ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫະພັນນັກຮົບເກົ່າແຂວງຈໍາປາສັກ ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກສ
ເວລາອອກຂ່າວ: 2022-08-16 10:51:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ:



v ສະຫາຍ ພັນໂທ ບຸນເນື່ອງ ສີພາ ກຳມະການຄະນະບໍລິຫານ ງານສະຫະພັນນັກຮົບເກົ່າແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ການຈັດຕັ້ງ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນນັກຮົບ ເກົ່າແຂວງຈໍາປາສັກ ໄລຍະຜ່ານ ມາ, ຄະນະພັກ-ຄະນະບັນຊາໄດ້ ອີງຕາມມະຕິຂອງກົມການເມືອງ ສູນກາງພັກ ວ່າດ້ວຍ ການເພີ່ມ ທະວີວຽກງານແຂ່ງຂັນຍ້ອງ ຍໍໃນໄລຍະໃໝ່(ຮັກຊາດ ແລະ ພັດທະນາ), ເຊິ່ງມີເຫັນຜົນງານ ພົ້ນເດັ່ນຫຼາຍດ້ານທີ່ສະຫະພັນ ນັກຮົບເກົ່າສ້າງມາໄດ້ເປັນຕົ້ນ ແມ່ນວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດ, ຍາມໃດກໍຖືວຽກງານດັ່ງກ່າວ ເປັນແຖວໜ້າໃນການຊີ້ນໍາຂົງ ເຂດວຽກງານນັກຮົບເກົ່າຂັ້ນ ແຂວງ, ເມືອງ ແລະ ກຸ່ມບ້ານ ຕິດ ພັນກັບວຽກງານຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະ ນາຕາມທິດ 3 ສ້າງຂອງສູນ ກາງພັກໄດ້ວາງອອກ ເຮັດໃຫ້ສະ ມາຊິກພັກ, ພະນັກງານ-ລັດຖະ ກອນພາຍໃນສະຫະພັນນັກຮົບ ເກົ່າເຊື່ອມຊຶມກໍາແໜ້ນຕໍ່ແນວ ທາງນະໂຍບາຍການປ່ຽນແປງ ໃນໄລຍະໃໝ່ຂອງພັກ, ປະຕິບັດ ກົດໝາຍຂອງລັດ, ເອົາໃຈໃສ່ໃນ ການປະຕິບັດພາລະບົດບາດສິດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ ໂດຍ ຫັນເອົາພະນັກງານ, ສະມາ ຊິກພັກແຕ່ລະຂັ້ນເຄື່ອນໄຫວເຮັດໜ້າທີ່ຂົນຂວາຍເຕົ້າໂຮມຈັດຕັ້ງ ແລະ ສຶກສາອົບຮົມໃນຖັນແຖວ ຂອງນັກຮົບເກົ່າຂັ້ນຮາກຖານ ຮັກສາໄດ້ທາງດ້ານມູນເຊື້ອອັນດີ ງາມຂອງການປະຕິວັດ, ເຊິ່ງສາ ມາດສະຫຼຸບຕີລາຄາ ແລະ ປະ ເມີນຜົນການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 3 ດີ 6 ຮັກສາຂອງນັກ ຮົບເກົ່າແຕ່ລະຂັ້ນຄື: ໄດ້ຮັບໃບ ຢັ້ງຢືນ 3 ດີ 6 ຮັກສາ 1 ກົມກອງ, ຂັ້ນເມືອງ 9 ກົມກອງ, ຂັ້ນໜ່ວຍ 108 ກົມກອງ, ປະເພດບຸກຄົນ ຂັ້ນແຂວງ 27 ສະຫາຍ, ຍິງ 9 ສະຫາຍ, ຂັ້ນເມືອງ 336 ສະ ຫາຍ, ຍິງ 37 ສະຫາຍ, ຂັ້ນ ໜ່ວຍ 216 ສະຫາຍ, ຍິງ 6 ສະ ຫາຍ, ກົມກອງ ລວມໝູ່ 118 ກົມກອງ ເທົ່າກັບ 92,9% ແລະ ປະເພດບຸກຄົນຂັ້ນເມືອງ, ບ້ານ 579 ສະຫາຍ, ຍິງ 52 ສະຫາຍ ເທົ່າກັບ 97,3%. ສະຫາຍ ພັນເອກ ບຸນມາກ ວິລະວົງ ປະທານສະຫະພັນນັກ ຮົບເກົ່າແຂວງຈໍາປາສັກ ຍັງໃຫ້ ຮູ້ວ່າ: ສັງລວມແລ້ວການຈັດຕັ້ງ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຂວງ ຫັນເອົາວຽກງານດັ່ງກ່າວເປັນ ໜ້າທີ່ຄວາມຮັບຜິດຊອບຂອງ ໝົດທຸກຄົນ, ຫັນລົງສູ່ຮາກຖານ ຕົວຈິງ, ໃກ້ຊິດຕິດແທດກັບຄອບ ຄົວພະນັກງານ-ນັກຮົບແຕ່ລະ ກຸ່ມບ້ານ, ເມືອງ, ຊຸກຍູ້ທໍາການ ຜະລິດ, ປູກຝັງ-ລ້ຽງສັດ ແລະ ບໍລິການຕ່າງໆຕາມເງື່ອນໄຂທ່າ ແຮງຂອງຄອບຄົວຕິດພັນກັບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຮັກສາມູນເຊື້ອ ດຸໝັ່ນຂະຫຍັນພຽນເພີ່ມພູນຜະ ລິດຜົນ ສາມາດເພິ່ງຕົນເອງ ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ເຮັດໃຫ້ຊີວິດ ການເປັນຢູ່ຂອງນັກຮົບເກົ່າພາຍ ໃນແຂວງນັບມື້ດີຂຶ້ນເປັນກ້າວໆ, ຮັກສາໄດ້ຄວາມສະຫງົບຢູ່ຂັ້ນ ຮາກຖານບ້ານ, ການພັດທະນາ ຄອບຄົວຕົວແບບ, ຄອບຄົວຈຸດ ສຸມຂອງນັກຮົບເກົ່ານັບມື້ນັບ ຫຼາຍຂຶ້ນ. ໂດຍ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ