ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າການເມືອງ ວພກ ໂອ້ລົມພະນັກງານ-ນັກຮົບ ທີ່ຈະໄປສຶກສາຕໍ່
ເວລາອອກຂ່າວ: 2022-08-16 09:20:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ວັນທີ 10 ສິງຫາ 2022, ສະຫາຍ ພັນເອກ ບຸນກ້ຽງ ວົງສາລາດ ຫົວໜ້າການເມືອງ ວິທະຍາຄານພະລາທິການກອງ ທັບ (ວພກ) ໄດ້ພົບປະໂອ້ລົມ ພະນັກງານ-ນັກຮົບ ທີ່ຈະໄປ ສຶກສາຮໍ່າຮຽນຕໍ່ ສົກຮຽນ 2022-2023, ມີ ຄະນະພັກ-ຄະ ນະບັນຊາ 6 ຫ້ອງ 2 ກອງພັນ, ພະແນກການກ່ຽວຂ້ອງ ແລະພະນັກງານ-ນັກຮົບ ທີ່ໄດ້ໄປສຶກ ສາຮໍ່າຮຽນຕໍ່ ເຂົ້າຮ່ວມ. ສະຫາຍ ພັນໂທ ເກດແກ້ວສີລາເພັດ ຫົວໜ້າພະແນກພະນັກ ງານ ຫ້ອງການເມືອງ ວພກ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍ ການອະນຸມັດໃຫ້ພະນັກງານ-ນັກຮົບ ໄປຄົ້ນຄວ້າສຶກສາຮໍ່າຮຽນຕໍ່ ສົກຮຽນ 2022-2023, ໂດຍ ອີງຕາມຂໍ້ຕົກລົງຂອງລັດຖະມົນ ຕີກະຊວງປ້ອງກັນປະເທດ ວ່າ ດ້ວຍການອະນຸມັດຕົວເລກກໍ່ສ້າງ ບຳລຸງນາຍ ແລະ ພົນທະຫານເຂົ້າຮຽນຢູ່ບັນດາວິທະຍາຄານ ແລະ ໂຮງຮຽນຂອງກອງທັບປະຊາ ຊົນລາວ ສົກຮຽນ 2022-2023 ພ້ອມທັງ,ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະ ນຸມັດໃຫ້ ພະນັກງານ-ນັກຮົບ ໄປ ຮຽນລະບົບກໍ່ສ້າງວິຊາສະເພາະ ຕ່າງໆ ຢູ່ບັນດາວິທະຍາຄານ, ໂຮງຮຽນຂອງກອງທັບປະຊາ ຊົນຫວຽດນາມ ສົກຮຽນ2022-2023 ໂດຍອີງຕາມແຜນການຮ່ວມມືປະຈຳປີ 2022ລະຫວ່າງ ກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ແລະ ກະ ຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ອີງຕາມການ ຄົ້ນຄວ້າ ແລະ ນຳສະເໜີຂອງກົມ ໃຫຍ່ການເມືອງກອງທັບ. ໃນການໄປສຶກສາຮໍ່າຮຽນຕໍ່ ຄັ້ງນີ້ ມີຈຳນວນທັງໝົດ 38 ສະຫາຍ ໃນນີ້, ຮຽນຢູ່ພາຍໃນ 33 ສະ ຫາຍ ແລະ ຕ່າງປະເທດ 5 ສະ ຫາຍ. ສະຫາຍ ພັນເອກ ບຸນກ້ຽງວົງສາລາດ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍ ທີ່ພັກ, ລັດ ແລະ ການຈັດຕັ້ງ ໄດ້ໃຫ້ໂອກາດ ເງື່ອນໄຂໃນການເສີມຂະຫຍາຍ ທາງດ້ານຄວາມຮູ້, ຄວາມສາ ມາດພະນັກງານ-ນັກຮົບ ທົ່ວກອງ ທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ກໍຄື ພະນັກງານ-ນັກຮົບ ວພກ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການທາງ ດ້ານທິດສະດີ-ຫຼັກການ ໃຫ້ນັບ ມື້ທັນສະໄໝສູງຂຶ້ນກວ່າເກົ່າ ພ້ອມທັງ, ເປັນການພັດທະນາ ຊັບພະຍາກອນມະນຸດ ກໍຄື ບຸກ ຄະລາກອນຂອງຊາດໃຫ້ໄດ້ຮັບ ຄວາມຮູ້ໃໝ່, ທັນສະໄໝທາງດ້ານ ເຕັກໂນໂລຊີ, ວິທະຍາສາດ ເພື່ອ ເປັນທິດເຍືອງທາງ, ທາງດ້ານພຶດຕິກໍາເຂົ້າສູ່ຂົງເຂດວຽກງານຢ່າງມີຄຸນນະພາບສູງ ພ້ອມທັງ, ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ຈະ ໄປສຶກສາຮໍ່າຮຽນຕໍ່ ໃຫ້ເອົາ ໃຈໃສ່ສູ້ຊົນຜ່ານຜ່າຄວາມຫຍຸ້ງ ຍາກນານາປະການ ຕັ້ງໜ້າປະຕິ ບັດໜ້າທີ່ການເມືອງ ທີ່ໄດ້ຮັບ ມອບໝາຍໃຫ້ປະກົດຜົນສໍາ ເລັດທ້ອນໂຮມເກັບກຳຄວາມຮູ້ ຄວາມສາມາດຕ່າງໆ ເພື່ອນຳມາໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ສຳເລັດຜົນ. ໂດຍ: ແກ້ວອຸດອນ ລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ