ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ ຢູ່ກອງພັນໃຫຍ່ 941
ເວລາອອກຂ່າວ: 2022-08-16 09:26:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 143 | ຄວາມນິຍົມ:



ວັນທີ 10 ສິງຫາ 2022 ນີ້, ຢູ່ກອງພັນໃຫຍ່ 941 ໄດ້ປະ ກາດການແຕ່ງຕັ້ງສະພາວິທະຍາ ສາດ-ປະຫວັດສາດ ການທະ ຫານ ຂັ້ນຮາກຖານ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າ ກົມວິທະຍາສາປະຫວັດສາດ ການທະຫານ, ມີສະຫາຍ ພັນເອກ ພູໂຂງ ມະໂນລາ ຫົວໜ້າການ ເມືອງ ກອງພັນໃຫຍ່ 941, ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນໂທ ອຸເທບ ພົມມະເທດ ຫົວໜ້າພະແນກການ ເມືອງ ກົວິທະຍາສາດ-ປະຫວັດ ສາດ ການທະຫານ ໄດ້ຜ່ານຂໍ້ ຕົກລົງ ຂອງລັດຖະມົນຕີກະ ຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງສະພາວິທະຍາ ສາດ-ປະຫວັດສາດ ການທະ ຫານຂັ້ນຮາກຖານ ຂອງກອງ ພັນໃຫຍ່ 941, ໃນນີ້, ແຕ່ງຕັ້ງ ສະຫາຍ ພັນເອກ ພັນສອນ ຄຳຜີວ ຫົວໜ້າການທະຫານເປັນປະ ທານ, ສະຫາຍ ພັນເອກ ພູໂຂງ ມະໂນລາ ຫົວໜ້າການເມືອງ ເປັນຮອງປະທານ, ສະຫາຍ ພັນຕີ ພູເຂົາ ແກ້ວພູວົງ ຫົວໜ້າ ຂະແໜງວິທະຍາສາດ-ປະຫວັດ ສາດການທະຫານເປັນຜູ້ປະຈຳ ການ, ສະຫາຍ ພັນໂທ ຄອນສະ ຫວັນ ພະສະຫວັດ ຮອງຫົວ ໜ້າການທະຫານເປັນຄະນະ, ສະຫາຍ ພັນໂທ ສຸດທິກອນ ພິມພັນ ຮອງຫົວໜ້າການເມືອງ ເປັນຄະນະ, ສະຫາຍ ພັນໂທ ພູທອນ ຈັນທະວົງສໍ ຮອງຮັບຜິດ ຊອບວຽກງານພະລາທິການ ເປັນຄະນະ, ສະຫາຍ ພັນໂທ ເພັດທະນູ ແກ້ວພອນວິໄລ ຮອງ ຮັບຜິດຊອບວຽກງານເຕັກນິກ ເປັຄະນະ,ພັນໂທ ພອນແກ້ວ ສຸລິໄຊ ຫົວໜ້າພະແນກບໍລິຫານ ສັງລວມເປັນຄະນະ ແລະ ສະຫາຍ ພັນໂທ ບຸນປະສີດ ໄຊຍະນິກອນ ຫົວໜ້າຂະແໜງການເງິນເປັນ ຄະນະ.ໂອກາດນີ້, ສະຫາຍ ພັນເອກ ວິຊຽນ ສີສະອາດ ໄດ້ມີຄໍາເຫັນ ໂອ້ລົມຫຼາຍບັນຫາທີ່ສຳຄັນ ແລະ ເນັ້ນໜັກໃຫ້ຄະນະສະພາວິທະ ຍາສາດ-ປະຫວັດສາດການທະ ຫານຂັ້ນຮາກຖານຂອງ ກອງ ພັນໃຫຍ່ 941 ທີ່ຖືກແຕ່ງຕັ້ງຈົ່ງ ເພີ່ມທະວີຄວາມສາມັກຄີເປັນ ປຶກແຜ່ນເປັນເຈົ້າການໃນການ ເຮັດໜ້າທີ່ຕາມການມອບໝາຍ, ເຮັດວຽກເປັນໝູ່ຄະນະ, ກຳໄດ້ ສິດ, ໜ້າທີ່ ແລະ ທີ່ຕັ້ງພາລະບົດ ບາດຂອງສະພາໃນການປຶກສາ ຫາລືຄົ້ນຄວ້າ ແລະ ແກ້ໄຂບັນ ຫາຕ່າງໆ, ສ້າງຄວາມເປັນເອກະ ພາບກັນທາງດ້ານວິຊາສະເພາະ ເສີມຂະຫຍາຍທີ່ຕັ້ງພາລະບົດ ບາດໜ້າທີ່ຂອງກົມກອງ ເກັບກຳ ສຳເນົາທ້ອນໂຮມມູນເຊື້ອຂອງ ກົມກອງລວມໝູ່, ນັກຮົບແຂ່ງຂັນ ແລະ ວິລະຊົນຕ່າງໆ ທີ່ເກີດຂຶ້ນ ພາຍໃນກົມກອງ ເພື່ອນຳມາສຶກ ສາອົບຮົມ ແລະ ໝູນໃຊ້ເຂົ້າໃນຊີວິດຕົວຈິງໃນການສ້າງສາພັດທະນາກົມກອງໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນ. ໂດຍ: ວົງວິໄລ ບຸນລືໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ