ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມປະກັນສັງຄົມ ເຄື່ອນໄຫວເຮັດວຽກ ຢູ່ ກອງພົນທີ 1
ເວລາອອກຂ່າວ: 2022-08-16 09:13:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ:



ໃນລະຫວ່າງວັນທີ 10-12ສິງຫາ 2022, ທີມງານວິຊາ ການກົມປະກັນສັງຄົກອງທັບ, ນໍາໂດຍ ສະຫາຍ ພັນໂທ ຕຸ້ຍວິໄລແພງ ຫົວໜ້າພະແນກໄອທີ ກົມປະກັນສັງຄົມກອງທັບ ໄດ້ເຄື່ອນໄຫວເຮັດວຽກ ຢູ່ພະແນກປະກັນສັງຄົມ ກອງພົນທີ 1 ໂດຍ ມີພະນັກງານວິຊາສະເພາະພະ ແນກປະກັນສັງຄົມ ກອງພົນທີ 1 ໃຫ້ການຕ້ອນຮັບ. ສະຫາຍ ພັນໂທ ຕຸ້ຍ ວິໄລແພງ ໃຫ້ຮູ້ວ່າ: ການເຄື່ອນໄຫວເຮັດວຽກຢູ່ ກອງພົນທີ 1 ໃນຄັ້ງນີ້, ເພື່ອເປັນການເກັບກຳຂໍ້ມູນ ແລະ ພີມບັດປະກັນ ສັງຄົມໃຫ້ນາຍ ແລະ ພົນທະ ຫານ ທີ່ຍັງບໍ່ທັນໄດ້ບັດເຊັ່ນ: ທະຫານເຂົ້າໃໝ່, ຄູ່ສົມລົດ ແລະ ລູກ ເນື່ອງຈາກວ່າຂໍ້ມູນ ຍັງບໍ່ທັນຄົບຖ້ວນ ເຊັ່ນ: ຮູບ, ວັນເດືອນປີເກີດ, ວັນເດືອນປີ ເຂົ້າທະຫານ. ພ້ອມທັງເຜີຍ ແຜ່ບັນດາເອກະສານໃຫ້ພະນັກງານ-ນັກຮົບໄດ້ເຂົ້າໃຈແຈ້ງ ເພື່ອຈະຕ້ອງປະກອບເຂົ້າໃນ ການເຮັດບັດປະກັນສັງຄົມໃຫ້ ຖືກຕ້ອງຕາມລະບຽບຫຼັກການ ເປັນຕົ້ນແມ່ນ ໃນກໍລະນີບັດໝົດ ອາຍຸ, ບັດເສຍ, ບັດແຕກ ແລະ ບັດ ຫັກ ແຕ່ມີບັນຊີຖານຂໍ້ມູນ ສາມາດພີມອອກໃຫ້ໄດ້; ໃນກໍລະນີເພີ່ມຄູ່ສົມລົດໃໝ່, ລູກ ໃໝ່ຈະຕ້ອງສະເໜີພະແນກປະ ກັນສັງຄົມກ່ອນ ໂດຍມີຂໍ້ມູນ ຄົບຖ້ວນ ເອກະສານຕິດຄັດ ພ້ອມດ້ວຍຮູບພາບ ຈຶ່ງສາມາດອອກ ບັດໃຫ້ໄດ້ ແລະ ສາມາດພີມບັດ ປະກັນສັງຄົມອອກໃຫ້ແຕ່ລະສະ ຫາຍທີ່ມາປ່ຽນແປງຂໍ້ມູນຕ່າງໆ ແລ້ວໄປນຳໃຊ້ຢູ່ ໂຮງໝໍໄດ້ ຢ່າງເປັນປົກກະຕິ. ໂດຍ: ຕິກ ມູນຄໍາເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ