ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການແຕ່ງຕັ້ງພະນັກງານ ເຮັດໜ້າທີ່ໃໝ່ຢູ່ຫ້ອງເສນາທິການ
ເວລາອອກຂ່າວ: 2022-08-16 09:23:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:



ໃນວັນທີ 11 ສິງຫາ 2022 ນີ້, ກອງພົນທີ 5 ໄດ້ປະ ກາດການແຕ່ງຕັັ້ງພະນັກງານ ເຮັດໜ້າທີ່ໃໝ່ຢູ່ຫ້ອງເສນາທິ ການ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສີງ ຫົວໜ້າການເມືອງ ກອງພົນທີ 5, ມີສະຫາຍ ພັນໂທ ບຸນສົມ ອີນທະລາ ຫົວໜ້າຫ້ອງ ເສນາທິການ ກອງພົນທີ 5, ມີ ຄະນະພັກ-ຄະນະບັນຊາ ຕະຫຼອດ ຮອດພະນັກງານ-ນັກຮົບພາຍ ໃນຫ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄຳໄພ ປະທຸມທອງ ຫົວໜ້າພະແນກພະ ນັກງານ ກອງພົນທີ 5 ໄດ້ຜ່ານ ຂໍ້ຕົກລົງຂອງຄະນະພັກພົນທີ 5 ອີງຕາມທິດທາງປັບປຸງ ບູລະ ນະກົນຈັກການຈັດຕັ້ງຂັ້ນບັນ ຊາ-ນຳພາ ໃນກຳລັງປະກອບ ອາວຸດໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນຮອບດ້ານ ເພື່ອພ້ອມ ກັນເຮັດສຳເລັດໜ້າທີ່ ທີ່ການຈັດ ຕັ້ງຂັ້ນເທິງມອບໝາຍໃຫ້. ໃນນີ້, ກອງພົນທີ 5 ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ພູຂັນ ແກ້ວພິລາ ເປັນຮັກສາການຮອງພະແນກ ສືບຂ່າວ ສະຫາຍ ພັນໂທ ສູນທອນ ມະຫາໄຊ ເປັນຮອງຫົວໜ້າພະ ແນກອົບຮົມ, ສະຫາຍ ພັນຕີ ສົມຄິດ ແກ້ວປະເສີດ ເປັນຊ່ວຍ ວຽກພະແນກລົດ, ສະຫາຍ ພັນຕີ ຄຳພູເຕືອນ ກົງວິເສດ ເປັນຫົວ ໜ້າການເມືອງ ກອງຮ້ອຍ 4 ກອງພັນ 618. ໂອກາດນີ້, ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສີງ ໄດ້ຍົກໃຫ້ ເຫັນໜ້າທີ່ຄວາມຮັບຜິດຊອບ ແລະ ຄວາມຮຽກຮ້ອງຕ້ອງການ ຂອງີ່ວຽກງານໃນສະເພາະໜ້າ ແລະ ຍາວນານ. ພ້ອມທັງຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນ ຊາ ແລະ ພະນັກງານຜູ້ທີ່ໄດ້ຮັບ ໜ້າທີ່ໃໝ່ ໃນຄັ້ງນີ້ຈົ່ງພ້ອມກັນ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນໍາພາແນວຄິດພະນັກ ງານ-ນັກຮົບໃຫ້ເປັນປົກກະຕິ, ເພີ່ມທະວີຄວາມສາມັກຄີພາຍ ໃນໃຫ້ແໜ້ນແຟ້ນ, ມີປະຊາທິປະ ໄຕ ເຮັດວຽກງານໝູ່ຄະນະ, ແບ່ງ ໃຫ້ບຸກຄົນຮັບຜິດຊອບ, ຍົກສູງ ຄວາມຮູ້, ຄວາມສາມາດເຂົ້າໃນ ວຽກງານທີ່ຕົນຮັບຜິດຊອບ ໃຫ້ມີຄຸນນະພາບສູງໄປພ້ອມໆ ກັບການເຝິກຝົນຕົນເອງທາງ ດ້ານຄຸນທາດການເມືອງ ຄຸນ ສົມບັດສີນປະຕິວັດ. ມີຄວາມ ໂປ່ງໃສຂາວສະອາດ, ຕອບຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ ທໍ້ຕ່າງໆທີ່ກໍ່ໃຫ້ເກີດຄວາມເສື່ອມ ເສຍຕໍ່ຕົນເອງ ແລະ ກົມກອງ ເພື່ອເຮັດໃຫ້ຂົງເຂດວຽກງານ ທີ່ຕົນຮັບຜິດຊອບມີຜົນສຳເລັດ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ ການຈັດຕັ້ງຂັ້ນເທິງມອບໜາຍ ໃຫ້. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ