ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໝາກຜົນ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ ​ຄັ້ງ​ທີ V ໄລຍະ​ກາງ​ສະໄໝ ຂອງ​ອົງຄະ​ນະ​ພັກ​ທະຫານ​ແຂວງ​ບໍ່ແກ້ວ
ເວລາອອກຂ່າວ: 2022-08-30 09:50:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ:



ອົງຄະ​ນະ​ພັກ ກອງ​ບັນຊາ​ ການທະຫານ​ແຂວງ​ບໍ່​ແກ້ວ ຍາມ​ໃດ​ກໍ​ເຊີດ​ຊູ​ບົດບາດການ​ນຳພາ​ຂອງ​ພັກ ເຂົ້າ​ໃນ​ຂົງເຂດ​ວຽກ​ງານ ໂດຍ​ສະເພາະ​ແມ່ນ​ການ​ນຳພາ​ຈັດ​ຕັ້ງ​ປະຕິບັດກອງ ​ປະຊຸມ​ໃຫຍ່​ຜູ້​ແທນ ຄັ້ງ​ທີ V ໄລຍະ​ກາງ​ສະໄໝ ເຊິ່ງ​ສາມາດ​ສ້າງ​ໄດ້​ຜົນສຳເລັດ​ຫຼາຍ​ດ້ານ ອັນສຳຄັນ​ແມ່ນ​ການຮັບປະ ກັນ​ໃຫ້​ທ້ອງຖິ່ນ​ແຂວງ​ບໍ່​ແກ້ວ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ປະກອບສ່ວນ​ສຳຄັນ​ເຮັດ​ໃຫ້​ເສດ ຖະກິດ​ຂອງ​ແຂວງ​ຂະຫຍາຍຕົວ​ຕໍ່​ເນື່ອງ ປະຊາຊົນ​ບັນດາເຜົ່າ​ຍູ່​ທ່າງ​ທຳ​ມາ​ຫາ​ກິນ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ດີ​ຂຶ້ນ​ເປັນ​ກ້າວໆ. ອີງ​ຕາມ​ບົດ​ສະຫຼຸບ​ທີ່ ສະ ຫາຍ ພັນ​ເອກ ບຸນ​ມີ ພາ​ມີ​ໄຊ ກຳ ມະການ​ຄະນະ​ປະຈຳພັກແຂວງ ເລຂາ​ຄະນະ​ພັກ ຫົວໜ້າ​ການ ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ລາຍ​ງານ​ຕໍ່​ກອງ​ປະຊຸມ​ປະ​ເມີນ​ຜົນ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ ຄັ້ງ​ທີ V ໄລຍະ​ກາງ​ສະ ໄໝ ແລະ ທິດ​ທາງ​ແຜນການ​ໄລຍະ​ທ້າຍ​ສະໄໝ ຂອງ​ອົງຄະ​ນະ​ພັກ​ກອງ​ບັນ ຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ທີ່​ຈັດ​ຂຶ້ນ​ໃນ​ວັນທີ 24 ສິງຫາ 2022 ນີ້, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ​ປອ ບົວ​ຄົງ ນາມ​ມະ​ວົງ ກຳມະການ​ສູນ ​ກາງ​ພັກ ເລຂາ​ພັກ​ແຂວງ ເຈົ້າ ແຂວງ ແຂວງ​ບໍ່​ແກ້ວ, ສະຫາຍ ພົນຈັດຕະວາ ແສງ​ມະນີ​ວອນ ຄຳ​ມະນີ ກຳມະການ​ຄະນະ​ພັກ​ກະ ຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ກົມ​ຈັດ​ຕັ້ງ​ພັກ ກົມ​ໃຫຍ່​ການເມືອງ​ກອງທັບ ໃຫ້​ຮູ້​ວ່າ: ອົງຄະ​ນະ​ພັກ​ກອງບັນຊາການທະຫານແຂວງ ບໍ່ແກ້ວ ຍາມ​ໃດ​ກໍ​ເອົາໃຈໃສ່ເຊີດ ​ຊູ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ, ເປັນ​ແກນ​ນຳ​ຫຼັກ​ແຫຼ່ງ​ໃນ​ການ​ຄົ້ນຄວ້າ​ຫັນ​ເອົາ​ແນວທາງ​ນະໂຍບາຍ, ມະຕິ, ຄຳ​ ສັ່ງ​ຂອງ​ສູນ​ກາງ​ພັກ, ມະຕິ​ຂອງ​ ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະ ເທດ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ແຂວງ​ບໍ່​ແກ້ວ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ມາ​ເປັນ​ແຜນການ​ແຜນ​ງານ​ອັນ​ລະອຽດ ພ້ອມທັງ​ ມອບ​ໝາຍ​ໜ້າທີ່​ໃຫ້ຄະນະ​ພັກ​ຊີ້​ນຳ​ແຕ່​ລະ​ວຽກ​ງານ​ຕາມ​ພາລະ​ບົດບາດໜ້າທີ່ ແລະ ຄວາມ​ຮັບ ຜິດຊອບ​ຂອງ​ແຕ່​ລະສະຫາຍບົນ ​ພື້ນຖານ​ປະຕິບັດຕາມຫຼັກການ​ ປະຊາທິປະໄຕ ເຮັດ​ວຽກ​ເປັນ​ໝູ່​ ຄະນະແບ່ງ​ວຽກ​ໃຫ້​ບຸກຄົນ​ຮັບ ຜິດຊອບ ພ້ອມ​ທັງ​ມີ​ການ​ສະຫຼຸບ​ຕີ​ລາຄາ​ໝາກຜົນ​ການ​ນຳພາແຕ່​ໄລຍະ​ເປັນ​ປົກກະຕິ ອັນໄດ້​ເຮັດ ​ໃຫ້​ບົດບາດ​ການ​ນຳພາຂອງ​ ພັກ​ຕໍ່​ອົງຄະ​ນະ​ພັກ​ທະຫານ​ແຂວງ ​ບໍ່​ແກ້ວ​ນັບ​ມື້​ມີ​ຄວາມ​ເຂັ້ມແຂງ ແລະ ໄດ້​ຮັບ​ຄວາມ​ເຊື່ອໝັ້ນຈາກ ​ພະນັກງານ, ​ສະມາຊິກ​ພັກໃນທົ່ວ​ ທະຫານ​ແຂວງ. ດ້ານ​ວຽກ​ງານ​ ການເມືອງ-ແນວ​ຄິດ ໄດ້​ເອົາໃຈ ໃສ່​ສຶກ​ສາ​ອົບ​ຮົບ​ການເມືອງ-ນຳ ພາ​ແນວ​ຄິດໃຫ້​ພະນັກງານ, ສະ ມາຊິກ​ພັກ, ນັກຮົບ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ, ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ແບບແຜນ​ວິທີ​ເຮັດ​ວຽກ ແລະ ແບບແຜນ​ດຳລົງ​ຊີວິດ​ທີ່​ດີ, ມີ​ຄວາມ​ສັດຊື່​ບໍລິສຸດ​ຈົງ​ຮັກ​ພັກດີ​ຕໍ່​ປະເທດ​ຊາດ ແລະ ຕໍ່ປະຊາຊົນ, ຕື່ນ​ຕົວ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດ ທະນາ​ປະເທດ​ຊາດ; ໄດ້​ຈັດຕັ້ງ​ນຳພາ-ຊີ້​ນຳ​ພະນັກງານ​ລົງ​ກໍ່ ສ້າງຮາກ​ຖານ​ການເມືອງ​ໃນ ຂອບ​ເຂດຮັບຜິດຊອບ​ເປັນ​ປະຈຳ​ໂດຍ​ການ​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມ​ຂອງ​ກອງທັບ, ມູນເຊື້ອ​ການ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ລະຫວ່າງ​ກອງທັບ​ກັບ​ປະຊາຊົນ​ຄື​ປາ​ກັບ​ນ້ຳ. ໃນ​ນີ້, ສາມາດ​ນຳ ພາ​ສ້າງ​ບ້ານ ແລະ ຄອບຄົວປ້ອງ ​ກັນ​ຊາດ​ເຂັ້ມແຂງ​ໄດ້ 22 ບ້ານ, ​ມີ 5.305 ຄອບຄົວ, ສ້າງ​ບ້ານ​ປ້ອມ​ໝັ້ນ-ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ​ໄດ້ 36 ກຸ່ມ​ບ້ານ. ວຽກງານ​ ຮັບປະກັນ​ເຕັກນິກ ດ້ວຍຄວາມ ເອົາໃຈໃສ່​ຂອງ​ຄະນະ​ພັກກອງ​ບັນຊາ​ການ ແລະ ຄວາມ​ຮັບຜິດ ຊອບ​ຂອງ​ຄະນະ​ພັກ​ແຕ່​ລະຂັ້ນ, ພະນັກງານ-ນັກຮົບ​ແຕ່​ລະ​ສະ ຫາຍ ໃນ​ການ​ປົກ​ປັກ​ຮັກສາ​ອາ ວຸດ-ກະ​ສຸນ ສາມາດ​ຮັບປະກັນ​ການ​ກຽມພ້ອມ​ສູ້​ຮົບ​ໄດ້ 100% ແລະ ພາຫະນະ​ເຕັກນິກ​ຮັບ​ໃຊ້ ຮັບປະກັນ​ໄດ້ 90% ຂຶ້ນ​ໄປ. ວຽກ​ງານ​ພະລາທິການ ໂດຍ​ຍົກ​ສູງ​ນ້ຳໃຈ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ເຮັດ​ໃຫ້​ຫຼາຍ​ກົມ​ກອງ​ມີ​ຊີວິດ​ການ​ເປັນ​ຢູ່​ດີ​ຂຶ້ນ, ສະ ຖານທີ່​ຄ້າຍ​ຄູ, ທີ່ຢູ່​ອາໄສ ກໍໄດ້​ ຮັບ​ການ​ປັງ​ປຸງ​ແບບ​ຖາວອນ, ເຄິ່ງຖາວອນ, ການ​ປະຕິບັດການ​ ຄຸ້ມ​ຄອງ ແລະ ເບີກ​ຈ່າຍ​ຖືກຕ້ອງ ​ຕາມ​ລະບອບ​ອັດຕາ​ທີ່​ພັກ-ລັດ ແລະ ກອງທັບ​ໄດ້​ກຳນົດໄວ້; ວຽກ​ງານ​ພົວພັນ​ຮ່ວມ​ມື​ກັບ​ຕ່າງ ປະເທດ ກໍ​ໄດ້​ປະຕິບັດ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ​ຢ່າງ​ຖືກຕ້ອງ ໂດຍ​ພົວພັນ​ແໜ້ນ​ກັບ​ບັນດາ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ, ປະເທດ​ເພື່ອນ​ບ້ານ​ດ້ວຍ​ການ​ຮ່ວມ​ມື​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ ອັນ​ໄດ້​ເຮັດ​ໃຫ້​ບໍລິເວນ​ຊາຍ​ແດນ​ລະຫວ່າງ​ປະເທດ ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ໂອກາດ​ເຂົ້າ​ຮ່ວມ​ກອງປະ ຊຸມດັ່ງກ່າວ ສະຫາຍ ​ປອ ບົວ​ຄົງ ນາມ​ມະ​ວົງ ໄດ້​ກ່າວ​ສະແດງ​ ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່ໝາກຜົນ​ ແຫ່ງ​ການ​ຊີ້​ນຳ-ນຳພາ​ຂອງ​ອົງ ຄະ​ນະ​ພັກ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ບໍ່​ແກ້ວ ກໍ​ຄື​ຄະນະ​ພັກ​ແຕ່​ລະ​ຂັ້ນ ທີ່​ເອົາໃຈໃສ່​ນຳພາ-ຊີ້​ນຳພະນັກງານ-ສະມາຊິກ​ພັກ ແລະ ນັກຮົບ ຈັດຕັ້ງປະຕິບັດໜ້າ ທີ່​ວຽກ​ງານ​ຢ່າງ​ຂະຫຍັນ​ຂັນ ແຂງ ບໍ່​ຮູ້​ອິດ​ຮູ້​ເມື່ອຍ ເຮັດ​ໃຫ້​ ທ້ອງຖິ່ນ​ແຂວງ​ບໍ່​ແກ້ວ​ ມີ​ຄວາມ​ ສະຫງົບ​ສຸກ, ພື້ນຖານ​ໂຄງ​ລ່າງ​ ໄດ້​ຮັບ​ການ​ພັດທະນາ​ເຕີບ​ໃຫຍ່​ເຂັ້ມແຂງ. ສະຫາຍ​ເຈົ້າແຂວງ ແຂວງ​ບໍ່ແກ້ວ ຍັງ​ຮຽກຮ້ອງ​ໃຫ້​ກຳລັງປະກອບອາວຸດ​ທ້ອງຖິ່ນ​ແຂວງບໍ່​ແກ້ວ ຈົ່ງ​ພ້ອມ​ກັນ​ສືບຕໍ່​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ, ຕັ້ງໜ້າ​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ໜັກແໜ້ນ​ເຂັ້ມແຂງ​ທຸກ​ດ້ານ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອ ກະ​ພາບ​ພາຍ​ໃນ-ພາຍ​ນອກ​ໃຫ້​ແໜ້ນ​ແຟ້ນ, ສືບຕໍ່​ເສີມ​ຂະຫຍາຍ​ມູນເຊື້ອ​ປະຕິວັດ​ອັນ​ດີງາມ​ຂອງ​ກອງທັບ ກໍ​ຄື​ກົມ​ກອງ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ວໍລະ​ສິດ ພິດ​ສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ