງທັບ​ອາກາດ​ອາ​ເມ​ຣິ​ກາ, ຂອງ​ກອງ​ທະຫານ​ໄທ​ເລວ​ຮັບຈ້າງ ແລະ ທະຫານ​ຫຸ່ນ​ໄຊ​ງ່ອນ, ພ້ອມ​ກັນ​ນັ້ນ ກໍ່​ເປີດ​ກວ້າງ​ສົງຄາມ​ອອກ​ໄປ​ທົ່ວ​ອິນດູຈີນ. ດ້ວຍ​ການ​ນຳພາ​ຂອງ​ພັກ ແລະ ດ້ວຍ​ຈິດໃຈ​ປະຕິວັດ​ອັນ​ສູງ​ສົ່ງ​ຂອງ ກອງທັບ​ປະຊາຊົນ​ລາວ ແລະ ດ້ວຍ​ຄວາມ​ສາມັກຄີ​ຮ່ວມ​ສຳພັນ​ສູ້​ຮົບ​ອັນ​ສະໜິດ​ແໜ້ນ​ຂອງ​ສອງ​ພັກ, ສອງ​ກອງທັບ ແລະ ປະຊາຊົນ​ສອງ​ປະເທດ ລາວ-ຫວຽດນາມ ໄດ້​ພ້ອມ​ກັນ​ຄຽງ​ບ່າ​ຄຽງ​ໄຫຼ່​ກັນ​ຕໍ່ສູ້​ຢ່າງ​ເດັດດ່ຽວ​ພິລະ​ອາດ​ຫານໃນ​ຫຼາຍ​ບັ້ນ​ຮົບ ອັນ​ພົ້ນ​ເດັ່ນ​ແມ່ນ ​ບັ້ນ​ຮົບ​ລາມ​ເຊີນ 719 (ທາງ​ເລກ 9) ແຂວງ​ສະຫວັນ​ນະ​ເຂດ ໃນ​ປີ 1971 ໄຊຊະນະ​ຂອງ​ບັ້ນ​ຮົບ​ລາມ​ເຊີນ 719 ເປັນ​ມະຫາ​ໄຊ ຊະນະ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ເປັນ​ການ​ຕີ​ເອົາ​ຊະນະ​ກັບ​ທິດ​ສະ​ດີ​ນິກ​ເຊີນ ແລະ ຕີ​ເອົາ​ຊະນະ​ກຳລັງ​ສູ້​ຮົບ​ຍຸດ​ທະ​ສາດ ຂອງ​ຈັກກະພັດ​ອາ​ເມ​ຣິ​ກາ, ສ້າງ​ໄດ້​ທ່ວງ​ທ່າ​ອັນ​ໃໝ່​ໃຫ້​ແກ່​ການ​ປະຕິວັດ​ລາວ ແລະ ການ​ປະຕິວັດ​ຫວຽດນາມ ກ້າວ​ຂຶ້ນ​ຍາດ​ເອົາ​ໄຊຊະນະ​ອັນ​ໃຫຍ່​ຫຼວງ. ໃນ​ຊຸມ​ປີ 1971-1972 ກອງ ທັບ ແລະ ປະຊາຊົນ​ລາວ ປະສານ​ສົມທົບ​ກັບ​ກອງ​ທະຫານ​ອາສາ​ສະໝັກ​ຫວຽດນາມ ໄດ້​ເປີດ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ຢ່າງ​ຕໍ່​ເນື່ອງ​ໃນ​ຫຼາຍ​ບັ້ນ​ຮົບ​ຍຸດ​ທະ​ສາດ​ສຳຄັນ​ເຊັ່ນ: ບັ້ນ​ຮົບ​ປົດ​ປ່ອຍ​ທົ່ງ​ໄຫ​ຫີນ-ຊຽງ​ຂວາງ, ທົ່ງ​ໄຫ​ຫີນ-ລ້ອງ​ແຈ້ງ... ໃນ​ທຸກ​ສະໜາມຮົບ​ລ້ວນ​ແຕ່​ໄດ້​ສ້າງ​ທ່າແຮງ ແລະ ກຳລັງ​ໜູນ​ໜີບ​ບັງຄັບ​ໃຫ້​ຝ່າຍ​ວຽງ​ຈັນ​ຕ້ອງ​ຍອມ​ເຊັນ​ສັນຍາ ປະຕິບັດ​ຄວາມ​ຖືກຕ້ອງ​ປອງ​ດອງ ແລະ ຄວາມ​ເປັນ​ເອກະ​ພາບ​ຂອງ​ຊາດ ຄັ້ງ​ທີ III ໃນ​ວັນ​ທີ 21 ກຸມພາ ປີ 1973, ສ້າງ​ເງື່ອນໄຂອັນ​ສະ ດວກ​ໃຫ້ການ​ປັບປຸງ ແລະ ກໍ່ສ້າງ​ກຳລັງ​ປະຕິວັດ​ໃນ​ທຸກ​ດ້ານໄດ້​ເຮັດ​ໃຫ້​ມີ​ການ​ຫັນປ່ຽນ​ທີ່​ເປັນ​ຜົນ​ດີ ໃຫ້​ແກ່​ການ​ປະຕິວັດ​ທັງ​ສາມ​ປະເທດ ອິນດູຈີນ, ວັນ​ທີ 17 ເມສາ 1975 ກອງທັບ ແລະ ປະຊາຊົນ​ກຳປູເຈຍ ຕີປົດ​ປ່ອຍ​ພະນົມ​ເປັນ ແລະ ທົ່ວ​ປະເທດ​ຢ່າງ​ສົມບູນ, ວັນ​ທີ 30 ເມສາ 1975 ກອງທັບ ແລະ ປະຊາຊົນ​ພາກ​ໃຕ້​ຫວຽດນາມ ບຸກ​ຕີ​ເຂົ້າ​ປົດ​ປ່ອຍ​ໄຊ​ງ່ອນ ແລະ ທົ່ວ​ພາກ​ໃຕ້​ຫວຽດນາມ ໄດ້​ຮັບ​ໄຊຊະນະ​ຢ່າງ​ສົມບູນ ເຊິ່ງ​ໄດ້​ທ້ອນໂຮມ​ປະເທດ​ຫວຽດນາມ ເປັນ​ເອກະ​ພາບ​ອັນ​ຫນຶ່ງ​ອັນ​ດຽວ; ໄຊຊະນະ​ຂອງ​ສອງ​ປະເທດ​ອ້າຍ​ນ້ອງ​ດັ່ງກ່າວ ໄດ້​ສ້າງ​ໂອກາດ​ພັນ​ປີ​ມີ​ເທື່ອ​ໜຶ່ງ ພັກ​ປະຊາຊົນ​ປະຕິວັດ​ລາວ ໄດ້​ນຳພາ​ປະຊາຊົນ​ລາວ​ບັນດາເຜົ່າ​ລຸກ​ຮື້​ຂຶ້ນ​ຢຶດ​ອຳນາດ​ການ​ປົກຄອງ ດ້ວຍ 3 ບາດ​ຄ້ອນ​ຍຸດ​ທະ​ສາດ ໄດ້​ຮັບ​ໄຊຊະນະ​ຢ່າງ​ສົມບູນ ໃນ​ຂອບ​ເຂດ​ທົ່ວ​ປະເທດ ແລະ ສະຖາປະນາ​ເປັນ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ໃນ​ວັນ​ທີ 2 ທັນວາ 1975, ໄຊຊະນະ​ອັນ​ຍິ່ງ​ໃຫຍ່ ຂອງ​ການ​ປະຕິວັດ​ລາວ​ດັ່ງກ່າວ​ນັ້ນ ບັນຫາ​ຫນຶ່ງ​ທີ່​ສຳຄັນ​ແມ່ນ​ໄຊຊະນະ​ຂອງ​ການ​ສຳພັນ​ຮ່ວມ​ຮົບ ລະຫວ່າງ ປະຊາຊົນ​ລາວ, ປະຊາຊົນ​ຫວຽດນາມ ທີ່​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັນ​ຕ້ານ​ສັດຕູ​ໂຕ​ດຽວ​ກັນ ຕະຫຼອດ​ໄລຍະ 45 ປີຜ່ານມາ,



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ